ກອງປະຊຸມສອງສະພາຄືທາດແທ້ຂອງປະຊາທິປະໄຕແບບຈີນ

2023-03-10 09:04:50 CRI

ຫວ່າງມໍ່ໆມານີ້, ກອງປະຊຸມປະຈຳປີຂອງ “ສອງສະພາ” ຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຕາມເວລາກຳນົດ, ຜູ້ແທນປະຊາຊົນ ແລະ ກຳມະການສະພາເປິກສາການເມືອງ 5.000 ກວ່າທ່ານຈາກທ້ອງຖິ່ນຕ່າງໆຂອງຈີນ ໄດ້ຮັບການມອບໝາຍຈາກປະຊາຊົນ, ມຸ່ງໜ້າໄປສູ່ນະຄອນຫຼວງປັກກິ່ງ ເພື່ອເປິກສາຫາລືວຽກບ້ານການເມືອງ ເຊິ່ງເປັນພຶດຕິກຳຕົວຈິງແຫ່ງປະຊາທິປະໄຕປະຊາຊົນທົ່ວຂະບວນການຢ່າງມີຊີວິດຊີວາ ແລະ ສະແດງໃຫ້ເຫັນເຖິງທາດແທ້ຂອງປະຊາທິປະໄຕແບບຈີນຢ່າງເຕັມທີ່.


ປະຊາທິປະໄຕແບບຈີນໄດ້ຍຶດໝັ້ນ “ຖືປະຊາຊົນເປັນໃຈກາງ” ຜູ້ແທນປະຊາຊົນ ແລະ ກຳມະການສະພາເປິກສາການເມືອງ ທີ່ຕາງໜ້າປະຊາຊົນຈີນ 1.4 ຕື້ຄົນເປິກສາວຽກບ້ານການເມືອງ ມີລັກສະນະຕາງໜ້າຢ່າງກວ້າງຂວາງ ແລະ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຄິດ, ຜົນປະໂຫຍດ ແລະ ຄວາມປາດຖະໜາຂອງປະຊາຊົນຢ່າງແທ້ຈິງ. ຜູ້ແທນປະຊາຊົນ 2.977 ທ່ານໃນປີນີ້ໄດ້ມາຈາກຕຳແໜ່ງງານຕ່າງໆໃນທຸກເຂດແຂວງ, ທຸກຂະແໜງການ, ທຸກຂົງເຂດ ແລະ ທຸກຊົນເຜົ່າຂອງຈີນລ້ວນແຕ່ມີຜູ້ແທນປະຊາຊົນ; ກຳມະການສະພາເປິກສາການເມືອງກໍໄດ້ສ່ອງແສງໃຫ້ເຫັນເຖິງ “ຄວາມກວ້າງຂວາງ” ເຊັ່ນກັນ, ກຳມະການ 2.169 ທ່ານມາຈາກ 34 ວົງການ ເຊິ່ງໄດ້ປົກຄຸມທຸກຂົງເຂດໃນສັງຄົມ, ນອກນີ້, ຈຳນວນກຳມະການໃນຊັ້ນຄົນໃໝ່ ແລະ ກຸ່ມຄົນໃໝ່ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.


