ກອງປະຊຸມເທື່ອທີ 1ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈະໄຂຂຶ້ນໃນ 15 ໂມງວັນທີ 4 ມີນານີ້

2023-03-04 11:51:23 CRI

 

    ຕອນບ່າຍວັນທີ 3 ມີນານີ້, ກອງປະຊຸມຖະແຫຼງຂ່າວຂອງກອງປະຊຸມເທື່ອທີ 1 ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ທ່ານກົວເວີ້ຍມີນ ໂຄສົກກອງປະຊຸມປະກາດວ່າ, ກອງປະຊຸມເທື່ອທີ 1 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈະໄຂຂຶ້ນຢູ່ຫໍສະພາປະຊາຊົນໃນເວລາ 15 ໂມງວັນທີ 4 ມີນານີ້ ແລະ ຈະອັດລົງໃນຕອນບ່າຍວັນທີ 11 ມີນານີ້ ໂດຍຈັດເປັນເວລາ 7 ວັນເຄິ່ງ.