ຄວາມໝັ້ນໃຈຂອງຈີນທີ່ວາງເປົ້າໝາຍການເຕີບໂຕຂອງເສດຖະກິດໃນປີນີ້ແມ່ນມາຈາກໃສ?

2023-03-07 16:41:50 cri

ຕອນເຊົ້າວັນທີ 5 ມີນາ 2023, ກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ໃນໂອກາດຜ່ານບົດລາຍງານວຽກງານຂອງລັດຖະບານ, ທ່ານຫຼີ້ເຄີ້ສຽງ ນາຍົກລັດຖະມົນຕີຈີນຊີ້ໃຫ້ເຫັນວ່າ: ເປົ້າໝາຍການເຕີບໂຕຂອງເສດຖະກິດຈີນໃນປີນີ້ຄືລວມຍອດຜະລິດຕະພັນພາຍໃນຫຼື GDP ປະມານ 5%. ຄັນຊັ້ນ, ຄວາມໝັ້ນໃຈຂອງຈີນທີ່ວາງເປົ້າໝາຍດັ່ງກ່າວແມ່ນມາຈາກໃສ?

ປີນີ້, ປະເທດຈີນວາງເປົ້າໝາຍການເຕີບໂຕຂອງ GDP ໄວ້ຢູ່ທີ່ປະມານ 5%, ໂດຍໄດ້ພິຈາລະນາເຖິງສະພາບການພາຍໃນປະເທດ ແລະ ສາກົນທີ່ການພັດທະນາເສດຖະກິດຂອງຈີນຜະເຊີນໜ້າຢູ່, ເຊິ່ງມີຜົນຕໍ່ການຄາດຄະເນການເຕີບໂຕໃຫ້ມີຄວາມໝັ້ນທ່ຽງ ແລະ ເພີ່ມຄວາມໝັ້ນໃຈ. ອີງຕາມຜົນການຄາດຄະເລຫຼ້າສຸດຂອງອົງການກອງທຶນເງິນຕາສາກົນຫຼື IMF, ເສດຖະກິດໂລກຈະເຕີບໂຕ 2,9% ໃນປີ 2023, ເຊິ່ງຫຼຸດລົງ 0,5% ເມື່ອທຽບໃສ່ປີ 2022. ອົງການຈັດຕັ້ງຕ່າງໆເຊັ່ນ: ທະນາຄານໂລກ, ອົງການຮ່ວມມືເສດຖະກິດ ແລະ ອົງການອື່ນໆກໍໄດ້ປັບຫຼຸດຕົວເລກຄາດຄະເນການເຕີບໂຕດ້ານເສດຖະກິດໂລກໃນປີນີ້. ພາຍໃຕ້ພື້ນຖານດັ່ງກ່າວ, ປະເທດຈີນວາງເປົ້າໝາຍການເຕີບໂຕຂອງເສດຖະກິດເປັນ 5%, ແມ່ນເປົ້າໝາຍທີ່ສົມເຫດສົມຜົນ, ສອດຄ່ອງກັບການຄາດຄະເນຂອງຕະຫຼາດ.

ຄວາມໝັ້ນໃຈໃນການວາງເປົ້າໝາຍການເຕີບໂຕຂອງ GDP ປະມານ 5%, ແມ່ນມາຈາກພື້ນຖານຂອງເສດຖະກິດຈີນ. ໃນໄລຍະ 45 ປີຜ່ານມາ, ອັດຕາການເຕີບໂຕຂອງເສດຖະກິດຈີນສະເລ່ຍຕໍ່ປີໄດ້ນຳໜ້າພື້ນຖານເສດຖະກິດຕົ້ນຕໍອື່ນໆຂອງໂລກແຕ່ຕົ້ນຕະຫຼອດປາຍ, ເຖິງວ່າໃນ 3 ປີຜ່ານມາຈະໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແພ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ເສດຖະກິດຈີນກໍໄດ້ເຕີບໂຕປະມານ 4,5% ຕໍ່ປີ, ສູງກວ່າອັດຕາການເຕີບໂຕຂອງໂລກທີ່ສະເລ່ຍແມ່ນ 1,8%. ຫວ່າງມໍ່ໆມານີ້, ອົງການສະຖິຕິແຫ່ງຊາດຈີນເປີດເຜີຍວ່າ: GDP ຂອງຈີນໃນປີ 2022 ຫຼາຍກ່າ 121.000 ຕື້ຢວນ. ຄຽງຄູ່ກັບການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ກ້າວເຂົ້າສູ່ໄລຍະໃໝ່, ນະໂຍບາຍຕ່າງໆໄດ້ມີປະສິດທິຜົນເທື່ອລະກ້າວ, ແລະຄາດວ່າການເຄື່ອນໄຫວຂອງເສດຖະກິດຈີນຈະສືບຕໍ່ຟື້ນໂຕຄືນໃໝ່.

