ບົດລາຍງານວຽກງານຂອງລັດຖະບານຈີນ: ຈີນເປັນປະເທດທີ່ສ້າງສາສັນຕິພາບຂອງໂລກ, ປະເທດທີ່ປະກອບສ່ວນເຂົ້າໃນການພັດທະນາຂອງໂລກ ແລະປະເທດທີ່ປົກປັກຮັກສາລະບຽບສາກົນຢ່າງສະເໝີຕົ້ນສະເໝີປາຍ

2023-03-05 16:24:25 cri

 

ບົດລາຍງານວຽກງານຂອງລັດຖະບານຈີນທີ່ເຜີຍແຜ່ຕໍ່ພາຍນອກໃນວັນທີ 5 ມີນານີ້ລະບຸວ່າ: ຈີນຈະເດັດດ່ຽວປະຕິບັດນະໂຍບາຍການຕ່າງປະເທດທີ່ສັນຕິພາບເປັນເອກະລາດ ແລະເປັນເຈົ້າຕົນເອງ, ເດັດດ່ຽວເດີນຕາມເສັ້ນທາງການພັດທະນາໂດຍສັນຕິ, ຍຶດໝັ້ນພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືກັບປະເທດຕ່າງໆບົນພື້ນຖານ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ, ເດັດດ່ຽວປະຕິບັດຍຸດທະສາດການເປີດປະຕູສູ່ພາຍນອກແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຈະເປັນປະເທດທີ່ສ້າງສາສັນຕິພາບຂອງໂລກ, ປະເທດທີ່ປະກອບສ່ວນເຂົ້າໃນການພັດທະນາຂອງໂລກ ແລະປະເທດທີ່ປົກປັກຮັກສາລະບຽບສາກົນຢ່າງສະເໝີຕົ້ນສະເໝີປາຍ.

 

ບົດລາຍງານຍັງລະບຸຕື່ມວ່າ: ຈີນຍິນດີຮ່ວມກັບປະຊາຄົມໂລກຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາຂອງໂລກ ແລະຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ, ສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຮັກສາສັນຕິພາບຂອງໂລກ ແລະຄວາມໝັ້ນຄົງຂອງພາກພື້ນ.