ທູຕານຸທູດຫຼາຍປະເທດປະຈຳຈີນເຫັນວ່າ ຄວາມທັນສະໄໝແບບຈີນບໍ່ພຽງແຕ່ມີຜົນດີຕໍ່ການພັດທະນາຂອງຈີນເອງເທົ່ານັ້ນ ຍັງສາມາດເປັນບົດຮຽນທີ່ດີສຳລັບປະເທດອື່ນອີກດ້ວຍ

2023-03-06 11:34:41 cri

ກອງປະຊຸມເທື່ອທີໜຶ່ງຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ14ໄດ້ໄຂຂຶ້ນໃນວັນທີ 5 ມີນານີ້. ທູຕານຸທູດຂອງຫຼາຍປະເທດປະຈຳຈີນໄດ້ຮັບເຊີນເຂົ້າຮ່ວມຟັງກອງປະຊຸມ. ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທູຕານຸທູດທັງຫຼາຍກ່າວຢືນຢັນວ່າ: ຄອງຄອຍວ່າ ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຫຼືກອງປະຊຸມສອງສະພາຈະເຜີຍແຜ່ນະໂຍບາຍໃໝ່ແລະມາດຕະການໃໝ່, ເຊິ່ງບໍ່ພຽງແຕ່ຈະນຳພາປະເທດຈີນກ້າວໄປສູ່ການພັດທະນາອັນໃໝ່ເທົ່ານັ້ນ, ຍັງຈະເກີດມີຜົນສະທ້ອນອັນເລິກເຊິ່ງແລະຍາວໄກຕໍ່ໂລກອີກດ້ວຍ.

 ປີ2022, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນໄດ້ວາງແຜນການທີ່ຍິ່ງໃຫຍ່ກ່ຽວກັບການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານແລະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ. ທ່ານນາງ ມາກທາ ມາໂວຣມມາຕີ ເອກອັກຄະລັດຖະທູດໄຊປຣັດປະຈຳຈີນກ່າວວ່າ: ໃນໄລຍະ10ປີຜ່ານມາ, ຈີນໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງດ້ານການພັດທະນາໃນຂົງເຂດຕ່າງໆ, ໃນຕໍ່ໜ້າ ຍ່ອມຈະໄດ້ຮັບຜົນສຳເລັດທີ່ໃຫຍ່ຫຼວງກວ່າເກົ່າບົນເສັ້ນທາງການພັດທະນາຄວາມທັນສະໄໝແບບຈີນ.

 ທ່ານຮັດຊາມ ອັນ ຮັດເຊນີ ເອກອັກຄັດຖະທູດຊັອກດານີປະຈຳຈີນເຫັນວ່າ: ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝບົນພື້ນຖານສະພາບແຫ່ງຊາດຈີນແລະວັດທະນະທຳປະຫວັດສາດຈີນ ທັງແມ່ນເສັ້ນທາງທັນສະໄໝທີ່ສອດຄ່ອງກັບການພັດທະນາຂອງຈີນ. ຄວາມທັນສະໄໝແບບຈີນບໍ່ພຽງແຕ່ມີຜົນດີຕໍ່ການພັດທະນາຂອງຈີນເອງເທົ່ານັ້ນ ຍັງສາມາດເປັນບົດຮຽນທີ່ດີສຳລັບປະເທດອື່ນອີກດ້ວຍ.

   ທ່ານເຈມີ ໂຟລຄຣູສ ເອກອັກຄະລັດຖະທູດຟີລິບປິນປະຈຳຈີນກໍຄອງຄອຍຈະໄດ້ຖອດຖອນບົດຮຽນການພັດທະນາຄວາມທັນສະໄໝແບບຈີນຈາກກອງປະຊຸມສອງສະພາຄັ້ງນີ້, ເພື່ອຊອກຄົ້ນເຄັດລັບການພັດທະນາຂອງຈີນທີ່ກ້າວໄປສູ່ປະເທດເຂັ້ມແຂງທີ່ທັນສະໄໝ.