ເປັນຫຍັງທ່ານສີຈິ້ນຜິງຈຶ່ງເນັ້ນໜັກເຖິງການພັດທະນາທີ່ມີຄຸນນະພາບສູງເທື່ອແລ້ວເທື່ອອີກ

2023-03-06 15:09:31 CRI


ວັນທີ 5 ມີນາ 2023, ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ທີ່ເປັນອົງການອຳນາດສູງສຸດຂອງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູ່ຕໍ່ບົດລາຍງານວຽກງານລັດຖະບານ. ໃນເວລາປະກອບຄຳເຫັນ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກອີກເທື່ອໜຶ່ງວ່າ ຕ້ອງກຳແໜ້ນການພັດທະນາທີ່ມີຄຸນນະພາບສູງ ເຊິ່ງເປັນໜ້າທີ່ສຳຄັນອັນດັບໜຶ່ງນັ້ນຢ່າງໜັກແໜ້ນ. ເປັນຫຍັງທ່ານສີຈີ້ນຜິງຈຶ່ງເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູ່? ເປັນຫຍັງທ່ານຈຶ່ງໃຫ້ຄວາມສຳຄັງເປັນຢ່າງສູງຕໍ່ການພັດທະນາທີ່ມີຄຸນນະພາບສູງ? ເປົ້າໝາຍສຸດທ້າຍຂອງການພັດທະນາທີ່ມີຄຸນນະພາບສູງແມ່ນຫຍັງ?

 

ເປັນຫຍັງທ່ານສີຈີ້ນຜິງຈຶ່ງເຂົ້າຮ່ວມການເປິກສາຫາລືຂອງຄະນະຜູ້ແທນແຂວງຈ່ຽງຊູ່?

ອີງຕາມລັດຖະທຳມະນູນຂອງຈີນ, ສະພາປະຊາຊົນແຫ່ງຊາດຈີນຈະຈັດກອງປະຊຸມສາມັນປີລະເທື່ອ, ຜູ້ແທນປະຊາຊົນທີ່ເຂົ້າຮ່ວມກອງປະຊຸມຈະປະກອບເປັນຄະນະຜູ້ແທນອີງຕາມຫົວໜ່ວຍການເລືອກຕັ້ງ, ເປິກສາຫາລືກ່ຽວກັບຫົວຂໍ້ທີ່ຕ້ອງພິຈາລະນາ, ໃນທີ່ສຸດແມ່ນປ່ອນບັດລົງຄະແນນສຽງໃນກອງປະຊຸມຄົບຄະນະ. ລະບອບສະພາປະຊາຊົນແຫ່ງຊາດແມ່ນພາກສ່ວນອັນສຳຄັນໃນລະບອບປະຊາທິປະໄຕຂອງຈີນ. ທ່ານສີຈິ້ນຜິງເປັນຜູ້ແທນປະຊາຊົນຜູ້ໜຶ່ງໃນຄະນະຜູ້ແທນແຂວງຈ່ຽງຊູ່, ອີງຕາມວາລະກອງປະຊຸມຄັ້ງນີ້, ທ່ານສີຈິ້ນຜິງ ແລະ ຜູ້ແທນທ່ານອື່ນໆໄດ້ພິຈາລະນາບົດລາຍງານວຽກງານລັດຖະບານ. ໃນເວລາທີ່ປະກອບຄຳເຫັນ, ທ່ານສີຈິ້ນຜິງໄດ້ສະແດງຄວາມເຫັນດີຕໍ່ບົດລາຍງານວຽກງານລັດຖະບານ, ແລະໄດ້ລົງເລິກບັນລະຍາຍໂດຍປິ່ນອ້ອມການພັດທະນາທີ່ມີຄຸນນະພາບສູງ.

 

ເປັນຫຍັງທ່ານຈຶ່ງໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພັດທະນາທີ່ມີຄຸນນະພາບສູງ?

