ການຮັບໃຊ້ປະຊາຊົນຄືຄວາມສຸກໃຫຍ່ທີ່ສຸດຂອງເຫຼີຍເຟີ່ງທີ່ທຸກຄົນຕ້ອງໄດ້ຮ່ຳຮຽນເອົາ

2023-03-06 14:42:41 cri


ວັນທີ 5 ມີນາ2023ເປັນວັນລະນຶກເຫຼີຍເຟິ່ງຄົບຮອບ60ປີ.

  ເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໃຫ້ຄຳຊີ້ນຳອັນສຳຄັນກ່ຽວກັບການລົງເລິກດຳເນີນການເຄື່ອນໄຫວຮຽນເອົານ້ຳໃຈເຫຼີຍເຟີ່ງໂດຍຊີ້ອອກວ່າ: ບໍ່ວ່າຍຸກສະໄໝຈະປ່ຽນແປງໄປຄືແນວໃດ, ນ້ຳໃຈເຫຼີຍເຟີ່ງຈະບໍ່ຕົກຍຸກຕະຫຼອດການ. ນ້ຳໃຈເຫຼີຍເຟີ່ງແມ່ນຫຍັງ? ເປັນຫຍັງທ່ານສີຈິ້ນຜິງຈິ່ງຕີລາຄານ້ຳໃຈເຫຼີຍເຟີ່ງຄືແນວນີ້? ຕໍ່ໄປພວກເຮົາມາຮັບຮູ້ຄວາມຮູ້ສຶກທີ່ມີຄວາມສຸກຂອງເຫຼີຍເຟີ່ງນຳກັນ.

ກ່ອນໜ້ານີ້20ປີ, ທ່ານສີຈິ້ນຜິງທີ່ດຳລົງຕຳແໜ່ງເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ຂຽນຄຳເວົ້າຕອນໜຶ່ງໃນປຶ້ມ “ຈື່ຈ່ຽງຊິ່ນຢີ”ຂອງເພິ່ນວ່າ: “ຕ້ອງຮຽນເອົາຄວາມຮູ້ສຶກທີ່ມີຄວາມສຸກຂອງສະຫາຍເຫຼີຍເຟີ່ງ. ເຖິງວ່າລາວມີຊີວິດພຽງແຕ່22ປີເທົ່ານັ້ນ, ແຕ່ລາວເວົ້າວ່າ: ‘ຄວາມສຸກແມ່ນຫຍັງ? ການຮັບໃຊ້ປະຊາຊົນຄືຄວາມສຸກໃຫຍ່ທີ່ສຸດ.’ ”

   ເດືອນກັນຍາ 2018, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມຫໍລະນຶກເຫຼີຍເຟີ່ງເປັນການສະເພາະ,ເພິ່ນກ່າວວ່າ: ນໍ້າໃຈເຫຼີຍເຟີ່ງເປັນຄຸນທາດທີ່ອະມະຕະ, ເຊິ່ງເປັນການປະສານສົມທົບກັນລະຫວ່າງວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງຈີນທີ່ມີປະ ຫວັດມາ 5.000 ປີ ກັບວັດທະນະທຳປະຕິວັດແດງ.

ເຫຼີຍເຟີ່ງ, ຊື່ເດີມແມ່ນ ເຫຼີຍເຈີ້ງຊິ່ງ, ເກີດເມື່ອປີ 1940 ໃນຄອບຄົວຊາວກະສິກອນທຸກຍາກຢູ່ເມືອງວ້າງເສີງແຂວງຫູນານ. ລາວເປັນກຳພອຍມາແຕ່ຍັງນ້ອຍ,ມີຊີວິດທີ່ເດືອດຮ້ອນຈາກຄວາມທຸກຍາກລຳບາກ, ຫຼັງຈາກປະເທດຊາດໄດ້ຮັບການປົດປ່ອຍແລ້ວ, ພັກກອມມູນິດຈີນໄດ້ຊ່ວຍເຫຼືອລາວອອກຈາກສະພາບອັນຕະລາຍໃກ້ຈະສິ້ນຊີວິດ. ປີ 1958, ເຫຼີຍເຟີ່ງທີ່ໄດ້ຕັ້ງອຸດົມການເຂົ້າ ຮ່ວມພາລະກິດທີ່ສະຫງ່າລາສີທີ່ສຸດຂອງປະເທດຊາດນັ້ນໄດ້ເດີນທາງຈາກແຂວງຫູນານຂຶ້ນເໜືອໄປເຮັດວຽກຢູ່ໂຮງງານຜະລິດເຫຼັກກ້າອ່ານຊ່ານແຂວງລຽວໜິງທີ່ຕົນເອງບໍ່ລຶ້ງເຄີຍທີ່ສຸດບໍ່ວ່າໃນດ້ານສະພາບແວດລ້ອມການເຮັດວຽກຫຼືເງື່ອນໄຂດິນຟ້າອາກາດ,ລາວເລີ່ມເຮັດວຽກຈາກການເປັນກຳມະກອນເຝິກຫັດ,ແລ້ວເຕີບໃຫຍ່ຂຶ້ນເປັນກຳມະກອນແບບຢ່າງເທື່ອລະກ້າວ.



