ເບິ່ງພາບແຫ່ງຄວາມທັນສະໄໝແບບຈີນ: ໃບຊາຫອມສ້າງຄວາມຮັ່ງມີໃຫ້ກັບຊາວກະສິກອນ(ພາກທີ2)

2023-03-07 15:06:53 cri



ໃບຊາບໍ່ພຽງແຕ່ໄດ້ສ້າງຄວາມຮັ່ງມີໃຫ້ປະຊາຊົນທ້ອງຖິ່ນບາງແຫ່ງເທົ່ານັ້ນ, ຍັງໄດ້ມອບຄວາມຫວັງແຫ່ງການສ້າງຄວາມຮັ່ງມີໃຫ້ແກ່ບ້ານນ້ອຍຢູ່ເຂດພູດອຍທີ່ຫ່າງໄກສອກຫຼີກຕື່ມອີກ.

 

   ບ້ານຖຸນຊາງ ຕັ້ງຢູ່ໃນເຂດສອກຫຼີກຂອງພູອູ່ເມີງ ເມືອງຜູອ່ານແຂວງກຸ້ຍໂຈ່ວ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ສູງຈາກລະດັບໜ້ານ້ຳທະເລຫຼາຍທີ່ສຸດ ກາຍ 1.800 ແມັດ, ດິນປູກຝັງສະເລ່ຍຕໍ່ຫົວຄົນມີພຽງແຕ່ໜ້ອຍດຽວ ປະມານ 0,04 ເຮັກຕາເທົ່ານັ້ນ. ແຕ່ກ່ອນ,ທາງບ້ານເຄີຍທົດລອງພັດທະນາອຸດສາຫະກຳຕາມເນີນພູ, ແຕ່ເນື່ອງຈາກມີຂໍ້ຈຳກັດໃນດ້ານເງື່ອນໄຂສິ່ງແວດລ້ອມທຳມະຊາດແລະການຄົມມະນາຄົມບໍ່ເອື້ອອຳນວຍ,ຜົນຜະລິດຈາກການປູກຝັງມີໜ້ອຍທັງຂາຍອອກໄດ້ຍາກ. ຊາວບ້ານທັງຫຼາຍພາກັນອອກຈາກບ້ານໄປເຮັດວຽກຢູ່ຕ່າງຖິ່ນ.

 

   ກ່ອນໜ້ານີ້ 4 ປີປາຍ, ບ້ານຫວງຕູ້ ເມືອງອ່ານຈີ ແຂວງເຈີ້ຈ່ຽງ ທາງພາກຕາເວັນອອກຂອງຈີນໄດ້ມອບເບັ້ຍຕົ້ນຊາ “ໃບຂາວເລກ1” ໃຫ້ບ້ານຖຸນຊາງເພື່ອຊ່ວຍຫຼຸດຜ່ອນຄວາມທຸກຍາກ, ເຊິ່ງໄດ້ນຳເອົາຄວາມຫວັງແຫ່ງການສ້າງຄວາມຮັ່ງມີມາໃຫ້ບ້ານນ້ອຍຢູ່ເຂດພູດອຍແຫ່ງນີ້. ປີ2022, ບ້ານຖຸນຊາງໄດ້ຕ້ອນຮັບລະດູການເກັບຊາຄັ້ງທຳອິດຢ່າງເປັນທາງການ.

