ສະຖາບັນການເງິນຂອງອາເມລິກາປະເມີນວ່າ, ປະລິມານການຜະລິດນໍ້າມັນເຊື້ອໄຟຂອງຣັດເຊຍຈະຟື້ນຟູສູ່ລະດັບປົກກະຕິໃນເດືອນມິຖຸນາປີນີ້

2023-03-06 13:10:35 CRI

 

   ທະນາຄານ ເຈ ພີ ມໍແກນ(J.P.Morgan) ທີ່ເປັນສະຖາບັນບໍລິການດ້ານການເງິນຂອງອາເມລິກາໄດ້ເຜີຍແຜ່ບົດລາຍງານການປະເມີນໃນຫວ່າງບໍ່ດົນມານີ້ໂດຍເຫັນວ່າ: ເຖິງວ່າປະເທດຕາເວັນຕົກໄດ້ປະຕິບັດມາດຕະການລົງໂທດທີ່ແນໃສ່ນໍ້າມັນເຊື້ອໄຟຂອງຣັດເຊຍເປັນຫຼາຍຮອບ, ສົ່ງຜົນເຮັດໃຫ້ການສົ່ງອອກນໍ້າມັນຂອງຣັດເຊຍທີ່ມີຕໍ່ເອີຣົບນັ້ນຫຼຸດໜ້ອຍລົງກໍຕາມ, ແຕ່ເນື່ອງຈາກວ່າຄວາມຕ້ອງການຢູ່ພາກພື້ນອາຊີເພີ່ມຂຶ້ນ, ຈຶ່ງເຮັດໃຫ້ການສົ່ງອອກນໍ້າມັນເຊື້ອໄຟຂອງຣັດເຊຍບໍ່ໄດ້ຮັບຜົນກະທົບຫຼາຍປານໃດ. ບົດລາຍງານສະບັບດັ່ງກ່າວຄາດຄະເນວ່າ, ໃນເດືອນມິຖຸນາປີນີ້, ຣັດເຊຍຈະສາມາດຟື້ນຟູປະລິມານການຜະລິດນໍ້າມັນເຊື້ອໄຟໃຫ້ກັບຄືນສູ່ສະພາບປົກກະຕິຄືກັນກັບໄລຍະກ່ອນເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນທີ່ສາມາດຜະລິດນໍ້າມັນເຊື້ອໄຟໄດ້ 10.800.000 ບາເຣນຕໍ່ມື້.


   ເລີ່ມຕົ້ນຈາກເດືອນກຸມພາປີນີ້, ສະຫະພາບເອີຣົບແລະກຸ່ມ 7 ປະເທດໄດ້ປະຕິບັດມາດຕະການຈໍາກັດລາຄານໍ້າມັນເຊື້ອໄຟຂອງຣັດເຊຍທີ່ສົ່ງອອກຜ່ານການຂົນສົ່ງທາງເຮືອໃຫ້ຢູ່ໃນລະດັບ 60 ໂດລາຕໍ່ບາເຣນ, ສ່ວນຝ່າຍຣັດເຊຍໄດ້ປະກາດຫຼຸດປະລິມານການຜະລິດນໍ້າມັນເຊື້ອໄຟໃນຈໍານວນ 500.000 ບາເຣນຕໍ່ມື້ໃນເດືອນມິນານີ້, ເທົ່າກັບ 5% ຂອງຍອດປະລິມານການຜະລິດນໍ້າມັນເຊື້ອໄຟທັງໝົດຂອງຣັດເຊຍ, ເພື່ອຕອບໂຕ້ຕໍ່ມາດຕະການຈໍາກັດລາຄານໍ້າມັນເຊື້ອໄຟຂອງປະເທດຕາເວັນຕົກ.