ເບິ່ງພາບແຫ່ງຄວາມທັນສະໄໝແບບຈີນ: ໃບຊາຫອມສ້າງຄວາມຮັ່ງມີໃຫ້ກັບຊາວກະສິກອນ(ພາກທີ1)

2023-03-05 21:24:33 cri



ປີ2022,ໃນເວລາຜ່ານບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ບັນຍາຍເອກະລັກພິເສດ5ດ້ານຂອງຄວາມທັນສະໄໝແບບຈີນ, ໃນນັ້ນ, ການບັນລຸຄວາມຮັ່ງມີຮ່ວມກັນຂອງປະຊາຊົນທຸກຖ້ວນໜ້າກໍແມ່ນດ້ານໜຶ່ງ ພ້ອມທັງໄດ້ສ່ອງແສງໃຫ້ເຫັນເຖິງທັດສະນະຄຸນຄ່າແຫ່ງການຖືປະຊາຊົນເປັນໃຈກາງຂອງພັກກອມມູນິດຈີນ. ພັກກອມມູນິດຈີນໄດ້ຖືເອົາການບັນລຸຄວາມປາດຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມເປັນເປົ້າໝາຍສູ້ຊົນຂອງຕົນ, ພ້ອມດຽວກັນນັ້ນ, ຄວາມທັນສະໄໝແບບຈີນຍັງໄດ້ຍຶດໝັ້ນການຖືປະຊາຊົນເປັນໃຈກາງນັ້ນເປັນຈຸດເລີ່ມຕົ້ນແລະຈຸດປະສົງ ເພື່ອສຸມຄວາມພະຍາຍາມໃນການປົກປັກຮັກສາຄວາມຍຸຕິທຳແລະຄວາມເປັນທຳທາງສັງຄົມ, ສົ່ງເສີມໃຫ້ປະຊາຊົນທຸກຖ້ວນໜ້າບັນລຸຄວາມຮັ່ງມີຮ່ວມກັນ.ຕໍ່ໄປແມ່ນບົດເລື່ອງ “ເບິ່ງພາບແຫ່ງຄວາມທັນສະໄໝແບບຈີນ: ໃບຊາຫອມສ້າງຄວາມຮັ່ງມີໃຫ້ກັບຊາວກະສິກອນ”.

 

ຄົນຈີນມັກເວົ້າກັນວ່າ ພູຜາແມ່ນ້ຳທີ່ດີມັກຈະເປັນຖິ່ນກຳເນີດຂອງຊາດີ, ພູອູຢີແຂວງຟູຈ້ຽນ ທາງພາກຕາເວັນອອກສຽງໃຕ້ຂອງຈີນກໍເປັນສະພາບແບນນີ້ເຊັ່ນດຽວກັນ.

 

ເມື່ອທ່ານຍ່າງເຂົ້າໄປສວນຊາຊີວະພາບຢ້ຽນຈືເຄີ່ພູອູຢີ, ທ່ານຈະເຫັນຕົ້ນຊາຂຽວອຸ່ມທຸ່ມ, ກິ່ນຫອມຂອງໃບຊາກຸ້ມໄປທົ່ວສວນ, ທ່າມກາງຕົ້ນຊາທີ່ມີນົກແລະແມງໄມ້ຊະນິດຕ່າງໆ,ປະກອບເປັນລະບົບນິເວດນ້ອຍອັນໜຶ່ງ.

 

ຊາວສວນຊາທ້ອງຖິ່ນໄດ້ບອກໃຫ້ຮູ້ວ່າ: “ພວກເຮົາປູກຖົ່ວເຫຼືອງຢູ່ຫວ່າງຕົ້ນຊາໃນລະດູຮ້ອນ, ລະດູໜາວຈະປູກຜັກກາດນ້ຳມັນ(rape). ຫຼັງຈາກເກັບແກ່ນຜັກກາດນ້ຳມັນແລ້ວ, ໄດ້ຂຸດດິນຖົມຕົ້ນຜັກກາດ, ມັນຈະເປັນຝຸ່ນໄນໂທຣເຈັນ( nitrogenous fertilizer)ທີ່ດີ, ທຽບໃສ່ແຕ່ກ່ອນແລ້ວ, ໃບຊາຈະມີລົດຫວານ ແລະມີກິ່ນຫອມກວ່າ,ນ້ຳຊາຮັກສາກິ່ນໄດ້ດົນກວ່າ, ຄຸນນະພາບຂອງໃບຊາໄດ້ຍົກສູງ20%ຂຶ້ນໄປ.”

