ເສດຖະກິດຈີນໃນ 5 ປີຜ່ານມາໄດ້ເພີ່ມຂຶ້ນ 5,2% ສະເລ່ຍຕໍ່ປີ

2023-03-05 15:25:15 cri


ວັນທີ 5 ມີນານີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ຂຶ້ນຜ່ານບົດລາຍງານວຽກງານລັດຖະບານຕໍ່ກອງປະຊຸມຜູ້ແທນສະພາປະຊາຊົນແຫ່ງຊາດຈີນ ໂດຍກ່າວວ່າ: ໃນ 5 ປີຜ່ານມາ, ການພັດທະນາເສດຖະກິດສັງຄົມຂອງຈີນໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງທີ່ປະຈັກຕາຊາວໂລກ. ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໄດ້ເພີ່ມຂຶ້ນຮອດ 121.000 ຕື້ຢວນ, ເພີ່ມຂຶ້ນ 5,2% ສະເລ່ຍຕໍ່ປີ, ໃນຮອບ 10 ປີຜ່ານມາໄດ້ເພີ່ມຂຶ້ນເກືອບ 70.000 ຕື້ຢວນ, ເພີ່ມຂຶ້ນ 6,2% ສະເລ່ຍຕໍ່ປີ. ກຳລັງເສດຖະກິດຂອງຈີນໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ.

ບົດລາຍງານຍັງລະບຸວ່າ: ໃນ 5 ປີທີ່ຜ່ານມາ, ການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນໄດ້ສືບຕໍ່ດຳເນີນກ້າວສູ່ລວງເລິກ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນ, ຍອດມູນຄ່າຂາເຂົ້າຂາອອກສິນຄ່າທີ່ຈັດຕ້ອງໄດ້ຂອງຈີນມີຫຼາຍກວ່າ 40.000 ຕື້ຢວນ, ການດຶງດູດທຶນຕ່າງປະເທດແລະການລົງທຶນຢູ່ຕ່າງປະເທດໄດ້ຈັດຢູ່ແຖວໜ້າຂອງໂລກ.