ກະຊວງການຄ້າຈີນສະແດງທ່າທີຕໍ່ອາເມຣິກາຈັດວິສາຫະກິດ ແລະ ອົງການຫຼາຍແຫ່ງຂອງຈີນເຂົ້າໃນບັນຊີລາຍຊື່ການຄວບຄຸມສິນຄ້າສົ່ງອອກ

2023-03-04 13:45:43 CRI

    ໂດຍແນໃສ່ກະຊວງການຄ້າອາເມຣິກາປະກາດວ່າຈັດວິສາຫະກິດ ແລະ ອົງການຫຼາຍແຫ່ງຂອງຈີນເຂົ້າໃນບັນຊີລາຍຊື່ການຄວບຄຸມສິນຄ້າສົ່ງອອກ ໃນຫວ່າງມໍ່ໆມານີ້, ໂຄສົກກະຊວງການຄ້າຈີນຕອບວ່າ, ຈີນສັງເກດເຫັນວ່າ, ຫວ່າງມໍ່ໆມານີ້ ອາເມຣິກາຂະຫາຍຂອບເຂດຄວາມໝັ້ນຄົງແຫ່ງລັດ ແລະ ຄວບຄຸມສິນຄ້າສົ່ງອອກແບບຊະຊາຍ, ຖືອັນທີ່ວ່າບັນຫາກ່ຽວກັບຣັດເຊຍ ກ່ຽວກັບການທະຫານ ແລະ ກ່ຽວກັບອີຣານເປັນຂໍ້ອ້າງ, ລົງໂທດວິສາຫະກິດ ແລະ ອົງການຫຼາຍແຫ່ງຂອງຈີນ 2 ເທື່ອເປັນລຳດັບ. ອາເມຣິກາຄວນປັບປຸງການກະທຳຜິດພາບໃນທັນທີ, ຍຸດຕິການໂຈມຕີວິສາຫະກິດຈີນຢ່າງໄຮ້ເຫດຜົນ. ຈີນຈະໃຊ້ມາດຕະການທີ່ຈຳເປັນ, ເດັດດ່ຽວປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບດ້ວຍກົດໝາຍຂອງວິສາຫະກິດຈີນ.


 

    ໂຄສົກຜູ້ນີ້ກ່າວຕື່ມວ່າ, ອາເມຣິກາຖືອັນທີ່ວ່າ “ການຮັກສາລະບຽບການສາກົນ ແລະ ຄວາມໝັ້ນຄົງແຫ່ງລັດ” ເປັນຂໍ້ອ້າງ, ທີ່ຈິງແລ້ວ ພັດປະຕິບັດຕາມລັດທິຝ່າຍດຽວ ແລະ ລັດທິປົກປ້ອງດ້ານການຄ້າ, ໂຈມຕີ ແລະ ສະກັດກັ້ນວິສາຫະກິດ ແລະ ອົງການຂອງປະເທດຕ່າງໆ ເຊິ່ງລວມທັງຈີນ, ທຳລາຍການໄປມາຫາສູ່ກັນດ້ານການຄ້າທີ່ເປັນປົກກະຕິລະຫວ່າງປະເທດອື່ນໆ,ແມ່ນການກະທຳທີ່ຂົ່ມເຫັງທາງເສດຖະກິດ ແລະ ບິດເບືອນທາງຕະຫຼາດ, ໄດ້ທຳລາຍສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດຫມາຍຂອງວິສາຫະກິດຕ່າງໆຢ່າງຫນັກຫນ່ວງໄດ້, ທຳລາຍຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ການຜະລິດຂອງໂລກ, ພ້ອມທັງໄດ້ສະກັດກັ້ນການຟື້ນຟູ ແລະ ການພັດທະນາຂອງເສດຖະກິດໂລກ, ຈີນເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້.