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: “ການພັດທະນາທີ່ມີຄຸນນະພາບສູງແມ່ນໜ້າທີ່ສຳຄັນອັນດັບໜຶ່ງໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ”. ໃນຊຸມປີມໍ່ໆມານີ້, ທ່ານສີຈິ້ນຜິງໄດ້ສະເໜີຄວາມຮຽກຮ້ອງຕໍ່ການພັດທະນາທີ່ມີຄຸນນະພາບສູງມາຫຼາຍເທື່ອໃນການປະກອບຄຳເຫັນ. ພຽງແຕ່ປີ 2023 ນີ້, ທ່ານສີຈິ້ນຜິງ ໄດ້ວາງແຜນດຳເນີນວຽກງານທີ່ກ່ຽວຂ້ອງໃນກອງປະຊຸມສຳຄັນຫຼາຍຄັ້ງ. ການພັດທະນາທີ່ມີຄຸນນະພາບສູງແມ່ນເນື້ອໃນສຳຄັນໃນແນວຄິດສີຈິ້ນຜິງກ່ຽວກັບເສດຖະກິດ, ເຊິ່ງມີຈຸດປະສົງເພື່ອຊຸກຍູ້ໃຫ້ເສດຖະກິດຈີນຍົກລະດັບສູງຂຶ້ນກວ່າເກົ່າ.


ສິ່ງສຳຄັນຂອງການພັດທະນາທີ່ມີຄຸນນະພາບສູງແມ່ນເລັ່ງລັດການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກໂນໂລຊີລະດັບສູງ, ຄືດັ່ງທ່ານສີຈິ້ນຜິງກ່າວໄວ້ວ່າ: “ນີ້ແມ່ນເສັ້ນທາງທີ່ຕ້ອງຜ່ານໃນການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ,” “ແມ່ນຂໍກຸນແຈທີ່ຈີນສາມາດສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະເຂັ້ມແຂງໃຫ້ສຳເລັດຜົນຢ່າງຮອບດ້ານຕາມເວລາກຳນົດໄດ້ຫຼືບໍ່”. ໃນການແຂ່ງຂັນຢູ່ສາກົນທີ່ດຸເດືອດ, ອາເມຣິກາ ຍຸແຫຍ່ພັນທະມິດຂອງເຂົາສ້າງສິ່ງກີດຂວາງຕໍ່ກັບຈີນໃນຂົງເຂດໄຮເທັກ, ມັກລົງໂທດວິສາຫະກິດຈີນຕາມລຳພັງໃຈ. ປັດຈຸບັນນີ້, ການພັດທະນາຂອງວິທະຍາສາດເຕັກໂນໂລຊີ ແລະ ເສດຖະກິດສັງຄົມໄດ້ເຊື່ອມໂຍງເຂົ້າກັນໄວກວ່າເກົ່າ, ການເຊື່ອມໂຍງຂອງວິຊາຕ່າງໆ ແລະ ການຄົ້ນຄວ້າຂ້າມວິຊາຢູ່ໃນໂລກໄດ້ພັດທະນາໄປຢ່າງບໍ່ຢຸດຢັ້ງ, ຖ້າເສດຖະກິດຈີນຢາກບັນລຸການພັດທະນາທີ່ມີຄຸນນະພາບສູງ, ຕ້ອງເປີດຊ່ອງທາງການແຂ່ງຂັນອັນໃໝ່, ສ້າງກຳລັງຂັບເຄື່ອນອັນໃໝ່, ເວົ້າໃນຂັ້ນກົກຮາກແລ້ວກໍແມ່ນຕ້ອງອາໄສການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ. ເມື່ອ 2 ອາທິດກ່ອນ, ທ່ານສີຈິ້ນຜິງຍັງໄດ້ຮຽກຈັດການຮ່ຳຮຽນແບບລວມໝູ່ຂອງກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ວາງແຜນກ່ຽວກັບຈີນເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານ, ພະຍາຍາມບັນລຸການບຸກທະລຸຂອງວິທະຍາສາດເຕັກໂນໂລຊີທີ່ເປັນແກ່ນສານ. ສິ່ງນີ້ໄດ້ສະແດງໃຫ້ເຫັນເຖິງວິໄສທັດທີ່ເບິ່ງກວ້າງມອງໄກ ແລະ ແນວຄິດທີ່ເປັນລະບົບຂອງທ່ານສີຈິ້ນຜິງ.

 

ຈີນຈະບັນລຸການພັດທະນາທີ່ມີຄຸນນະພາບສູງໄດ້ແນວໃດ?

ໃນການປະກອບຄຳເຫັນເມື່ອວັນທີ 5 ມີນາ 2023, ທ່ານສີຈິ້ນຜິງໄດ້ສະເໜີຄວາມຄິດຄວາມເຫັນກ່ຽວກັບການພັດທະນາທີ່ມີຄຸນນະພາບສູງ.

