ທ່ານສີຈິ້ນຜິງສົ່ງເສີມໃຫ້ເສດຖະກິດພາກເອກະຊົນພັດທະນາຢ່າງມີຄຸນນະພາບສູງ

2023-03-07 10:48:29 CRI


ວັນທີ 6 ມີນາ 2023, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະ ເທດຈີນໄດ້ໄປຢ້ຽມຢາມສະມາຊິກສະມາຄົມປະຊາທິປະໄຕສ້າງຊາດຈີນ ແລະ ສະຫະພັນອຸດສາຫະກຳການຄ້າແຫ່ງຊາດຈີນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 1 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14. ສະມາຊິກສະພາເປິກສາການເມືອງປະຊາຊົນແຫ່ງຊາດໃນ 2 ອົງການດັ່ງກ່າວສ່ວນຫຼາຍແມ່ນຊ່ຽວຊານໃນວົງການເສດຖະກິດ ນັກວິຊາການ ແລະ ນັກທຸລະກິດພາກເອກະຊົນ. ທ່ານສີຈິ້ນຜິງສົ່ງເສີມໃຫ້ວິສາຫະກິດພາກເອກະຊົນເພີ່ມທະວີຄວາມໝັ້ນໃຈ, ພັດທະນາຢ່າງກ້າຫານ, ເຮັດໃຫ້ເສດຖະກິດພາກເອກະຊົນພັດທະນາຢ່າງປອດໃສ ແລະ ມີຄຸນນະພາບສູງ. ເປັນຫຍັງທ່ານສີຈິ້ນຜິງຈຶ່ງໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ເສດຖະກິດພາກເອກະຊົນ ແລະ ວິສາຫະກິດເອກະຊົນ?

 

ເປັນຫຍັງທ່ານສີຈິ້ນຜິງຈຶ່ງໄປຢ້ຽມຢາມສະມາຊິກສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ?


ໃນໄລຍະດຳເນີນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື ກອງປະຊຸມສອງສະພາ, ໃນຖານະເປັນຜູ້ແທນສະພາປະຊາຊົນແຫ່ງຊາດຈີນ, ທ່ານສີຈິ້ນຜິງຈະໄປເຂົ້າຮ່ວມການພິຈາລະນາບົດລາຍງານວຽກງານລັດຖະບານຢູ່ຈຸຄະນະຜູ້ແທນທີ່ທ່ານສັງກັດ. ພ້ອມກັນນັ້ນ, ໃນຖານະເປັນເລຂາທິການໃຫຍ່ພັກກຳອຳນາດຂອງຈີນ, ທ່ານຈະໄປຢ້ຽມຢາມສະມາຊິກສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ພ້ອມທັງເຂົ້າຮ່ວມການເປິກສາຫາລືແບບເປັນກຸ່ມຂອງສະພາເປິກສາການເມືອງ, ຮັບຟັງຄວາມເຫັນ ແລະ ຂໍ້ສະເໜີຂອງຄົນທັງຫຼາຍ. ໃນ 10 ປີຜ່ານມານີ້, ໃນໄລຍະດຳເນີນກອງປະຊຸມສອງສະພາ, ທ່ານໄດ້ເຂົ້າຮ່ວມການເປິກສາຫາລືແບບນີ້ຕັ້ງ 50 ກວ່າເທື່ອແລ້ວ.


ໃນກອງປະຊຸມຄັ້ງນີ້, ສະມາຊິກສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ທີ່ທ່ານສີຈິ້ນຜິງໄປຢ້ຽມຢາມນັ້ນ ແມ່ນມາຈາກສະມາຄົມປະຊາທິປະໄຕສ້າງຊາດຈີນ ທີ່ເປັນ 1 ໃນ 8ພັກການເມືອງປະຊາທິປະໄຕຂອງຈີນ, ແລະ ສະຫະພັນອຸດສາຫະກຳການຄ້າແຫ່ງຊາດຈີນທີ່ຕົ້ນຕໍປະກອບດ້ວຍວິສາຫະກິດທີ່ບໍ່ແມ່ນກຳມະສິດສ່ວນລວມ ແລະ ບຸກຄົນສຳຄັນດ້ານເສດຖະກິດທີ່ບໍ່ແມ່ນກຳມະສິດສ່ວນລວມ. ຫຼັງຈາກທ່ານສີຈິ້ນຜິງຮັບຟັງຄຳເຫັນຂອງສະມາຊິກສະພາເປິກສາການເມືອງ 6 ທ່ານແລ້ວ, ທ່ານໄດ້ໃຫ້ກຳລັງແຮງໃຈຕໍ່ ການພັດທະນາຂອງວິສາຫະກິດເອກະຊົນ ແລະ ເສດຖະກິດພາກເອກະຊົນ, ພ້ອມທັງຊີ້ແຈງທິດທາງການພັດທະນາ.

