ສປຊເລັ່ງທວງໃຫ້ປະເທດຮັ່ງມີສະໜອງປີລະ 500 ຕື້ໂດລາໃຫ້ກັບປະເທດດ້ອຍພັດທະນາ

2023-03-05 16:28:48 cri

 

ວັນທີ 4 ມີນານີ້, ກອງປະຊຸມສຸດຍອດປະເທດດ້ອຍພັດທະນາຂອງອົງການສະຫະປະຊາຊາດໄດ້ຈັດຂຶ້ນຢູ່ນະຄອນຫຼວງໂດຮາປະເທດກາຕາ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສປຊ ກໍຄືຜູ້ນຳ ແລະຜູ້ຕາງໜ້າຈາກ 46 ປະເທດດ້ອຍພັດທະນາໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

 

ທ່ານກູເຕີເຣສ ເລຂາທິການໃຫຍ່ອົງການສປຊໄດ້ກ່າວປາໄສໃນກອງປະຊຸມສຸດຍອດ ໂດຍເລັ່ງທວງໃຫ້ປະເທດຮັ່ງມີສະໜອງປີລະ 500 ຕື້ໂດລາສະຫະລັດໃຫ້ກັບປະເທດດ້ອຍພັດທະນາ ເພື່ອຊ່ວຍເຫຼືອປະເທດເຫຼົ່ານີ້ຊຸກຍູ້ການພັດທະນາເສດຖະກິດ, ຍົກສູງລະດັບການສຶກສາ ແລະການປິ່ນປົວ.

 

ປະເທດດ້ອຍພັດທະນາໝາຍເຖິງປະເທດທີ່ອົງການສປຊຮັບຮູ້ວ່າມີລະດັບການພັດທະນາເສດຖະກິດ-ສັງຄົມ ແລະດັດຊະນີການພັດທະນາມະນຸດຕ່ຳສຸດ. ມາຮອດເດືອນມີນານີ້, ໃນທົ່ວໂລກລວມມີ 46 ປະເທດຖືກອົງການສປຊຈັດເປັນປະເທດດ້ອຍພັດທະນາ, ໃນນັ້ນມີ 33 ປະເທດຕັ້ງຢູ່ທະວີບອາຟຣິກາ.