ປີ1960, ເຫຼີຍເຟີ່ງມີອາຍຸ20ປີ, ລາວໄດ້ເຂົ້າເປັນທະຫານກອງທັບປົດປ່ອຍປະຊາຊົນຈີນ. ເດືອນພະຈິກປີດຽວກັນ, ເຫຼີຍເຟີ່ງໄດ້ເຂົ້າເປັນສະມາຊິກພັກກອມມູນິດຈີນ.

  ຫຼັງຈາກເຂົ້າເປັນສະມາຊິກພັກແລ້ວ, ເຫຼີຍເຟີ່ງມີຄວາມຮຽກຮ້ອງຕໍ່ຕົນເອງຍິ່ງເຂັ້ມງວດກວ່າເກົ່າ. ເງິນອຸດໜູນແຕ່ລະເດືອນຂອງລາວ, ນອກຈາກເສຍເງິນສະຕິພັກ,ຊື້ສະບູ,ຕັດຜົມແລະຊື້ປຶ້ມອ່ານແລ້ວ, ເຫຼືອນັ້ນແມ່ນຝາກທະນາຄານໄວ້ໝົດ. ເງິນຝາກປະຢັດຈະກຽມໃຊ້ເຮັດຫຍັງແດ່? ລາວໄດ້ຝາກເງິນທາງໄປສະນີໂດຍບໍ່ອອກນາມເພື່ອຊ່ວຍເຫຼືອປະຊາຊົນແຂວງລຽວນິງທີ່ປະສົບໄພນ້ຳຖ້ວມຮ້າຍແຮງ, ຝາກໄປໃຫ້ພໍ່ຂອງເພື່ອນນັກຮົບທີ່ເຈັບເປັນ ແລະອື່ນໆ.



ເຫຼີຍເຟີ່ງໄດ້ຝາກເງິນທາງໄປສະນີໂດຍບໍ່ອອກນາມເພື່ອຊ່ວຍເຫຼືອປະຊາຊົນແຂວງລຽວນິງທີ່ປະສົບໄພນ້ຳຖ້ວມຮ້າຍແຮງ

  ເຫຼີຍເຟີ່ງເຄີຍຂຽນບົດບັນທຶກປະຈຳວັນທີ່ລະບຸວ່າ: “ບາງຄົນເຫັນຂ້ອຍບໍ່ຍອມໃຊ້ຈ່າຍເງິນແມ່ນແຕ່ອັດດຽວໃນຍາມທຳມະດາ, ກໍເວົ້າໃສ່ວ່າ ຂ້ອຍເປັນຄົນໂງ່. ຄວາມຈິງແລ້ວ, ເຂົາເຈົ້າບໍ່ຮູ້ເລີຍວ່າ ຂ້ອຍຕ້ອງທ້ອນເງິນເຫຼົ່ານີ້ໄວ້ເພື່ອເຮັດສິ່ງເລັກໜ້ອຍທີ່ເປັນປະໂຫຍດຕໍ່ປະຊາຊົນແລະປະເທດຊາດ. ຖ້າຫາກວ່າ ເຮັດແນວນີ້ແລ້ວເປັນຄົນໂງ່, ຂ້ອຍກໍຍອມເປັນຄົນໂງ່, ເພາະວ່າ ການປະຕິວັດຕ້ອງການຄົນໂງ່ແບບນີ້, ການສ້າງສາປະເທດຊາດກໍຕ້ອງການຄົນໂງ່ແບບນີ້ເຊັ່ນດຽວກັນ, ຂ້ອຍແມ່ນມີຄວາມຄິດຢ່າງດຽວຄື: ຕ້ອງຈົງຮັກພັກດີ ຕໍ່ພັກ,ຕໍ່ສັງຄົມນິຍົມ,ຕໍ່ລັດທິກອມມູນິດຢ່າງສຸດໃຈ.”