 

ເປັນຫຍັງທ່ານສີຈິ້ນຜິງຈຶ່ງກ່າວເນັ້ນເຖິງເສດຖະກິດພາກເອກະຊົນໃນສະເພາະໜ້ານີ້?

ເສດຖະກິດພາກເອກະຊົນມີບົດບາດອັນສຳຄັນຕໍ່ການພັດທະນາເສດຖະກິດສັງຄົມ, ການປະກອບອາຊີບ, ລາຍຮັບດ້ານພາສີອາກອນ, ແລະ ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ. ອີງຕາມຂໍ້ມູນສະແດງໃຫ້ເຫັນວ່າ, ເສດຖະກິດພາກເອກະຊົນໄດ້ປະກອບສ່ວນດ້ານພາສີອາກອນ ຫຼາຍກວ່າ 50% ຂຶ້ນໄປ, GDPຫຼາຍກວ່າ 60% ຂຶ້ນໄປ, ການປະດິດສ້າງໃໝ່ດ້ານເຕັກໂນໂລຊີ 70% ຂຶ້ນໄປ, ແລະ ການປະກອບອາຊີບໃນຕົວເມືອງ 80% ຂຶ້ນໄປ.


ໃນຊຸມປີມໍ່ໆມານີ້, ປະເທດຕາເວັນຕົກທີ່ມີອາເມຣິກາເປັນຫົວໂປ່ນັ້ນ, ໄດ້ໃຊ້ມາດຕະການສະກັດກັ້ນ ແລະ ກີດຂວາງຢ່າງຮອບດ້ານຕໍ່ຈີນ, ວິສາຫະກິດເອກະຊົນຫຼາຍແຫ່ງຂອງຈີນເຊິ່ງລວມທັງບໍລິສັດຮວາເຫວີຍ ທີ່ເປັນວິສາຫະກິດໄຮເທັກໄດ້ຖືກອາເມຣິກາກົດດັນ ແລະ ລົງໂທດ. ຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມຫຍຸ້ງຍາກຢ່າງຫຼວງຫຼາຍໃຫ້ແກ່ວິສາຫະກິດເອກະຊົນຈຳນວນຫຼວງຫຼາຍ. ໃນສະເພາະໜ້ານີ້, ລັດຖະບານຈີນຕ້ອງສົ່ງສັນຍານທີ່ແຮງກ້າ ເພື່ອຍົກສູງຄວາມໝັ້ນໃຈຂອງວິສາຫະກິດເອກະຊົນ, ສະໜັບສະໜູນ ແລະ ຊຸກຍູ້ໃຫ້ເສດຖະກິດພາກເອກະຊົນພັດທະນາຢ່າງມີຄຸນນະພາບສູງ.