ທ່ານເຫັນວ່າ, ຈີນຕ້ອງເລັ່ງລັດປະຕິບັດຍຸດທະສາດການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງໃໝ່, ສະໜັບສະໜູນນັກວິທະຍາສາດລະດັບສຸດຍອດດຳເນີນການຄົ້ນຄວ້າທີ່ມີລັກສະນະປະດິດສ້າງໃໝ່ ແລະ ນຳໜ້າ, ຍົກສູງລະດັບທີ່ຜົນງານໄຮເທັກຫັນເປັນຜົນປະໂຫຍດຕົວຈິງ ແລະ ຫັນເປັນອຸດສາຫະກຳ, ສ້າງສູນປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະ ອຸດສາຫະກຳທີ່ມີອິດທິພົນຢູ່ໃນໂລກ. ຕ້ອງເລັ່ງລັດສ້າງລະບົບອຸດສາຫະກຳທີ່ທັນສະໄໝ, ສຸມໃສ່ການພັດທະນາເສດຖະກິດຮູບປະທຳ. ຕ້ອງສ້າງລະບຽບເສດຖະກິດຕະຫຼາດສັງຄົມນິຍົມທີ່ມີລະດັບສູງ, ຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງ. ການຫັນເປັນທັນສະໄໝດ້ານກະສິກຳ ແມ່ນຄວາມຮຽກຮ້ອງທີ່ຈຳເປັນໃນການບັນລຸການພັດທະນາທີ່ມີຄຸນນະພາບສູງຂອງຈີນ.

 

ເປົ້າໝາຍສຸດທ້າຍຂອງການພັດທະນາດ້ວຍຄຸນນະພາບສູງຂອງຈີນແມ່ນຫຍັງ?

ໃນສາຍຕາຂອງທ່ານສີຈິ້ນຜິງ, ເປົ້າໝາຍສຸດທ້າຍຂອງການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງແມ່ນສ້າງຄວາມສະຫງົບສຸກໃຫ້ແກ່ປະຊາຊົນ. ທ່ານກ່າວວ່າ: “ຕ້ອງໃຫ້ຜົນການພັດທະນາຫັນເປັນຊີວິດທີ່ມີຄຸນນະພາບດີຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມເຂົ້າເຖິງ, ຄວາມສຸກແລະຄວາມປອດໄພຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.”


 “ຖືປະຊາຊົນເປັນສິ່ງສຳຄັນທີ່ສຸດ” ແມ່ນແນວຄວາມຄິດແກນກາງດ້ານການປົກຄອງປະເທດຊາດ. ເມື່ອເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນແຕ່ລະປີ, ທ່ານສີຈິ້ນຜິງມັກຈະສົນທະນາແລກປ່ຽນກັບຜູ້ແທນແລະກຳມະການທີ່ມາຈາກຮາກຖານ, ເພິ່ນໄດ້ສອບຖາມສະພາບການເຮັດວຽກແລະການດຳລົງຊີວິດ, ການຮັບປະກັນດ້ານຊີວິດການເປັນຢູ່, ການບໍລິຫານຢູ່ຮາກຖານ ແລະອື່ນໆ, ທັງໝົດເຫຼົ່ານີ້ແມ່ນເນື້ອໃນທີ່ເພິ່ນເອົາໃຈໃສ່ຫຼາຍ, ທັງແມ່ນຄວາມຮັກແພງມາໂດຍຕະຫຼອດ, ທ່ານເວົ້າຢູ່ເລື້ອຍໆວ່າ: ຕົນເອງແມ່ນພະນັກງານເຮັດເພື່ອປະຊາຊົນ, ທ່ານຍັງເນັ້ນໜັກຫຼາຍຄັ້ງວ່າ: ການພັດະທະນາຕ້ອງຖືປະຊາຊົນເປັນໃຈກາງ. ປີ 2012, ຫຼັງຈາກທ່ານສີຈິ້ນຜິງໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນແລ້ວ, ທ່ານເວົ້າວ່າ: ຄວາມປາດຖະໜາຕໍ່ຊີວິດອັນດີງາມຂອງປະຊາຊົນ ຄືເປົ້າໝາຍສູ້ຊົນຂອງພວກເຮົາ. ນີ້ແມ່ນຄວາມສະແຫວງຫາທີ່ບໍ່ປ່ຽນແປງຕະຫຼອດໄປຂອງທ່ານສີຈິ້ນຜິງ.