ລັດຖະມົນຕີການຕ່າງປະເທດຈີນເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ G20 ແລະ ສົ່ງອອກຂໍ້ລິເລີ່ມສຳຄັນ 3 ຂໍ້

2023-03-04 13:54:56 CRI


    ວັນທີ 3 ມີນານີ້, ໃນກອງປະຊຸມຖະແຫຼງຂ່າວ, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນແນະນຳໃຫ້ຮູ້ວ່າ: ທ່ານຊີນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດກຸ່ມ 20 ປະເທດ ຫຼືG20 ທີ່ຈັດຂຶ້ນຢູ່ນີວແດນລີ ນະຄອນຫຼວງອິນເດຍ ແລະ ສົ່ງອອກຂໍ້ລິເລິ່ມສຳຄັນ 3 ຂໍ້ ຄື: ໜຶ່ງ, ໂດຍຜະເຊີນໜ້າກັບສະຖານະການສາກົນທີ່ປັ່ນປ່ວນ ແລະ ສິ່ງທ້າທາຍຕໍ່ທົ່ວໂລກທີ່ເກີດຂຶ້ນເລື້ອຍໆ, G20 ຄວນມີຄວາມຮັບຜິດຊອບ, ສະແດງໃຫ້ເຫັນຄວາມຫາບແບກ ແລະ ການຮ່ວມມື, ປະກອບສ່ວນເຂົ້າໃນການຊຸກຍູ້ໃຫ້ທົ່ວໂລກມີການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ. ສອງ, ຕ້ອງປະຕິບັດລັດທິຫຼາຍຝ່າຍອັນແທ້ຈິງ, ຍຶດໝັ້ນຫຼັກການການຮ່ວມມືທີ່ສົນທະນາກັນຢ່າງສະເໝີພາບ ແລະ ເປິກສາຫາລໃຫ້ເປັນເອກະພາບກັນ, ບໍ່ຄວນປະຕິບັດການເມືອງແບບມະຫາອຳນາດ ຈົນເປັນກຸ່ມປໍລະປັກກັນ. ສາມ, ຕ້ອງຊຸກຍູ້ຂະບວນການໂລກາວິວັດໃຫ້ພັດທະນາຢ່າງປອດໃສ, ຄັດຄ້ານລັດທິຝ່າຍດຽວ ລັດທິປ້ອງກັນ ແລະ ການຕັດສາຍພົວພັນ ແລະ ຕອງໂສ້, ຊຸກຍູ້ໃຫ້ທົ່ວໂລກມີການພັດທະນາທີ່ໂອບເອື້ອອາລີກວ່າເກົ່າ, ສ້າງຜົນປະໂຫຍດຫຼາຍກວ່າເກົ່າ ແລະ ໝັ້ນໜຽວກວ່າເກົ່າ.

 

    ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ G20 ທີ່ດຳເນີນເປັນເວລາ 2 ມື້ໄດ້ອັດລົງຢູ່ອິນເດຍໃນວັນທີ 2 ມີນານີ້.