ຈີນເດັດດ່ຽວຄັດຄ້ານການແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ, ຊຸກຍູ້ຂະບວນການໂຮມປະເທດຊາດເຂົ້າເປັນເອກະພາບໂດຍສັນຕິ

2023-03-05 15:21:53 cri


ວັນທີ 5 ມີນານີ້, ບົດລາຍງານວຽກງານຂອງລັດຖະບານຈີນທີ່ເຜີຍແຜ່ຕໍ່ພາຍນອກລະບຸວ່າ: ຈີນຈະຍຶດໝັ້ນປະຕິບັດແຜນການລວມຂອງພັກໃນຍຸກໃໝ່ກ່ຽວກັບການແກ້ໄຂບັນຫາໄຕ້ຫວັນ, ຍຶດໝັ້ນຫຼັກການປະເທດຈີນດຽວ ແລະຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ໄດ້ບັນລຸໃນປີ 1992, ເດັດດ່ຽວຄັດຄ້ານການແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ, ຊຸກຍູ້ການພົວພັນລະຫວ່າງສອງຝັ່ງຊ່ອງແຄບໃຫ້ຂະຫຍາຍໄປໜ້າໂດຍສັນຕິ, ຊຸກຍູ້ຂະບວນການໂຮມປະເທດຊາດເຂົ້າເປັນເອກະພາບໂດຍສັນຕິ.

ບົດລາຍງານລະບຸຕື່ມວ່າ: ຕ້ອງຊຸກຍູ້ການແລກປ່ຽນແລະການຮ່ວມມືດ້ານເສດຖະກິດແລະວັດທະນະທຳລະຫວ່າງສອງຝັ່ງ, ບັບປຸງລະບຽບການແລະນະໂຍບາຍກ່ຽວກັບການເພີ່ມຄວາມສຸກໃຫ້ກັບພີ່ນ້ອງຮ່ວມຊາດໄຕ້ຫວັນ, ຊຸກຍູ້ໃຫ້ສອງຝັ່ງຮ່ວມກັນເສີມຂະຫຍາຍວັດທະນະທຳຂອງປະຊາຊາດຈີນ, ຮ່ວມຈິດຮ່ວມໃຈກັນສ້າງພາລະກິດແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່.

ເມື່ອເວົ້າເຖິງຮົງກົງແລະມາກາວ, ບົດລາຍງານລະບຸວ່າ: ຕ້ອງຈັດຕັ້ງປະຕິບັດທິດທາງ ຄື:  “ປະເທດດຽວ ສອງລະບອບ”, ໃຫ້ຊາວຮົງກົງປົກຄອງຮົງກົງ, ໃຫ້ຊາວມາກາວປົກຄອງມາກາວ ແລະ ປົກຄອງຕົນເອງໃນລະດັບສູງຢ່າງຖືກຕ້ອງຮອບດ້ານ ແລະໝັ້ນໜຽວບໍ່ປ່ຽນແປງ, ຍຶດໝັ້ນການປົກຄອງຮົງກົງແລະມາກາວຕາມກົດໝາຍ, ປົກປັກຮັກສາລະບຽບກົດໝາຍຂອງເຂດບໍລິຫານພິເສດທີ່ກຳນົດໃນລັດຖະທຳມະນູນ ແລະ ກົດໝາຍພື້ນຖານຂອງເຂດບໍລິຫານພິເສດຮົງກົງ, ຈັດຕັ້ງປະຕິບັດຫຼັກການທີ່ໃຫ້ຜູ້ຮັກຊາດປົກຄອງຮົງກົງ ແລະໃຫ້ຜູ້ຮັກຊາດປົກຄອງມາກາວ. ສະໜັບສະໜູນຮົງກົງແລະມາກາວພັດທະນາເສດຖະກິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ເພື່ອຮັກສາຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບຍາວນານຂອງຮົງກົງແລະມາກາວ.


ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