ກອງປະຊຸມເທື່ອທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈະໄຂຂຶ້ນໃນຕອນເຊົ້າວັນທີ 5 ມີນານີ້, ແລະຈະອັດລົງໃນຕອນເຊົ້າວັນທີ 13 ມີນານີ້, ກອງປະຊຸມຈະດຳເນີນເປັນເວລາ 8 ວັນເຄິ່ງ.
ວາລະປະຊຸມລວມມີ 9 ວາລະ, ລວມທັງການສຳຫຼວດພິຈາລະນາບົດລາຍງານວຽກງານຂອງລັດຖະບານແລະບົດລາຍງານອື່ນໆທັງໝົດ 6 ສະບັບ, ສຳຫຼວດພິຈາລະນາກ່ຽວກັບຍັດຕິ “ຮ່າງກົດໝາຍວ່າດ້ວຍນິຕິບັນຍັດແຫ່ງສາທາລະນະລັດປະຊາຊົນຈີນສະບັບດັດແກ້”, ສຳຫຼວດພິຈາລະນາແຜນການປະຕິຮູບອົງການລັດຖະບານ, ພ້ອມທັງເລືອກຕັ້ງແລະຕົກລົງແຕ່ງຕັ້ງສະມາຊິກຂອງອົງການລັດຖະບານ. ປັດຈຸບັນ, ວຽກງານກະກຽມຕ່າງໆຂອງກອງປະຊຸມໃຫຍ່ໄດ້ພ້ອມແລ້ວ.
ວາລະທີ 1, ສຳຫຼວດພິຈາລະນາບົດລາຍງານວຽກງານຂອງລັດຖະບານ;
ວາລະທີ 2, ສຳຫຼວດບົດລາຍງານການວາງແຜນແລະແຜນການສະບັບຮ່າງ;
ວາລະທີ 3, ສຳຫຼວດບົດລາຍງານການໃຊ້ງົບປະມານແລະແຜນງົບປະມານສະບັບຮ່າງ;
ວາລະທີ 4, ສຳຫຼວດພິຈາລະນາຍັດຕິຂອງຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດກ່ຽວກັບການສະເໜີໃຫ້ສຳຫຼວດພິຈາລະນາ “ຮ່າງກົດໝາຍວ່າດ້ວຍນິຕິບັນຍັດແຫ່ງສາທາລະນະລັດປະຊາຊົນຈີນສະບັບດັດແກ້” ;
ວາລະທີ 5, ສຳຫຼວດພິຈາລະນາບົດລາຍງານວຽກງານຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ;
ວາລະທີ 6, ສຳຫຼວດພິຈາລະນາບົດລາຍງານວຽກງານຂອງສານປະຊາຊົນສູງສຸດ;
ວາລະທີ 7, ສຳຫຼວດພິຈາລະນາບົດລາຍງານວຽກງານຂອງອົງການໄອຍະການປະຊາຊົນສູງສຸດ;
ວາລະທີ 8, ສຳຫຼວດພິຈາລະນາແຜນການປະຕິຮູບຂອງອົງການລັດຖະບານ;
ວາລະທີ 9, ເລືອກຕັ້ງແລະຕົກລົງແຕ່ງຕັ້ງສະມາຊິກຂອງອົງການລັດຖະບານ.