  ເວົ້າສຳລັບເຫຼີຍເຟີ່ງແລ້ວ, ການມີອຸດົມການແລະຄວາມເຊື່ອອັນເດັດດ່ຽວຄືຄວາມສຸກທີ່ຍິ່ງໃຫຍ່.

   ວັນທີ 15 ສິງຫາ 1962, ເຫຼີຍເຟີ່ງໄດ້ເສຍສະຫຼະຊີວິດເພື່ອວຽກສ່ວນລວມ.

ວັນທີ 5 ມີນາ 1963, ທ່ານເໝົາເຈີຕຸ່ງ ຜູ້ນຳຈີນໃນເວລານັ້ນໄດ້ຂຽນຄຳຈາລຶກເຖິງສະຫາຍເຫຼີຍເຟີ່ງແລະຄຳຮຽກຮ້ອງໃຫ້ທົ່ວສັງຄົມຮ່ຳຮຽນເອົານ້ຳໃຈຂອງເຫຼີຍເຟີ່ງເປັນແບບຢ່າງ, ຫຼັງຈາກນັ້ນ, ວັນທີ 5 ມີນາຂອງທຸກໆປີຈຶ່ງໄດ້ກາຍເປັນ “ວັນລະນຶກເຫຼີຍເຟີ່ງ”, ເຫຼີຍເຟີ່ງໄດ້ກາຍເປັນຂວັນໃຈຂອງຄົນຈີນແຕ່ລະເຊັ່ນຄົນ, ບົດບັນທຶກປະຈຳວັນຂອງເຫຼີຍເຟີ່ງກໍໄດ້ກາຍເປັນແຮງບັນດານທາງດ້ານຈິດໃຈສຳລັບຄົນຈີນແຕ່ລະເຊັ່ນຄົນໃນເວລາຕໍ່ມາ.

ທ່ານສີຈິ້ນຜິງເຄີຍກ່າວວ່າ: “ເຫຼີຍເຟີ່ງເປັນຕົວແບບຂອງຍຸກສະໄໝ, ນໍ້າໃຈເຫຼີຍເຟີ່ງເປັນຄຸນທາດທີ່ອະມະຕະ”.

“ສະສົມຄວາມດີນ້ອຍໃຫ້ກາຍເປັນຄວາມດີໃຫຍ່, ນີ້ເປັນຄວາມດີທີ່ຍິ່ງໃຫຍ່ທີ່ສຸດ. ນີ້ເປັນທາດແທ້ດຽວກັນກັບຈິດໃຈຮັບໃຊ້ປະຊາຊົນ ແລະເປັນຜູ້ຮັບໃຊ້ປະຊາຊົນຂອງພັກພວກເຮົາ. ພວກເຮົາເມື່ອພົບເຫັນຄົນທີ່ມີຄຸນສົມບັດກໍຄວນຮ່ຳຮຽນເອົາແບບຢ່າງນຳ, ສືບທອດນໍ້າໃຈເຫຼີຍເຟີ່ງໄປທຸກເຊັ່ນຄົນ.”

ເຫຼີຍເຟິ່ງເຄີຍຂຽນບົດບັນທຶກປະຈຳວັນທີ່ລະບຸວ່າ: “ຕົນເອງລຳບາກໜ້ອຍໜຶ່ງ, ເຮັດສິ່ງທີ່ດີໜ້ອຍໜຶ່ງເພື່ອຊ່ວຍເຫຼືອປະຊາຊົນໃຫ້ຫຼາຍ, ນີ້ແມ່ນຄວາມສຸກໃຫຍ່ທີ່ສຸດຂອງຂ້ອຍ.”



