ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ບັນລຸຄວາມຮັ່ງມີຮ່ວມກັນຂອງປະຊາຊົນທຸກຖ້ວນໜ້າ

2023-03-07 11:55:03 CRI

 

    ຕອນເຊົ້າວັນທີ 7 ມິນານີ້, ກອງປະຊຸມຄັ້ງທີໜຶ່ງຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານ ສິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕອບຄໍາຖາມຂອງນັກຂ່າວທັງພາຍໃນແລະຕ່າງປະເທດກ່ຽວກັບ “ນະໂຍບາຍການຕ່າງປະເທດແລະສາຍພົວພັນກັບຕ່າງປະເທດຂອງຈີນ” ແລະບັນຫາທີ່ກ່ຽວຂ້ອງ.


    ໃນໂອກາດນີ້, ທ່ານ ສິນກ່າງ ກ່າວວ່າ: ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ບັນລຸຄວາມຮັ່ງມີຮ່ວມກັນຂອງປະຊາຊົນທຸກຖ້ວນໜ້າ ເຊິ່ງບໍ່ພຽງແຕ່ສ້າງຄວາມຮັ່ງມີທາງດ້ານວັດຖຸໃຫ້ກັບປະຊາຊົນເທົ່ານັ້ນ, ແຕ່ຍັງສ້າງຄວາມຮັ່ງມີທາງດ້ານຈິດໃຈໃຫ້ກັບປະຊາຊົນຕື່ມອີກ. ການທີ່ຮັບໃຊ້ປະເທດສ່ວນໜ້ອຍແລະກຸ່ມຄົນສ່ວນໜ້ອຍນັ້ນບໍ່ແມ່ນຄວາມທັນສະໄໝ; ຄົນຮັ່ງມີຍິ່ງຮັ່ງມີແລະຄົນທຸກຍາກຍິ່ງທຸກຍາກນັ້ນກໍບໍ່ແມ່ນຄວາມທັນສະໄໝ; ພ້ອມດຽວກັນນີ້, ຄວາມວ່າງເປົ່າທາງດ້ານຈິດໃຈກໍຄືການຂາດຈັນຍາບັນແລະບໍ່ມີລະບຽບນັ້ນກໍບໍ່ແມ່ນຄວາມທັນສະໄໝເຊັ່ນດຽວກັນ. ປະຊາຊົນທຸກໆປະເທດລ້ວນແຕ່ຄວນມີສິດແຫ່ງການພັດທະນາຢ່າງສະເໝີພາບກັນກໍຄືສິດສະແຫວງຫາຄວາມສຸກ.