ຈັດກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນ

2023-03-05 10:34:27 cri


ວັນທີ 5 ມີນານີ້, ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນຊຸດໃໝ່ ທີ່ເປັນອົງການອຳນາດລັດສູງສຸດຂອງຈີນໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນ ຫຼວງປັກກິ່ງ. ຜູ້ນຳພັກ-ລັດ ຄື: ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ພ້ອມດ້ວຍຜູ້ແທນສະພາປະຊາຊົນແຫ່ງຊາດຈີນຊຸດໃໝ່ເກືອບ 3,000 ຄົນໄດ້ເຂົ້າຮ່ວມກອງປະຊຸມ.

ກອງປະຊຸມຄັ້ງນີ້ຈະເລືອກຕັ້ງແລະຕົກລົງການແຕ່ງຕັ້ງຄະນະລັດຖະບານຈີນຊຸດໃໝ່, ຄົ້ນຄວ້າພິຈາລະນາບົດລາຍງານວຽກງານຂອງລັດຖະບານ, ກຳນົດເປົ້າໝາຍແລະໜ້າທີ່ຕົ້ນຕໍແຫ່ງການພັດທະນາເສດຖະກິດສັງຄົມຈີນໃນປີ 2023 ພ້ອມດ້ວຍນະໂຍບາຍແລະມາດຕະການບໍລິຫານປະເທດຂອງລັດຖະບານ.

ໂດຍອີງຕາມວາລະປະຊຸມທີ່ໄດ້ປະກາດໃນມໍ່ໆມານີ້, ກອງປະຊຸມຍັງຈະຄົ້ນຄວ້າພິຈາລະນາຮ່າງກົດໝາຍວ່າດ້ວຍນິຕິບັນຍັດສະບັບດັດແກ້ ແລະແຜນການປະຕິຮູບໂຄງປະກອບການຈັດຕັ້ງຂອງລັດຖະບານຈີນ.