ເຫຼີຍເຟີ່ງຊັກເຄື່ອງໃຫ້ເພື່ອນນັກຮົບ

ມີເທື່ອໜຶ່ງ,ໃນເວລາປ່ຽນລົດໄຟຕໍ່ທາງຢູ່ສະຖານີລົດໄຟເສີນຢາງແຂວງລຽວໜິງ, ເຫຼີຍເຟີ່ງໄດ້ໃຊ້ເງິນອຸດໜູນຂອງຕົນຊື້ປີ້ລົດໄຟໄປແຂວງຈີ່ລິນປີ້ໜຶ່ງໃຫ້ແມ່ຍິງໄວກາງຄົນຜູ້ໜຶ່ງທີ່ປີ້ລົດໄຟແລະກະເປົາເງິນເສຍ. ແມ່ຍິງຜູ້ນີ້ຖາມດ້ວຍນ້ຳຕາເຕັມເບົ້າວ່າ: “ນ້ອງເອີຍ, ນ້ອງຊື່ຫຍັງ, ຂຶ້ນກັບໜ່ວຍງານໃດ?” ເຫຼີຍເຟີ່ງຕອບວ່າ: “ຂ້ອຍຊື່ທະຫານປົດປ່ອຍ,ດຳລົງຊີວິດຢູ່ປະເທດຈີນນີ້ເອງ.”



ເຫຼີຍເຟີ່ງຮຽນຫຼັົກມູນແລະໂຄງສ້າງລົດຍົນຕາມປຶ້ມແບບຮຽນ

ບົດບັນທຶກປະຈຳວັນຂອງເຫຼີຍເຟີ່ງມີບາງຕອນໄດ້ລະບຸວ່າ: “ຊີວິດຂອງຄົນແມ່ນມີຂີດຈຳກັດ,ແຕ່ວ່າການຮັບໃຊ້ປະຊາຊົນແມ່ນບໍ່ມີຂີດຈຳກັດ. ຂ້ອຍຈະທຸ້ມເທຊີວິດທີ່ມີຂີດຈຳກັດເຂົ້າໃນການຮັບໃຊ້ປະຊາຊົນທີ່ບໍ່ມີຂີດຈຳກັດ.”

ການອຸທິຊີວິດທີ່ມີຂີດຈຳກັດໃຫ້ແກ່ພາລະກິດຮັບໃຊ້ປະຊາຊົນທີ່ບໍ່ມີຂີດຈຳກັດ, ນີ້ຄືຄວາມຮູ້ສຶກທີ່ມີຄວາມສຸກຂອງເຫຼີຍເຟີ່ງ.

ທ່ານສີຈິ້ນຜິງເຄີຍເວົ້າວ່າ: ການຮຽນເອົານ້ຳໃຈເຫຼີຍເຟີ່ງແມ່ນຕ້ອງເຊື່ອມສານອຸດົມການອັນສູງສົ່ງແລະເປົ້າໝາຍແຫ່ງການສະແຫວງຫາຄຸນທາດຄຸນສົມບັດເຂົ້າໃນວຽກງານແລະຊີວິດປະຈຳວັນ, ເປັນນ໋ອດທີ່ບໍ່ເຂົ້າໝ້ຽງຈັກເທື່ອດວງໜຶ່ງຢູ່ຕຳແໜ່ງວຽກງານຂອງຕົນ.

ບົດບັນທຶກປະຈຳວັນຂອງເຫຼີຍເຟີ່ງມີບາງຕອນໄດ້ລະບຸວ່າ: “ເນື່ອງຈາກມີນ໋ອດຈຳນວນຫຼວງຫຼາຍເຊື່ອມຕໍ່ກັນໃຫ້ໝັ້ນຄົງ,ເຄື່ອງຈັກຈິ່ງຈະເປັນຕົວອັນດຽວທີ່ໝັ້ນຄົງ,ຈິ່ງຈະໝູນເດີນເປັນຢ່າງດີ ແລະເສີມຂະຫຍາຍສະມັດຖະພາບອັນໃຫຍ່ຫຼວງໃນການໃຊ້ງານຂອງມັນ. ນ໋ອດເຖິງຈະເປັນໂຕນ້ອຍ ແຕ່ບົດບາດຂອງມັນແມ່ນຄາດຄະເນບໍ່ໄດ້, ຂ້ອຍຍອມເປັນນ໋ອດດວງໜຶ່ງຕະຫຼອດການ.”

