ແມງໄມ້ຕື່ນຂຶ້ນ: 1 ໃນ 24 ຈຸດແບ່ງລະດູການ

2023-03-06 16:40:36 cri

    ວັນທີ 6 ມີນານີ້ ກົງກັບຈຸດ “ແມງໄມ້ຕື່ນຂຶ້ນ” ເຊິ່ງເປັນ 1 ໃນ 24 ຈຸດແບ່ງລະດູການຕາມປະຕິທິນຂອງຈີນ. “ແມງໄມ້ຕື່ນຂຶ້ນ” ໄດ້ສະແດງໃຫ້ເຫັນເຖິງສິ່ງທີ່ມີຊີວິດຕ່າງໆໄດ້ປ່ຽນແປງໄປຕາມລະດູການ, ເລີ່ມອອກໜໍ່ ແລະເຕີບໂຕ. ເວລາມາຮອດ “ແມງໄມ້ຕື່ນຂຶ້ນ”, ອາກາດໄດ້ອຸ່ນຂຶ້ນ ແລະສິ່ງຕ່າງມີພະລັງຊີວິດຫຼາຍຂຶ້ນ. ຊາວກະສິກອນຈີນໄດ້ໃຫ້ຄວາມສຳຄັນແກ່ຈຸດ “ແມງໄມ້ຕື່ນຂຶ້ນ” ຕັ້ງແຕ່ບູຮານນະການ, ໂດຍໄດ້ຖື “ແມງໄມ້ຕື່ນຂຶ້ນ” ເປັນໄລຍະທີ່ເລີ່ມຕົ້ນການປູກຝັງໃນລະດູໃບໄມ້ປົ່ງ.