ຄວາມໝັ້ນໃຈທີ່ວາງເປົ້າໝາຍການເຕີບໂຕຂອງ GDP ປະມານ 5%, ແມ່ນມາຈາກແນວຄວາມຄິດການພັດທະນາທີ່ເນັ້ນຄວາມວ່ອງໄວ ແລະ ຄຸນນະພາບຂອງການເຕີບໂຕຢ່າງເປັນເອກະພາບກັນ. ໃຫ້ຄວາມໄວກັບປະສິດທິພາບ ແລະ ຮູບແບບການເຕີບໂຕກັບຮູບແບບການພັດທະນາຂອງເສດຖະກິດມີຄວາມເປັນເອກະພາບກັນ, ແມ່ນຄວາມຕ້ອງການພື້ນຖານດ້ານການພັດທະນາທີ່ມີຄຸນນະພາບສູງ. ບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຊີ້ໃຫ້ເຫັນວ່າ: ການພັດທະນາທີ່ມີຄຸນນະພາບສູງແມ່ນໜ້າທີ່ສຳຄັນທີ່ສຸດໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ເຊິ່ງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຢ່າງເດັດດ່ຽວຂອງຈີນທີ່ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ທັງເປັນການສະເໜີຄວາມຮຽກຮ້ອງຕ້ອງການສູງກວ່າເກົ່າ ແລະ ຮີບດ່ວນກວ່າເກົ່າຕໍ່ຄຸນນະພາບ ແລະ ປະລິມານການພັດທະນາເສດຖະກິດ. ໃນເບື້ອງຫຼັງຂອງການວາງເປົ້າໝາຍປະມານ 5%, ແມ່ນຄຸນນະພາບ ແລະ ປະລິມານການພັດທະນາທີ່ມີຄວາມເປັນເອກະພາບກັນແບບກາຍະອິນຊີ.

ຄວາມໝັ້ນໃຈຕໍ່ການພັດທະນາເສດຖະກິດຂອງຈີນບໍ່ແມ່ນມີພຽງແຕ່ປະເທດຈີນປະເທດດຽວເທົ່ານັ້ນ. ຈາກຜົນການສຳຫຼວດຂອງສະມາຄົມຊຸກຍູ້ການຄ້າຈີນທີ່ດຳເນີນກັບວິສາຫະກິດຕ່າງປະເທດຢູ່ຈີນ 160 ກວ່າແຫ່ງ ແລະ ສະມາຄົມການຄ້າຕ່າງປະເທດປະຈຳຈີນໄດ້ສະແດງໃຫ້ເຫັນວ່າ, ວິສາຫະກິດຕ່າງປະເທດທີ່ໃຫ້ສຳພາດມີ 99,4% ມີຄວາມໝັ້ນໃຈຂຶ້ນຕໍ່ຄວາມໝັ້ນໃຈໃນການພັດທະນາເສດຖະກິດຂອງຈີນໃນປີ 2023; ໜັງສືພິມເດີວອນສະຕຣິດລາຍວັນ ແລະ CNN ຂອງອາເມຣິກາ, ໜັງສືພິມ Financial Times ຂອງອັງກິດ, ຂ່າວສານກຽວໂຕຂອງຍີ່ປຸ່ນ ແລະ ສື່ມວນຊົນສຳຄັນຂອງປະເທດຕ່າງໆກໍໄດ້ພິມບົດຄວາມໂດຍລະບຸວ່າ, 5% ແມ່ນຕົວເລກທີ່ສົມເຫດສົມຜົນ, ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຂອງປະເທດຈີນໃນການຟື້ນຟູການພັດທະນາເສດຖະກິດ.

ນີ້ຄືຄວາມເປັນຈິງ: ໃນເດືອນກຸມພາປີນີ້, ໃບສັ່ງຊື້ທາງດ້ານຂະແໜງການອຸດສາຫະກຳການຜະລິດ, ຂະແໜງການກໍ່ສ້າງ ແລະ ໃບສັ່ງຊື້ການສົ່ງອອກຂອງຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ການເຕີບໂຕດ້ານດັດຊະນີຂອງຜູ້ຈັດການຝ່າຍຈັດຊື້ຫຼື PMI ຫຼາຍກວ່າການຄາດຄະເນ, ມູນຄ່າຈຳໜ່າຍຂອງບໍລິສັດເຄື່ອງອຸປະໂພກ-ບໍລິໂພກລາຍໃຫຍ່ ແລະ ບໍລິສັດເຄື່ອງຫຼູຫຼາລາຍໃຫຍ່ຂອງໂລກຢູ່ປະເທດຈີນໄດ້ເພີ່ມຂຶ້ນ. ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ເສດຖະກິດຈີນມີຄວາມສາມາດຕ້ານທານຢ່າງເຂັ້ມແຂງ ແລະ ມີກຳລັງບົ່ມຊ້ອມອັນມະຫາສານ, ມີການພັດທະນາຢ່າງປອດໃສ ແລະ ຕໍ່ເນື່ອງເໝືອນເດີມ, ເຊິ່ງບໍ່ມີການປ່ຽນແປງແຕ່ຢ່າງໃດ, ປະເທດຈີນວາງເປົ້າໝາຍການເຕີບໂຕຂອງ GDP ໃຫ້ຢູ່ລະດັບປະມານ 5% ໃນປີນີ້, ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ຄວາມໝັ້ນໃຈຂອງລັດຖະບານຈີນ ແລະ ເຊື່ອວ່າພາຍໃຕ້ການຈັດຕັ້ງປະຕິບັດນະໂຍບາຍ ແລ ມາດຕະການຕ່າງໆ, ປະເທດຈີນຈະບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແນ່ນອນ.