ໂຄສົກກະຊວງການຕ່າງປະເທດຈີນ: ອາເມຣິກາຈຶ່ງແມ່ນແຫຼ່ງທີ່ມາຂອງການຂົ່ມຂູ່ດ້ານອາວຸດນິວເຄລຍທີ່ໃຫຍ່ທີ່ສຸດຢູ່ໃນໂລກ

2023-03-04 16:57:49 cri

      ວັນທີ 3 ມີນານີ້, ທ່ານນາງ ມາວນິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ອາເມຣິກາໄດ້ປ່າວຂ່າວກ່ຽວກັບ “ການຂົ່ມຂູ່ດ້ານອາວຸດນິວເຄລຍຂອງຈີນ”ຊ້ຳແລ້ວຊ້ຳອີກ, ພຽງແຕ່ແມ່ນເພື່ອຊອກຫາຂໍ້ອ້າງໃນການ ຂະຫຍາຍຄັງອາວຸດນິວເຄລຍຂອງຕົນແລະປົກປັກຮັກສາມະຫາອຳນາດດ້ານການທະຫານ,ອາເມຣິກາຈຶ່ງແມ່ນແຫຼ່ງທີ່ມາຂອງການຂົ່ມຂູ່ດ້ານອາວຸດນິວເຄລຍທີ່ໃຫຍ່ທີ່ສຸດຢູ່ໃນໂລກ.

      ທ່ານນາງ ມາວນິງ ກ່າວເນັ້ນວ່າ: ຈີນໄດ້ໃຊ້ທ່າທີທີ່ສຸຂຸມຮອບຄອບແລະມີຄວາມຮັບຜິດຊອບທີ່ສຸດໃນດ້ານນະໂຍບາຍກ່ຽວກັບອາວຸດນິວເຄລຍ, ໄດ້ເດັດດ່ຽວປະຕິບັດຕາມຍຸດທະສາດທາງດ້ານອາວຸດນິວເຄລຍທີ່ປ້ອງກັນຕົວເອງຢ່າງສະເໝີຕົ້ນສະເໝີປາຍ,ປະຕິບັດຕາມນະໂຍບາຍທີ່ບໍ່ໃຊ້ອາວຸດນິວເຄລຍກ່ອນໝູ່ຢ່າງເຄັ່ງຄັດ,ໄດ້ຮັກສາກຳລັງອາວຸດນິວເຄລຍໃຫ້ຢູ່ໃນລະດັບທີ່ຕ່ຳສຸດຕາມຄວາມຕ້ອງການດ້ານຄວາມໝັ້ນຄົງແຫ່ງຊາດຢ່າງສະເໝີຕົ້ນສະໝີປາຍ.

      ທ່ານນາງ ມາວນິງ ກ່າວຕື່ມວ່າ: ໃນຖານະເປັນປະເທດທີ່ມີອາວຸດນິວເຄລຍທີ່ເຂັ້ມແຂງທີ່ສຸດໃນໂລກ, ອາເມຣິກາຄວນໃຊ້ນະໂຍບາຍດ້ານນິວເຄລຍທີ່ມີຄວາມຮັບຜິດຊອບ. ອາເມຣິກາຄວນສຳຫຼວດນະໂຍບາຍດ້ານອາວຸດນິວເຄລຍຂອງຕົນຄືນໃໝ່ຢ່າງເຖິງຖອງ,ຫຼຸດບົດບາດອາວຸດນິວເຄລຍໃນດ້ານນະໂຍບາຍຄວາມໝັ້ນຄົງແຫ່ງຊາດໃຫ້ໜ້ອຍລົງ, ຫຼຸດຄວາມສ່ຽງດ້ານນິວເຄລຍດ້ວຍການກະທຳຕົວຈິງທີ່ມີຄວາມໝາຍ,ປົກປັກຮັກສາສັນຕິພາບ,ສະຖຽນລະພາບແລະຄວາມໝັ້ນຄົງທາງດ້ານຍຸດທະສາດຂອງສາກົນແລະພາກພື້ນດ້ວຍທ່າທີທີ່ມີຄວາມຮັບຜິດຊອບ.