PMIອຸດສາຫະກຳການຜະລິດທົ່ວໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ

2023-03-06 11:25:18 cri



  ວັນທີ 6 ມີນານີ້, ສະຫະພັນການຈໍລະຈອນສິນຄ້າແລະການຈັດຊື້ຈີນໄດ້ເຜີຍແຜ່ດັດຊະນີຜູ້ຈັດການຝ່າຍຈັດຊື້ຫຼື PMI ຂອງອຸດສາຫະກຳການຜະລິດທົ່ວໂລກວ່າ: ດັດຊະນີດັ່ງກ່າວໄດ້ເພີ່ມຂຶ້ນເປັນສອງເດືອນລຽນຕິດ ພ້ອມທັງໃກ້ກັບ50% ເຊິ່ງເປັນຈຸດຂີດຂັ້ນ ເຊິ່ງສະແດງໃຫ້ເຫັນວ່າ ເສດຖະກິດໂລກປາກົດມີສັນຍານທີ່ຈະຟື້ນຕົວຄືນຢ່າງໜັກແໜ້ນໃນເບື້ອງຕົ້ນ.



   ຜູ້ຊ່ຽວຊານເຫັນວ່າ: ການທີ່ອຸດສາຫະກຳການຜະລິດຂອງຈີນໄດ້ຟື້ນຕົວຄືນຢ່າງວ່ອງໄວນັ້ນໄດ້ກາຍເປັນແຮງຂັບເຄື່ອນອັນສຳຄັນທີ່ເຮັດໃຫ້ອຸດສາຫະກຳການຜະລິດຂອງໂລກມີຄວາມໝັ້ນທ່ຽງໃນເບື້ອງຕົ້ນ, PMI ຂອງອຸດສາຫະກຳການຜະລິດໄດ້ເພີ່ມຂຶ້ນຫຼາຍກວ່າ52%. ແຕ່ເມື່ອເບິ່ງຈາກການປ່ຽນແປງຂອງເຂດແຄວ້ນຕ່າງໆແລ້ວເຫັນວ່າ: ເສດຖະກິດໂລກຈະສາມາດຮັກສາທ່ວງທ່າທີ່ມີຄວາມໝັ້ນຄົງຂຶ້ນຢ່າງຕໍ່ເນື່ອງໄດ້ຫຼືບໍ່,ຍັງຕ້ອງລໍຖ້າຕິດຕາມເບິ່ງຕື່ມອີກ. ເນື່ອງຈາກໄດ້ຮັບຜົນກະທົບຈາກການປະທະກັນທາງດ້ານພູມສາດການເມືອງ, ຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງໃນທົ່ວໂລກຍັງບໍ່ໝັ້ນຄົງ, ມີພຽງແຕ່ສືບຕໍ່ເພີ່ມທະວີການປະສານງານດ້ານເສດຖະກິດ, ປົກປັກຮັກສາຄວາມໝັ້ນຄົງດ້ານຕ່ອງໂສ້ອຸດສາຫະກຳຂອງໂລກເທົ່ານັ້ນ, ຈິ່ງອາດຈະສາມາດຊຸກຍູ້ໃຫ້ເສດຖະກິດໂລກບັນລຸການຟື້ນຟູຢ່າງໝັ້ນທ່ຽງໄດ້.