ກອງປະຊຸມກ່ຽວກັບບັນຫາປະເທດດ້ອຍພັດທະນາທີ່ສຸດ ຄັ້ງທີ 5 ຂອງອົງການ ສປຊ ໄຂຂຶ້ນຢູ່ກາຕາ

2023-03-06 14:27:14 cri


ວັນທີ 5 ມີນານີ້, ກອງປະຊຸມກ່ຽວກັບບັນຫາປະເທດດ້ອຍພັດທະນາທີ່ສຸດຄັ້ງທີ 5 ຂອງອົງການ ສປຊ ໄດ້ໄຂຂຶ້ນຢູ່ນະຄອນຫຼວງໂດຮາປະເທດກາຕາ. ທ່ານ ຕາມິມ ບິນ ຮາມັດ ອັນ ທານີ ປະມຸກລັດປະເທດກາຕາໄດ້ກ່າວໃນກອງປະຊຸມວ່າ: ການຮັບມືກັບຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ, ວິກິດການພະລັງງານ ແລະວິກິດການໜີ້ສິນ ແມ່ນໜ້າທີ່ຮັບຜິດຊອບຮ່ວມຂອງໂລກ, ການຊອກຫາແຜນການແກ້ໄຂແມ່ນໜ້າທີ່ຮ່ວມຂອງປະເທດຕ່າງໆ. ທ່ານ ຕາມິມຮຽກຮ້ອງໃຫ້ປະຊາຄົມໂລກສະໜັບສະໜູນໃຫ້ “ໂຄງການປະຕິບັດງານໂດຮາ” ທີ່ເປັນແຜນການພັດທະນາຂອງປະເທດດ້ອຍພັດທະນາທີ່ສຸດສາມາດຈັດຕັ້ງປະຕິບັດຕົວຈິງ, ໃຫ້ໂຄງການຫັນເປັນໝາກຜົນ ເພື່ອຊ່ວຍເຫຼືອປະເທດດ້ອຍພັດທະນາທີ່ສຸດບັນລຸການພັດທະນາແບບຍືນຍົງ. ທ່ານຕາມິມກ່າວຕື່ມວ່າ: ປະເທດທີ່ພັດທະນາແລ້ວມີພັນທະໃນການປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊ່ວຍເຫຼືອປະເທດດ້ອຍພັດທະນາທີ່ສຸດຜ່ານຜ່າສິ່ງທ້າທາຍແບບທົ່ວໂລກ.

ນັບມາຮອດເດືອນມີນາປີ 2023, ທົ່ວໂລກມີ 46 ປະເທດຖືກຈັດເຂົ້າໃນບັນຊີລາຍຊື່ປະເທດດ້ອຍພັດທະນາທີ່ສຸດ, ໃນນັ້ນ ມີ 33 ປະເທດແມ່ນຢູ່ອາຟຣິກາ.