 



ຊາວບ້ານຖຸນຊາງໃສ່ຝຸ່ນຢູ່ສວນຊາ

ນາງ ຖານຮວ້າໄອ້ ຊາວບ້ານຖຸນຊາງຕາແສງຕີ້ກວ່າເມືອງຜູອ່ານແຂວງກຸ້ຍໂຈ່ວ ບອກໃຫ້ຮູ້ວ່າ: “ແຕ່ລະເດືອນມີລາຍໄດ້ຈາກການເປັນແຮງງານອຸດສາຫະກຳໃບຊາ 2.000-3.000ຢວນ, ຫຼາຍກວ່າແຕ່ກ່ອນຈຳນວນບໍ່ໜ້ອຍໄດ໋!” ເມື່ອ 4ປີກ່ອນ, ຄອບຄົວຂອງລາວຍັງຖືກຈົດທະບຽນເປັນຄອບຄົວທຸກຍາກຂອງບ້ານ. ຜົວສຸຂະພາບບໍ່ດີ,ຕ້ອງການຄົນເບິ່ງແຍງ, ລູກສອງຄົນຍັງຕ້ອງໄປໂຮງຮຽນ. ຕອນທີ່ທາງບ້ານສະເໜີໃຫ້ພັດທະນາສວນຊາ, ນາງຖານຮວ້າໄອ້ໄດ້ຄິດລັ່ງເລໃຈດົນເຕີບຈິ່ງໂອນສິດນຳໃຊ້ດິນປູກຝັງທີ່ເນີນພູມີເນື້ອທີ່ຫຼາຍກວ່າເຄິ່ງເຮັກຕາຂອງຄອບຄົວຕົນໃຫ້ຜູ້ອື່ນເຮັດສວນຊາ, ນາງບອກວ່າ: “ຕອນນັ້ນເປັນຫ່ວງວ່າຫາກພັດທະນາສວນຊາບໍ່ໄດ້ຜົນ, ແມ່ນແຕ່ເຂົ້າກິນກໍເປັນບັນຫາ.”

 

ທ່ານຂົງລີ້ງຈິ່ນ ເລຂາໜ່ວຍພັກບ້ານຖຸນຊາງແນະນຳໃຫ້ຮູ້ວ່າ: “ສວນຊາໄດ້ພາໃຫ້ປະຊາຊົນບ້ານພວກເຮົາກໍຄືບ້ານຢູ່ບໍລິເວນອ້ອມຂ້າງ 691 ຄອບຄົວຈຳນວນ 2.020ຄົນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວນັ້ນສ້າງລາຍຮັບເພີ່ມຂຶ້ນ, ນັບແຕ່ປີ2020ເປັນຕົ້ນມາ, ລາຍໄດ້ຈາກການເປັນແຮງງານໃນອຸດສາຫະກຳໃບຊາບັນລຸຫຼາຍກວ່າ 11 ລ້ານຢວນ.” ໂດຍຖືເບັ້ຍຕົ້ນຊາຂາວທີ່ໄດ້ຮັບການຊ່ວຍເຫຼືອຈາກເມືອງອ່ານຈີແຂວງເຈີ້ຈ່ຽງທີ່ປູກໃນເນື້ອທີ່ 133 ເຮັກຕາ, ເມືອງຜູອ່ານໄດ້ພັດທະນາອຸດສາຫະກຳໃບຊາຕາມທ່າແຮງຂອງທ້ອງຖິ່ນຕົນ, ທຸກມື້ນີ້, ເນື້ອທີ່ສວນຊາໄດ້ຂະຫຍາຍອອກເປັນ 12.200 ເຮັກຕາ, ໃນນັ້ນ, ຊາ “ໃບຂາວເລກ1” ໄດ້ກວມເນື້ອທີ່860ກວ່າເຮັກຕາ,ມູນຄ່າການຜະລິດໃບຊາແບບສັງລວມສະເລ່ຍຕໍ່ປີມີເກືອບ 1ຕື້700ລ້ານຢວນ.