 

ເຂດສາທິດຢູ່ສວນຊາຊີວະພາບຢ້ຽນຈືເຄີ່ໄດ້ປະຕິບັດຕາມການສັບປ່ຽນປູກຝັງແບບ “ຝຸ່ນຊີວະພາບ+ຝຸ່ນພືດສີຂຽວ”, ຫຼັງຈາກໃສ່ຝຸ່ນຊີວະພາບໃນລະດູໜາວແລ້ວ, ກໍປູກຜັກກາດນ້ຳມັນ, ເມື່ອຮອດທ້າຍເດືອນມີນາທີ່ສິ້ນສຸດລະດູການປູກຜັກກາດນ້ຳມັນແລ້ວກໍຕັດຕົ້ນມັນຖົມດິນໄວ້ເລີຍ, ຖ້າເກັບໃບຊາໃນລະດູໃບໄມ້ປົ່ງສຳເລັດແລ້ວກໍປູກຖົ່ວເຫຼືອງສັບຫວ່າງຕົ້ນຊາ, ເຮັດແບບນີ້, ໃນຂະນະທີ່ປົກປັກຮັກສາສິ່ງແວດລ້ອມນິເວດນັ້ນຍັງສາມາດເຮັດໃຫ້ອຸດສາຫະກຳໃບຊາເພີ່ມຜົນຜະລິດແລະມີປະສິດທິຜົນອີກດ້ວຍ.

 



ວັນທີ 22 ມີນາ2021, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນທີ່ພວມດຳເນີນການສຳຫຼວດຄົ້ນຄວ້າວຽກງານຢູ່ແຂວງຟູຈ້ຽນໄດ້ເດີນທາງໄປສວນຊາແຫ່ງນີ້ ເພື່ອສຳຫຼວດກວດເບິ່ງສະພາບການເຕີບໂຕຂອງຕົ້ນຊາ ແລະຮັບຮູ້ສະພາບການພັດທະນາອຸດສາຫະກຳໃບຊາຢູ່ທ້ອງຖິ່ນແຫ່ງນີ້. ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຕ້ອງວາງແຜນເປັນເອກະພາບກັນເພື່ອພັດທະນາວັດທະນະທຳດ້ານຊາ, ອຸດສາຫະກຳໃບຊາ ແລະວິທະຍາສາດເຕັກນິກດ້ານຊາໃຫ້ດີ, ຍຶດໝັ້ນທິດທາງການພັດທະນາແບບສີຂຽວ, ເພີ່ມສະຕິສ້າງຍີ່ຫໍ້ທີ່ມີຊື່ສຽງ, ປັບປຸງສະພາບແວດລ້ອມດ້ານການຕະຫຼາດແລະການຈໍລະຈອນສິນຄ້າໃຫ້ດີຂຶ້ນ, ສ້າງພື້ນຖານອຸດສາຫະກຳອັນໝັ້ນແກ່ນເພື່ອພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ.

 



ການພັດທະນາຊົນນະບົດໃຫ້ຈະເລີນເປັນເສັ້ນທາງທີ່ຕ້ອງເດີນຜ່ານໃນການບັນລຸເປົ້າໝາຍຮັ່ງມີຮ່ວມກັນ. ເມື່ອເບິ່ງສະພາບການໃນທົ່ວປະເທດຈີນແລ້ວເຫັນວ່າ: ສວນຊາຢູ່ແຫ່ງຕ່າງໆໄດ້ເປີດກວ້າງຊ່ອງທາງເພີ່ມລາຍໄດ້ແລະສ້າງຄວາມຮັ່ງມີໃຫ້ກັບຊາວກະສິກອນ, ກຳລັງປູເສັ້ນທາງແຫ່ງຄວາມຮັ່ງມີຮ່ວມກັນທີ່ມີອະນາຄົດອັນສົດໃສ.

 

ເມືອງຜິງລີ້ ແຂວງສ້ານຊີ່ ຕັ້ງຢູ່ຈຸດເຊື່ອມຕໍ່ລະຫວ່າງເຂດແດນແຂວງສ້ານຊີ່,ແຂວງຫູເປີຍ ແລະກຳແພງນະຄອນຈຸ່ງກິ່ງ, ເມືອງນີ້ເປັນດິນແດນແຫ່ງຊາທີ່ມີປະຫວັດມາແຕ່ດົນນານແລ້ວ, ນັບຕັ້ງແຕ່ລາຊະວົງຖັງເມື່ອ1.000ກວ່າປີກ່ອນ ເຊິ່ງເປັນໜຶ່ງໃນເຂດຜະລິດຊາທີ່ສຳຄັນ 8 ແຫ່ງຂອງຈີນ.