ໃນໄລຍະເຮັດວຽກຢູ່ໂຮງງານຜະລິດເຫຼັກກ້າອ່ານຊ່ານແຂວງລຽວໜິງເປັນເວລາໜຶ່ງປີປາຍ, ເຫຼີຍເຟີ່ງໄດ້ຮັບນາມມະຍົດຕ່າງໆຫຼາຍຄັ້ງເຊັ່ນ: ຜູ້ເຮັດວຽກກ້າວໜ້າ, ກຳມະກອນດີເດັ່ນແລະນັກທຸງແດງ.



ເຫຼີຍເຟີ່ງຖ່າຍທອດບົດຮຽນດ້ານການຂັບຂີ່ປອດໄພແລະວິທີປະຢັດນ້ຳມັນໃຫ້ເພື່ອນນັກຮົບທັງຫຼາຍ

ເຂົ້າເປັນທະຫານບໍ່ຮອດ3ປີ, ເຫຼີຍເຟີ່ງໄດ້ຮັບຫຼຽນໄຊສາມຄັ້ງ, ຖືກຍ້ອງຍໍເປັນ ນັກຮົບ5ດີແລະນັກຮົບດີເດັ່ນປະຢັດ.

ເວົ້າສຳລັບເຫຼີຍເຟີ່ງແລ້ວ, ການເຊື່ອມໂຍງເຂົ້າໃນລວມໝູ່, ທຸ້ມເທຄວາມກະຕືລືລົ້ນຢ່າງເຕັມປ່ຽມເຂົ້າໃນວຽກງານທຸກຢ່າງ, ເປັນນ໋ອດທີ່ບໍ່ເຂົ້າໝ້ຽງຈັກເທື່ອໃນພາລະກິດຂອງພັກ, ນີ້ຄືຄວາມສຸກ.

ປີ 2018, ເວລາຢ້ຽມຢາມຫໍລະນຶກເຫຼີຍເຟີ່ງ, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມດູດດື່ມວ່າ: “ຖ້າວ່າ ຄົນຈີນ1ຕື້300ລ້ານກວ່າຄົນ, ສະມາຊິກພັກ89ລ້ານກວ່າຄົນ,ແລະການຈັດຕັ້ງພັກ 4 ລ້ານກວ່າແຫ່ງລ້ວນແຕ່ສາມາດຮຽນເອົານ້ຳໃຈເຫຼີຍເຟີ່ງໄດ້, ແລະສາມາດເປັນ ນ໋ອດທີ່ບໍ່ເຂົ້າໝ້ຽງຈັກເທື່ອໃນຕຳແໜ່ງວຽກງານຂອງຕົນໄດ້, ກຳລັງເຕົ້າໂຮມຄວາມສາມັກຄີແລະກຳລັງຕໍ່ສູ້ຂອງພວກເຮົາຈະເຂັ້ມແຂງຍິ່ງໃຫຍ່ຫາອັນປຽບບໍ່ໄດ້, ພວກເຮົາເວລາໃດກໍຈະສາມາດໄດ້ຮັບໄຊຊະນະໄດ້.”

ຕະຫຼອດໄລຍະ60ປີຜ່ານມານີ້, ການເຄື່ອນໄຫວຮຽນເອົານ້ຳໃຈເຫຼີຍເຟີ່ງໄດ້ດຳເນີນກ້າວເຂົ້າສູ່ລວງເລິກໃນທົ່ວປະເທດຈີນ, ຊື່ຂອງເຫຼີຍເຟີ່ງເປັນທີ່ຮັບຮູ້ໂດຍທົ່ວໄປໃນທົ່ວປະເທດ, ວິລະກຳອັນດີເດັ່ນຂອງເຫຼີຍເຟີ່ງໄດ້ເຂົ້າເຖິງຈິດໃຈຂອງປະຊາຊົນຈີນຢ່າງເລິກເຊິ່ງ, ນ້ຳໃຈເຫຼີຍເຟີ່ງໄດ້ບຳລຸງຈິດໃຈຂອງລູກຫຼານປະຊາຊາດຈີນມາທຸກເຊັ່ນຄົນ.