ໂດຍຖືໂອກາດຈັດກອງປະຊຸມສອງສະພາ, ຄວາມຄິດ ແລະ ຄວາມເຫັນຂອງປະຊາຊົນຈາກຂັ້ນຮາກຖານສາມາດຂຶ້ນໄປສູ່ຂັ້ນສູນກາງໂດຍກົງ. ໃນກອງປະຊຸມສອງສະພາ, “ທາງຍ່າງກຳມະການ”, “ທາງຍ່າງຜູ້ແທນ” ແລະ “ທາງຍ່າງລັດຖະມົນຕີ” ໄດ້ເຮັດໃຫ້ຝ່າຍຕ່າງໆສົນໃຈນຳ, ຜູ້ແທນ, ກຳມະການ ແລະ ເຈົ້າໜ້າທີ່ຮັບຜິດຊອບຂອງພາກສ່ວນຕ່າງໆຈະຢືນຢູ່ຕໍ່ໜ້ານັກຂ່າວ ເພື່ອຕອບຄຳຖາມຂອງນັກຂ່າວ ແລະ ອະທິບາຍເຖິງຄວາມຄິດຄວາມເຫັນຂອງຕົນ. ເມື່ອເວົ້າເຖິງການເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກໂນໂລຊີລະດັບສູງ, ນາງຖັງສາງຫົງ ກຳມະການສະພາເປິກສາການເມືອງ ທີ່ໄດ້ເຂົ້າຮ່ວມການຄົ້ນຄວ້າຜະລິດເຮືອບິນ Y-20 ກ່າວວ່າ: “ໃນເວລາປະເທດຊາດຕ້ອງການ, ເຮົາຕ້ອງມີ, ຢາກເຮັດເຮົາຕ້ອງເຮັດໄດ້.” ເມື່ອເວົ້າເຖິງການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ທ່ານຈ່າງເວີນຫົງ ຫົວໜ້າສູນການແພດລະບາດວິທະຍາດແຫ່ງຊາດຮຽກຮ້ອງໃຫ້ສ້າງລະບົບສາທາລະນະຮາກຖານທີ່ມີຄວາມໜຽວແໜ້ນ; ເມືື່ອຫວນຄືນເຖິງທີມບານເຕະຍິງແຫ່ງຊາດຊິງໄດ້ແຊັມແລ້ວ, ນາງສຸຍຊິ້ງເຊຍ ຄູເຝິກທີມບານເຕະຍິງກ່າວວ່າ: “ຈິດໃຈທີມບານເຕະຍິງຢູ່ນຳເຮົາຕະຫຼອດ.” ບໍ່ພຽງແຕ່ໄດ້ເອົາໃຈໃສ່ນຳເຫດການດ້ານການພັດທະນາເທົ່ານັ້ນ, ຍັງໄດ້ເອົາໃຈໃສ່ຕໍ່ຄວາມຫຍຸ້ງຍາກ ແລະ ເລື່ອງເລັກໆນ້ອຍໆຂອງປະຊາຊົນອີກດ້ວຍ. ຜູ້ແທນແລະກຳມະການທັງຫຼາຍຈະຄົ້ນຄວ້າຜ່ານຈາກກອງປະຊຸມສອງສະພາ, ເຮັດໃຫ້ “ຄວາມປາດຖະໜາຂອງປະຊາຊົນ” ກາຍເປັນ “ທິດທາງໃນການປົກຄອງປະເທດ”, ເຮັດໃຫ້ພວກເຮົາເຂົ້າໃຈຢ່າງເລິກເຊິ່ງວ່າ: ປະຊາທິປະໄຕແບບຈີນຈະຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ປະຊາທິປະໄຕແບບຈີນເອົາໃຈໃສ່ປະສິດທິຜົນດ້ານວຽກງານ ແລະ ແກ້ໄຂບັນຫາທີ່ປະຊາຊົນຕ້ອງການແກ້ໄຂຮີບດ່ວນ. ກ່ອນໄຂກອງປະຊຸມສອງສະພາຂອງທຸກປີ, ຜູ້ແທນແລະກຳມະການທັງຫຼາຍຈະຄົ້ນຄວ້າຜ່ານຈາກຄອບຄົວໂຕແທນ ແລະ ສະຖານີຕິດຕໍ່ພົວພັນກັບກຳມະການ ເພື່ອຄົ້ນຄວ້າພິຈາລະນາ ແລະ ເກັບກຳບັນຫາ, ແລ້ວກາຍເປັນຍັດຕິ ຫຼື ຂໍ້ສະເໜີຍື່ນຕໍ່ກອງປະຊຸມ; ໃນກອງປະຊຸມ, ຈະເປິກສາຫາລືຢ່າງເຕັມທີ່ ແລະ ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນ, ເຮັດໃຫ້ຈຸດຢືນຂອງພັກ ແລະ ຄວາມປາດຖະໜາຂອງປະຊາຊົນກາຍເປັນທິດທາງນະໂຍບາຍຂອງປະເທດ ດ້ວຍຂັ້ນຕອນກົດໝາຍ; ພາຍຫຼັງກອງປະຊຸມສິ້ນສຸດລົງແລ້ວ, ຈະກັບຄືນສູ່ໜ້າທີ່ຕຳແໜ່ງຂອງຕົນ ແລະ ສູ້ຊົນຜ່ານຜ່າຕໍ່ໄປ ເພື່ອຈັດຕັ້ງປະຕິບັດຈິດໃຈກອງປະຊຸມເຂົ້າສູ່ວຽກງານຕົວຈິງ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: 5 ປີມານີ້, ມີຜູ້ແທນສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ເກືອບ 3.000 ຄົນໄດ້ລົງສູ່ຮາກຖານ ແລະ ເຂົ້າເຖິງປະຊາຊົນ, ຮັບຮູ້ສະພາບຂອງປະຊາຊົນ ແລະ ຄວາມເຫັນຂອງປະຊາຊົນ, ໄດ້ສະເໜີຍັດຕິ 2.282 ສະບັບ ແລະ ຂໍ້ສະເໜີ 43.750 ສະບັບ ເຊິ່ງໄດ້ເປັນຫຼັກການອ້າງອີງທີ່ສຳຄັນສຳລັບການຕັດສິນນະໂຍບາຍຂອງການພັດທະນາພາລະກິດຂອງພັກ ແລະ ລັດຖະບານ.

ປັດຈຸບັນ, “ປະຊາທິປະໄຕ” ໄດ້ເຊື່ອມໂຍງເຂົ້າກັບຊີວິດປະຈຳວັນຂອງປະຊາຊົນຈີນ, ໄດ້ປົກຄຸມທຸກຂັ້ນຕອນໃນການບໍລິຫານປະເທດ, ໄດ້ສ່ອງແສງໃຫ້ເຫັນທຸກດ້ານໃນການພັດທະນາເສດຖະກິດສັງຄົມ, ປະຊາຊົນຈີນໄດ້ກາຍເປັນເຈົ້າຂອງປະເທດຊາດ, ເຈົ້າຂອງສັງຄົມ ແລະ ເປັນເຈົ້າຕົນເອງຢ່າງແທ້ຈິງ. ປະຊາທິປະໄຕແບບຈີນ ເປັນປະຊາທິປະໄຕສັງຄົມນິຍົມທີ່ກວ້າງຂວາງທີ່ສຸດ, ແທ້ຈິງທີ່ສຸດ ແລະ ມີຜົນບັງຄັບໃຊ້ທີ່ສຸດ. ໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາດຖະໜາ, ຄວາມມຸ່ງຫວັງ, ຄວາມຕ້ອງການ ແລະ ຄວາມຫຍຸ້ງຍາກຂອງປະຊາຊົນ, ໄດ້ເອົາ “ຄວາມປາດຖະໜາຂອງປະຊາຊົນ” ຕິດພັນກັບ “ວຽກງານຂອງລັດຖະບານ” ແບບກາຍອິນຊີ, ນີ້ກໍ່ຄືທາດແທ້ຂອງປະຊາທິປະໄຕແບບຈີນ.