ໄຂກອງປະຊຸມເທື່ອທີ 1 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14

2023-03-04 15:38:44 cri

      ເວລາ 15 ໂມງຂອງວັນທີ 4 ມີນານີ້, ກອງປະຊຸມເທື່ອທີ 1 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ໄຂຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຈີນ,ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນແລະຜູ້ນຳພັກລັດທ່ານອື່ນໆໄດ້ຍ່າງເຂົ້າຫໍປະຊຸມແລະເຂົ້າຮ່ວມພິທີໄຂ.