ກະຊວງປ້ອງກັນປະເທດຈີນ: ເດັດດ່ຽວຄັດຄ້ານອາເມຣິກາຂາຍອາວຸດໃຫ້ແກ່ໄຕ້ຫວັນຈີນ

2023-03-04 14:22:30 CRI

 

ຕາມຂ່າວCRI: ວັນທີ 3 ມີນານີ້, ທ່ານທານເຄີ້ເຟີ່ຍ, ໂຄສົກກະຊວງປ້ອງກັນປະເທດຈີນກ່າວໃນເວລາຕອບຄຳຖາມກ່ຽວກັບອາເມຣິກາຂາຍອາວຸດໃຫ້ແກ່ໄຕ້ຫວັນຈີນວ່າ: ຈີນເດັດດ່ຽວຄັດຄ້ານອາເມຣິກາຂາຍອາວຸດໃຫ້ແກ່ໄຕ້ຫວັນຈີນ. ການກະທຳຂອງອາເມຣິກາເປັນການແຊກແຊງວຽກງານພາຍໃນຂອງຈີນຢ່າງຮ້າຍແຮງ, ໄດ້ຝ່າຝືນຫຼັກການປະເທດຈີນດຽວແລະຖະແຫຼງການຮ່ວມສາມສະບັບລະຫວ່າງຈີນ-ອາເມຣິກາໂດຍສະເພາະແມ່ນຂໍ້ກຳນົດໃນ “ຖະແຫຼງການຮ່ວມລະຫວ່າງຈີນ-ອາເມຣິກາທີ່ໄດ້ອອກໃນວັນທີ 17 ສິງຫາປີ 1982” ຢ່າງຮຸນແຮງ, ໄດ້ທຳລາຍອະທິປະໄຕແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນຢ່າງໜັກໜ່ວງ, ໄດ້ຂົ່ມຂູ່ເຖິງສັນຕິພາບແລະສະຖຽນລະພາບຂອງຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ. ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງຕໍ່ເລື່ອງນີ້, ໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາ.

 

“ຈີນຮຽກຮ້ອງໃຫ້ອາເມຣິກາຍຸດຕິການຂາຍອາວຸດໃຫ້ແກ່ໄຕ້ຫວັນຈີນແລະຕັດການຕິດຕໍ່ພົວພັນທາງການທະຫານລະຫວ່າງອາເມຣິກາ-ໄຕ້ຫວັນຈີນ, ຍຸດຕິການແຊກແຊງເຂົ້າໃນບັນຫາໄຕ້ຫວັນ, ຍຸດຕິການກະທຳທີ່ເຮັດໃຫ້ສະຖານະການສອງຝັ່ງຊ່ອງແຄບໄຕ້ຫວັນເຄັ່ງຕຶງຂຶ້ນຕື່ມ.” ທ່ານທານເຄີ້ເຟີ່ຍກ່າວວ່າ, ກອງທັບປົດປ່ອຍປະຊາຊົນຈີນໄດ້ກຽມພ້ອມຢ່າງສະເໝີຕົ້ນສະເໝີປາຍ, ເພື່ອຕໍ່ຕ້ານການທ້າທາຍທີ່ສະແຫວງຫາໃຫ້ໄຕ້ຫວັນເປັນເອກະລາດແລະການແຊກແຊງຈາກອິດທິກຳລັງພາຍນອກທັງໝົດໃນທຸກເວລາ, ເດັດດ່ຽວປົກປ້ອງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນແຫ່ງຊາດຈີນ.