ອັດຕາການເປັນພະຍາດໄຂ້ເລືອດອອກເພີ່ມຂຶ້ນໃນຫຼາຍປະເທດອາເມຣິກາລາຕິນ ຜູ້ຊ່ຽວຊານບອກວ່າ: ການປ່ຽນແປງຂອງດິນຟ້າອາກາດແມ່ນປັດໄຈຕົ້ນຕໍທີ່ເກີດພະຍາດໄຂ້ເລືອດອອກ

2023-03-05 16:33:02 cri

 

ວັນທີ 3 ມີນານີ້, ອົງການສາທາລະນະສຸກປານອາເມຣິກາໄດ້ເປີດເຜີຍຂໍ້ມູນສະຖິຕິໂດຍໄດ້ຊີ້ໃຫ້ເຫັນວ່າ: ເມື່ອມໍ່ໆມານີ້, ອັດຕາການເປັນພະຍາດໄຂ້ເລືອດອອກໄດ້ເພີ່ມຂຶ້ນໃນຫຼາຍປະເທດອາເມຣິກາລາຕິນ.

 

ຂໍ້ມູນໄດ້ຊີ້ໃຫ້ເຫັນວ່າ: ໃນປີ 2023, ກໍລະນີຕິດເຊື້ອພະຍາດໄຂ້ເລືອດອອກຢູ່ບາງປະເທດອາເມຣິກາກາງ, ພາກພື້ນແອນດີສ, ກໍຄືປະເທດກາຣາອິບ ເຊິ່ງລວມທັງຄິວບາ ແລະໂດມີນີກັນໄດ້ເພີ່ມຂຶ້ນ. ມາຮອດປັດຈຸບັນນີ້, ຜູ້ເສຍຊີວິດຍ້ອນໄຂ້ເລືອດອອກຢູ່ເຂດນີ້ໄດ້ບັນລຸເຖິງ 56 ຄົນ.

 

ຜູ້ຊ່ຽວຊານທາງດ້ານການແພດກ່າວວ່າ: ໃນຊຸມປີມໍ່ໆມານີ້, ສະພາບອາກາດຮ້ອນຂຶ້ນ ແລະມີນ້ຳຝົນເພີ່ມຂຶ້ນ, ສະດວກຕໍ່ການແຜ່ພັນຂອງສື່ກາງໄຂ້ເລືອດອອກ ເຊັ່ນ: ຍຸງລາຍເອຢິບ ເຊິ່ງເປັນສາເຫດຕົ້ນຕໍທີ່ພາໃຫ້ເຂດອາເມຣິກາລາຕິນ ແລະກາຣາອິບເກີດມີພະຍາດໄຂ້ເລືອດອອກຢ່າງຮ້າຍແຮງ. ນອກຈາກນີ້, ເນື່ອງຈາກບາງປະເທດອາເມຣິກາລາຕິນຂາດພະນັກງານການແພດທີ່ໄດ້ຮັບການອົບຮົມ ແລະອຸປະກອນການແພດ, ຈຶ່ງຜະເຊີນໜ້າກັບສິ່ງທ້າທາຍດ້ານການປ້ອງກັນ ແລະປິ່ນປົວພະຍາດຮຸນແຮງ.