ອົງການສະຫະປະຊາຊາດເປັນເອກະພາບກັນ “ຄັ້ງປະຫວັດສາດ”ກ່ຽວກັບການອະນຸລັກຊີວະນານາພັນຢູ່ທະເລຫຼວງ

2023-03-07 11:39:45 cri


   ພາຍຫຼັງໄດ້ເຈລະຈາກັນເປັນເວລາເກືອບ 20 ປີ, ຕອນຄ່ຳວັນທີ 4 ມີນານີ້ ຕາມເວລາທ້ອງຖິ່ນ,ຢູ່ສຳນັກງານໃຫຍ່ອົງການສະຫະປະຊາດທີ່ນະຄອນນີວຢອກຂອງອາເມຣິກາ,ປະເທດສະມາຊິກອົງການສະຫະປະຊາຊາດໄດ້ເປັນເອກະພາບກັນກ່ຽວກັບເອກະສານສະບັບສຸດທ້າຍຂອງຂອບກົດໝາຍວ່າດ້ວຍການອະນຸລັກຊີວະນານາພັນຢູ່ທະເລຫຼວງ.


   ຕອນຄ່ຳວັນດຽວກັນ, ທ່ານອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການ ສະຫະປະຊາຊາດໄດ້ອອກຖະແຫຼງການໂດຍລະບຸວ່າ: ການທີ່ເປັນເອກະພາບກັນກ່ຽວກັບເອກະສານສະບັບສຸດທ້າຍດັ່ງກ່າວນັ້ນແມ່ນມີ“ຄວາມໝາຍທາງປະຫວັດສາດ”, ເປັນ “ການບຸກທະລຸ”ຂອງການເຈລະຈາທີ່ກ່ຽວຂ້ອງທີ່ເລີ່ມຕົ້ນຂຶ້ນເມື່ອປີ 2004,ມີ ຄວາມໝາຍສຳຄັນຕໍ່ການແກ້ໄຂ 3 ວິກິດການໃຫຍ່ທີ່ໂລກປະເຊີນຢູ່ຄື: ການປ່ຽນແປງຂອງດິນຟ້າອາກາດ, ຊີວະນານາພັນຫຼຸດໜ້ອຍລົງແລະມົນລະພິດ.


  ຖະແຫຼງການລະບຸຕື່ມວ່າ: ຂອບກົດໝາຍວ່າດ້ວຍ “ບັນຫາກ່ຽວກັບການ ອະນຸລັກແລະການນຳໃຊ້ແບບຍືນຍົງຂອງຊີວະນານາພັນທາງທະເລຢູ່ນອກຂອບເຂດການຄຸ້ມຄອງຂອງປະເທດ”ຫຼື “ສົນທິສັນຍາທະເລຫຼວງ”, ມີຈຸດປະສົງເພື່ອຈັດເອົາ 30% ຂອງທະເລທົ່ວໂລກເຂົ້າໃນການອະນຸລັກ, ສະແຫວງຫາການ ສ້າງເຂດອະນຸລັກທາງທະເລທີ່ມີຂອບເຂດກວ້າງຢູ່ທະເລຫຼວງເພື່ອຈຳກັດຈຳນວນການຫາປາ,ເສັ້ນທາງຂົນສົ່ງທາງທະເລແລະການເຄື່ອນໄຫວອື່ນໆໂດຍຮຽກຮ້ອງໃຫ້ປະເມີນຜົນກະທົບຈາກການເຄື່ອນ ໄຫວດ້ານເສດຖະກິດທີ່ມີຕໍ່ຊີວະນານາພັນຢູ່ເຂດແຄວ້ນເຫຼົ່ານີ້.