ຈີນເວລາໃດກໍເປັນຝ່າຍປະຕິບັດຕົວຈິງໃນການເປີດປະຕູສູ່ພາຍນອກໃນລະດັບສູງ

2023-03-06 15:41:17 cri



  ວັນທີ 6 ມີນານີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໂດຍໄດ້ແນະນຳໃຫ້ຮູ້ສະພາບກ່ຽວກັບຈີນອອກແຮງຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງເພື່ອເປີດສະພາບການເລີ່ມຕົ້ນທີ່ດີໃຫ້ກັບການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ເດືອນມັງກອນປີນີ້, ຈີນໄດ້ນຳໃຊ້ທຶນຕ່າງປະເທດຕົວຈິງບັນລຸເຖິງ127ຕື້690ລ້ານຢວນ, ເພີ່ມຂຶ້ນ 14,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການທີ່ຈີນດຶງດູດທຶນຕ່າງປະເທດມີຈຸດພິເສດໃໝ່ຄືຍອດປະລິມານໄດ້ເພີ່ມຂຶ້ນແລະໂຄງປະກອບໄດ້ຮັບການປັບປຸງດີຂຶ້ນ ເຊິ່ງໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ ຜູ້ລົງທຶນໃນທົ່ວໂລກໄດ້ປ່ອນບັດໄວ້ວາງໃຈໃຫ້ກັບການພັດທະນາຂອງຈີນ.

   ຈີນເວລາໃດກໍເປັນຝ່າຍປະຕິບັດຕົວຈິງໃນການເປີດປະຕູສູ່ພາຍນອກໃນລະດັບສູງ, ພວກເຮົາຈະຍຶດຖືທ່າທີແບບເປີດປະຕູແລະກວມລວມຫຼາຍກວ່າເກົ່າເພື່ອສົ່ງເສີມນັກລົງທຶນຕ່າງປະເທດພັດທະນາທຸລະກິດຢູ່ຕະຫຼາດຈີນຢ່າງເລິກເຊິ່ງ. ຍິນດີຕ້ອນຮັບຜູ້ລົງທຶນໃນທົ່ວໂລກມາລົງທຶນຢູ່ຈີນແລະພັດທະນາທຸລະກິດ,ເພື່ອເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນການສ້າງສະພາບ ການພັດທະນາແບບໃໝ່ທີ່ການເຄື່ອນໄຫວທາງເສດຖະກິດທັງພາຍໃນປະເທດຈີນແລະຕ່າງປະເທດຊ່ວຍຊູຍູ້ໜູນກັນ ແລະໄດ້ຮັບການພັດທະນາຫຼາຍກວ່າເກົ່າ.