ນອກນີ້, ສື່ຕາເວັນຕົກຈຳນວນໜຶ່ງມັກປ່າວຂ່າວວ່າ ຈີນໄດ້ປ່ຽນແປງນະໂຍບາຍ ໂດຍຈະບໍ່ສະໜັບສະໜູນການພັດທະນາຂອງເສດຖະກິດພາກເອກະຊົນອີກຕໍ່ໄປ. ຕໍ່ກັບເລື່ອງນີ້, ວັນທີ 6 ມີນາ 2023ນີ້, ທ່ານສີຈິ້ນຜິງໄດ້ຊີ້ອອກຢ່າງຈະແຈ້ງວ່າ, ເສດຖະກິດພາກເອກະຊົນແມ່ນກຳລັງແຮງອັນສຳຄັນສຳລັບພັກຄອມມູນິດຈີນກຳອຳນາດເປັນໄລຍະຍາວນານ ແລະນຳພາປະຊາຊົນທົ່ວປະເທດບັນລຸຄວາມໃຝ່ຝັນຂອງຈີນທີ່ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ພັກຄອມມູນິດຈີນຖືເອົາວິສາຫະກິດເອກະຊົນ ແລະ ນັກທຸລະກິດເອກະຊົນເປັນສະມາຊິກຄອບຄົວຕົນ, ເມື່ອວິສາຫະກິດເອກະຊົນພົບຄວາມຫຍຸ້ງຍາກກໍຈະໃຫ້ການສະໜັບສະໜູນ, ເມື່ອວິສາຫະກິດເອກະຊົນມີຄວາມລັ່ງເລໃຈກໍຈະໃຫ້ການຊີ້ນຳນຳພາ.


ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກອີກເທື່ອໜຶ່ງວ່າ, ຈີນຈະຍຶດໝັ້ນນະໂຍບາຍແຫ່ງຊາດຂັ້ນພື້ນຖານ ທີ່ ປັບປຸງ ແລະ ພັດທະນາເສດຖະກິດທີ່ເປັນກຳມະສິດສ່ວນລວມຢ່າງບໍ່ຫວັ່ນໄຫວຄອນແຄນ, ສົ່ງເສີມ ສະໜັບສະໜູນ ແລະ ຊີ້ນຳນຳພາການພັດທະນາຂອງເສດຖະກິດທີ່ບໍ່ແມ່ນກຳມະສິດສ່ວນລວມຢ່າງບໍ່ຫວັ່ນໄຫວຄອນແຄນ. ກ່ອນໜ້ານີ້, ຜູ້ນຳຈີນໄດ້ກ່າວເນັ້ນໜັກເຖິງນະໂຍບາຍດັ່ງກ່າວໃນຫຼາຍກາລະໂອກາດ, ເພື່ອສົ່ງເສີມການພັດທະນາຂອງເສດຖະກິດພາກເອກະຊົນ.

 

ທ່ານສີຈິ້ນຜິງໄດ້ສະເໜີຄວາມຮຽກຮ້ອງຫຍັງແດ່ຕໍ່ການພັດທະນາວິສາຫະກິດເອກະຊົນຂອງຈີນ?


ທ່ານສີຈິ້ນຜິງໄດ້ວາງແຜນແມ່ບົດການພັດທະນາທີ່ມີຄຸນນະພາບສູງສຳລັບເສດຖະກິດຈີນໃນອະນາຄົດ. ໃນປັດຈຸບັນນີ້, ຈີນພວມສ້າງສະພາບການພັດທະນາອັນໃໝ່ທີ່ຖືຮອບວຽນພາຍໃນປະເທດເປັນຫຼັກ, ຮອບວຽນພາຍໃນ ແລະຮອບ ວຽນສາກົນຊ່ວຍຊູຍູ້ໜູນກັນ. ພາຍໃຕ້ສະພາບການແນວນີ້, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ, ວິສາຫະກິດເອກະຊົນຕ້ອງປະຕິບັດຕາມທັດສະນະການພັດທະນາອັນໃໝ່, ເດີນຕາມເສັ້ນທາງພັດທະນາທີ່ມີຄຸນນະພາບສູງ. ທ່ານສີຈິ້ນຜິງສົ່ງເສີມໃຫ້ທຶນສັງຄົມເຂົ້າຮ່ວມໂຄງການສຳຄັນຂອງຊາດ, ການກໍ່ສ້າງໂຄງການຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງທີ່ສຳຄັນ, ສົ່ງເສີມໃຫ້ວິສາຫະກິດເອກະຊົນ ແລະ ລັດວິສາຫະກິດຮ່ວມກັນແບກຫາບຄວາມຮັບຜິດຊອບທາງສັງຄົມທີ່ຊຸກຍູ້ຄວາມຮັ່ງມີຮ່ວມກັນຂອງທົ່ວປວງຊົນ.