 



ວັນທີ 21 ເມສາ2020, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງສວນຊາແຫ່ງໜຶ່ງຢູ່ບ້ານຈຽງເຈ່ຍຜິງຕາແສງຫຼາວຊ້ຽນເມືອງຜິງລີ້.ໃນມື້ນັ້ນ,ຝົນຍາມລະດູໃບໄມ້ປົ່ງຫາກໍເອື້ອນ, ເພິ່ນໄດ້ຍ່າງໄປຕາມເສັ້ນທາງນ້ອຍທີ່ເປັນດິນຕົມມຸ່ງໜ້າໄປຫາຊາວກະສິກອນທັງຫຼາຍທີ່ກຳລັງເຮັດວຽກຢູ່ໃນສວນຊາ.

 

ຕົ້ນຊາຢູ່ເທິງພູສູງກຳລັງເຕີບໂຕງອກງາມດີ.

 

ຊາວສວນຊາທັງຫຼາຍພາກັນເອົາໃບຊາທີ່ຫາກໍເກັບໃໝ່ໆໃນກະຢັ່ງໃຫ້ທ່ານສີຈິ້ນຜິງເບິ່ງພ້ອມທັງບອກວ່າ: “ລະດູການເກັບໃບຊາແຕ່ລະປີເປັນເວລາ3ເດືອນ, ຫາກເກັບໄດ້ໄວ, ມື້ໜຶ່ງຈະຫາໄດ້ເງິນ200ກວ່າຢວນ, ໜ້ອຍສຸດກໍໄດ້100ກວ່າຢວນ, ດັ່ງທີ່ທ່ານເວົ້າວ່າ, ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ!”

 

ທ່ານສີຈິ້ນຜິງຟັງແລ້ວກໍເວົ້າດ້ວຍຄວາມດີໃຈວ່າ: “ເມື່ອເຮົານຳໃຊ້ພູຂຽວໃຫ້ມີປະສິດທິຜົນ, ພູຂຽວຕ້ອງຄືນຜົນປະໂຫຍດໃຫ້ເຮົາແນ່ນອນ, ຫວັງວ່າ ພວກພີ່ນ້ອງຊາວບ້ານທັງຫຼາຍຈະສ້າງຄວາມຮັ່ງມີດ້ວຍໃບຊາ ແລະພັດທະນາທຸລະກິດດ້ວຍໃບຊາ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ແລ້ວມຸ່ງໜ້າສູ່ຊີວິດການເປັນຢູ່ທີ່ອີ່ມໜຳສຳລານ.”

 

ຕອນຈະລາຈາກໄປ, ທ່ານສີຈິ້ນຜິງໄດ້ເວົ້ານຳຊາວສວນຊາທັງຫຼາຍວ່າ: “ທີ່ແຫ່ງນີ້ຂອງພວກສະຫາຍໄດ້ເກີດມີການປ່ຽນແປງທີ່ດີແລ້ວ, ໃນຕໍ່ໜ້າຈະດີກວ່ານີ້ອີກ.”

 

ສວນຊາທີ່ທ່ານສີຈິ້ນຜິງໄດ້ເຄື່ອນໄຫວຢ້ຽມຢາມນີ້ແມ່ນສ້າງຂຶ້ນເມື່ອປີ1974, ຕັ້ງຢູ່ເນີນພູທີ່ສູງຈາກລະດັບໜ້ານ້ຳທະເລ 600 ແມັດຢູ່ຍ່ານກາງຂອງແມ່ນ້ຳຫວງຢາງ. ທີ່ນີ້ມີສິ່ງແວດລ້ອມນິເວດທີ່ດີ, ແສງແດດພຽງພໍ, ໃບຊາທີ່ຜະລິດຈາກສວນຊາແຫ່ງນີ້ແມ່ນປອດສານພິດ, ມີກິ່ນຫອມປຸກແບບຊາປູກຢູ່ເທິງພູ.

