ປະທານລັດຖະສະພາຮົງກາລີກ່າວວ່າ: ຫຼາຍປະເທດສະມາຊິກນາໂຕແລະສະຫະພາບເອີຣົບໄດ້ເຂົ້າຮ່ວມການປະທະກັນລະຫວ່າງຣັດເຊຍ-ອູແກຣນໃນຕົວຈິງ

2023-03-06 11:20:27 CRI

 

   ທ່ານ ໂຄເວີ ລາສໂລ ປະທານລັດຖະສະພາຮົງກາລີໄດ້ໃຫ້ສໍາພາດຕໍ່ສື່ມວນຊົນທ້ອງຖິ່ນໃນຫວ່າງບໍ່ດົນມານີ້ວ່າ: ຈາກການສະໜັບສະໜູນດ້ານການທະຫານເປັນຈໍານວນມະຫາສານໃຫ້ແກ່ປະເທດອູແກຣນ, ເຮັດໃຫ້ຫຼາຍປະເທດສະມາຊິກ ອົງການນາໂຕແລະສະຫະພາບເອີຣົບໄດ້ກາຍເປັນຝ່າຍໃດຝ່າຍໜຶ່ງໃນການປະທະກັນລະຫວ່າງຣັດເຊຍ-ອູແກຣນໃນຕົວຈິງແລ້ວ.


   ທ່ານ ໂຄເວີ ໃຫ້ຮູ້ຕື່ມວ່າ: ປະເທດສະມາຊິກອົງການນາໂຕແລະສະຫະພາບເອີຣົບໄດ້ສົ່ງອາວຸດຍຸດໂທປະກອນລວມມູນຄ່າເກືອບ 60 ຕື້ໂດລາໃຫ້ແກ່ປະເທດອູແກຣນ, ນີ້ໝາຍຄວາມວ່າ, ເຖິງວ່າບາງປະເທດສະມາຊິກອົງການນາໂຕແລະສະຫະພາບເອີຣົບໄດ້ກ່າວວ່າຍັງບໍ່ທັນໄດ້ເຂົ້າຮ່ວມການເຄື່ອນໄຫວດ້ານການທະຫານໂດຍກົງກໍຕາມ, ແຕ່ໃນຄວາມເປັນຈິງແລ້ວ, ປະເທດເຫຼົ່ານີ້ໄດ້ກາຍເປັນຜູ້ເຂົ້າຮ່ວມໃນການປະທະກັນຄັ້ງນີ້ແລ້ວ.