GDPຂອງຈີນໃນປີ 2022 ເພີ່ມຂຶ້ນ 3% ເປົ້າໝາຍຂອງປີ 2023 ແມ່ນປະມານ 5%

2023-03-05 16:19:32 cri

 

ໃນຕອນເຊົ້າວັນທີ 5 ມີນານີ້, ກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ທ່ານຫຼີເຄິ້ສຽງ ນາຍົກລັດຖະມົນຕີຈີນໄດ້ຜ່ານບົດລາຍງານວຽກງານຂອງລັດຖະບານ ໂດຍກ່າວວ່າ: ໃນປີ 2022, ໂດຍຜະເຊີນໜ້າກັບຄວາມກົດດັນໃໝ່ທີ່ເສດຖະກິດຈະເຕີບໂຕຊ້າລົງ, ຈີນໄດ້ນຳໃຊ້ເຄື່ອງມືນະໂຍບາຍທີ່ສະສົມໄວ້ໃນຊຸມປີຜ່ານມາ, ປະຕິບັດນະໂຍບາຍ ແລະມາດຕະການທີ່ຕັ້ງໄວ້ນັ້ນຢ່າງລ່ວງໜ້າ, ເດັດດ່ຽວຊຸກຍູ້ການປະຕິຮູບໂຄງສ້າງດ້ານການສະໜອງ, ໂດຍໄດ້ວາງອອກ ແລະປະຕິບັດນະໂຍບາຍ ແລະມາດຕະການຕ່າງໆເພື່ອໃຫ້ເສດຖະກິດມີສະຖຽນລະພາບ ແລະຟື້ນຟູດີຂຶ້ນ. ໃນປີ 2022, ລວມຍອດຜະລິດຕະພັນພາຍໃນຂອງຈີນໄດ້ເພີ່ມຂຶ້ນ 3%, ການປະກອບອາຊີບໃນຕົວເມືອງເພີ່ມຂຶ້ນ 12,06 ລ້ານຄົນ, ລາຄາຜູ້ຊົມໃຊ້ເພີ່ມຂຶ້ນ 2%. ໃນສະພາບແວດລ້ອມທີ່ສັບສົນ ແລະປ່ຽນແປງຫຼາຍ, ຈີນໄດ້ສຳເລັດໜ້າທີ່ເປົ້າໝາຍຕົ້ນຕໍດ້ານການພັດທະນາປະຈຳປີໂດຍພື້ນຖານ, ເສດຖະກິດຈີນໄດ້ສະແດງໃຫ້ເຫັນເຖິງຄວາມໜຽວແໜ້ນ.

 

ທ່ານຫຼີເຄິ້ສຽງກ່າວຕື່ມວ່າ: ເປົ້າໝາຍການເຕີບໂຕຂອງເສດຖະກິດຈີນໃນປີນີ້ແມ່ນ ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນປະມານ 5%.

 

ບົດລາຍງານຍັງໄດ້ສະເໜີຈຸດປະສົງຕົ້ນຕໍອື່ນໆໃນດ້ານການພັດທະນາ ເຊັ່ນ: ການປະກອບອາຊີບໃນຕົວເມືອງເພີ່ມຂຶ້ນປະມານ 12 ລ້ານຄົນ, ອັດຕາວ່າງງານແບບສຳຫຼວດໃນຕົວເມືອງບັນລຸເຖິງປະມານ 5,5%; ລາຄາຜູ້ຊົມໃຊ້ເພີ່ມຂຶ້ນປະມານ 3%; ການເຕີບໂຕດ້ານລາຍຮັບຂອງປະຊາຊົນເພີ່ມຂຶ້ນໃນຈັງຫວະດຽວກັນກັບການເຕີບໂຕຂອງເສດຖະກິດໂດຍພື້ນຖານ; ຜົນຜະລິດທັນຍາຫານຮັກສາໃຫ້ມີ 650 ລ້ານໂຕນຂຶ້ນໄປ; ຄວບຄຸມການບໍລິໂພກພະລັງງານຊາກຫີນ, ປັບປຸງສະພາບແວດລ້ອມທາງລະບົບນິເວດໃຫ້ດີຂຶ້ນຢ່າງໝັ້ນທ່ຽງ.