 



ນາງ ເສີນສ້ຽວຢ້ຽນ ເປັນຊາວໜຸ່ມຜູ້ກັບເມືອບ້ານຊົນນະບົດເພື່ອສ້າງທຸລະກິດ, ຄອບຄົວນາງມີສວນຊາກວມເນື້ອທີ່ປະມານ0,7ເຮັດຕາ,ພໍ່ແມ່ເກັບໃບຊາແລະຜະລິດຊາ, ສ່ວນລາວເອງແມ່ນຂາຍຊາຜ່ານທາງອິນເຕີເນັດ, ລາວບອກວ່າ: “ການລາຍສົດຂາຍເຄື່ອງ, ໃບຊາແມ່ນຂາຍດີທີ່ສຸດ. ກ່ອນມື້ບຸນຊິງມິງຫຼືບຸນອະນາໄມສຸສານ, ຊາຂົ້ວດ້ວຍມືໃນເຮືອນແມ່ນສາມາດຂາຍໄດ້ລາຄາເຖິງ 2.200 ຢວນຕໍ່ກິໂລ. ” ຢູ່ບ້ານຈຽງເຈ່ຍຜິງເມືອງຜິງລີ້ ມີສວນຊາລວມທັງໝົດປະມານ 183 ເຮັກຕາ,ປະຊາຊົນພາຍໃນບ້ານຈຳນວນ186ຄອບຄົວໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີຂຶ້ນດ້ວຍໃບຊາ.

 

ບໍ່ພຽງແຕ່ເທົ່ານັ້ນ, ໃບຊາຂອງບ້ານຈຽງເຈ່ຍຜິງຍັງເຮັດໃຫ້ແຮງງານຈາກບ້ານຕ່າງໆທີ່ຢູ່ບໍລິເວນອ້ອມຂ້າງສ້າງລາຍໄດ້ເພີ່ມຂຶ້ນ. ນາງເສີນກຸ້ຍຢິ່ງ ຊາວບ້ານບ້ານຈຽງເຈ່ຍຜິງໃນເມື່ອກ່ອນທີ່ໄດ້ສ້າງຄອບຄົວຢູ່ບ້ານມ໋າອ່ານຊ່ານ, ແຕ່ລະປີ ພໍຮອດລະດູໃບໄມ້ປົ່ງ, ລາວໄດ້ພາຊາວບ້ານໄປເຮັດວຽກຢູ່ສວນຊາບ້ານຈຽງເຈ່ຍຜິງ, ການເກັບຊາໃນລະຫວ່າງກ່ອນແລະພາຍຫຼັງບຸນຊິງມິງແມ່ນຫາເງິນໄດ້100ກວ່າຢວນຕໍ່ມື້.

 



ປີ2022, ສວນຊາໃນເມືອງຜິງລີ້ມີເນື້ອທີ່16.000ກວ່າເຮັກຕາ, ຍອດປະລິມານການຜະລິດອຸດສາຫະກຳເຄື່ອງດື່ມນ້ຳຊາມີເຖິງ 17.000 ໂຕນ, ມູນຄ່າການຜະລິດ 1ຕື້ 856ລ້ານຢວນ. ທົ່ວເມືອງມີ100.000 ກວ່າຄົນໄດ້ປະກອບອາຊີບກ່ຽວກັບອຸດສາຫະກຳໃບຊາ, ເຊິ່ງໄດ້ເຮັດໃຫ້ປະຊາຊົນຢູ່ເຂດຊົນນະບົດສ້າງລາຍໄດ້ເພີ່ມຂຶ້ນສະເລ່ຍ 3.584 ຢວນຕໍ່ຄົນ, ກວມລາຍຮັບທີ່ຊາວກະສິກອນສາມາດຈັບຈ່າຍໄດ້ປະມານ30%. ອຸດສາຫະກຳໃບຊາໄດ້ກາຍເປັນອຸດສາຫະກຳສຳຄັນອັນດັບໜຶ່ງໃນການພັດທະນາຊົນນະບົດໃຫ້ຈະເລີນຢູ່ເມືອງຜິງລີ້, ໄດ້ບັນລຸເປົ້າໝາຍທີ່ “ແຕ່ລະຄົນມີເນື້ອທີ່ສວນຊາສະເລ່ຍປະມານໜຶ່ງມູ້ ຫຼື 0,07ເຮັກຕາ, ສ້າງລາຍໄດ້10.000ຢວນຕໍ່ຄອບຄົວ” ໂດຍພື້ນຖານ.

 

ສົມດັ່ງຄຳເວົ້າຂອງທ່ານສີຈິ້ນຜິງທີ່ວ່າ: ຊີວິດການເປັນຢູ່ຂອງປະຊາຊົນທັງຫຼາຍກຳລັງດີຂຶ້ນກວ່າເກົ່າ.