 

ຢູ່ເມືອງອ່ານຈີແຂວງເຈີ້ຈ່ຽງ, ເນື້ອທີ່ການປູກຊາຂາວໄດ້ບັນລຸ13.000ກວ່າເຮັກຕາ,ຍອດມູນຄ່າການຜະລິດຫຼາຍກວ່າ3ຕື້100ລ້ານຢວນ, ສ້າງລາຍໄດ້ເພີ່ມໃຫ້ຊາວກະສິກອນທົ່ວເມືອງສະເລ່ຍ8600ກວ່າຢວນຕໍ່ຄົນ, ກວມລາຍໄດ້ສະເລ່ຍທີ່ສາມາດຈັບຈ່າຍໄດ້ຂອງຊາວກະສິກອນປະມານ24%. ປີ2021, ມູນຄ່າຍີ່ຫໍ້ຮ່ວມຂອງເຂດຜະລິດຊາຂາວອ່ານຈີໄດ້ບັນລຸເຖິງ4ຕື້517ລ້ານຢວນ,ຖືກຈັດເຂົ້າໃນ 10ຍີ່ຫໍ້ສຸດຍອດທົ່ວປະເທດຈີນເປັນ12ປີລຽນຕິດ.

 



ສວນຊາບ້ານຫວງຕູ້

ເດືອນເມສາ 2018, ສະມາຊິກພັກກອມມູນິດຈີນ 20 ສະຫາຍຂອງບ້ານຫວງຕູ້ເມືອງອ່ານຈີໄດ້ຂຽນຈົດໝາຍໄປຍັງທ່ານສີຈິ້ນຜິງເພື່ອລາຍງານສະພາບການກ່ຽວກັບຊາວບ້ານສ້າງຄວາມຮັ່ງມີຂຶ້ນດ້ວຍການປູກຊາຂາວ ພ້ອມທັງສະເໜີວ່າຈະມອບເບັ້ຍຕົ້ນຊາ15ລ້ານເບັ້ຍເພື່ອຊ່ວຍປະຊາຊົນເຂດທຸກຍາກຫຼຸດພົ້ນອອກຈາກຄວາມທຸກຍາກ. ຕໍ່ກັບເລື່ອງນີ້, ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳອັນສຳຄັນໂດຍເນັ້ນໜັກວ່າ: ຄຳວ່າ “ເມື່ອໄດ້ດື່ມນ້ຳຢ່າລືມຜູ້ຂຸດສ້າງ, ເມື່ອຮັ່ງມີຂຶ້ນຢ່າລືມບຸນຄຸນພັກ” ເປັນຄຳເວົ້າທີ່ດີຫຼາຍ. ການເພີ່ມທະວີສະຕິຮູ້ບຸນຄຸນແບບ “ເມື່ອໄດ້ດື່ມນ້ຳຕ້ອງຄິດຄະນຶງຫາແຫຼ່ງທີ່ມາຂອງນ້ຳ, ບໍ່ລືມບຸນຄຸນພັກ”, ເສີມຂະຫຍາຍຈິດໃຈທີ່ຊ່ວຍບັນເທົາພາລະເພື່ອພັກ,ຜູ້ຮັ່ງມີຂຶ້ນກ່ອນຊ່ວຍເຫຼືອຜູ້ອື່ນສ້າງຄວາມຮັ່ງມີນຳ ຫຼັງ, ສິ່ງນີ້ມີຄວາມໝາຍທີ່ສຸດສຳລັບການຍາດເອົາໄຊຊະນະໃນບັ້ນລຶບລ້າງຄວາມທຸກຍາກ.

 



ນັກທ່ອງທ່ຽວຖ່າຍຮູບໄວ້ເປັນທີ່ລະນຶກຢູ່ຮ້ານກາເຟທີ່ສວນຊາບ້ານຫວງຕູ້

ຈາກນັ້ນມາ, ເມືອງອ່ານຈີໄດ້ຊ່ວຍເຫຼືອເບັ້ຍຕົ້ນຊາ “ໃບຂາວເລກ1” ໃຫ້5 ເມືອງໃນ3ແຂວງຄືເມືອງຜູອ່ານ, ເມືອງຢຽນເຫີ ແລະເມືອງເຫຼີຍຊ່ານຂອງແຂວງກຸ້ຍໂຈ່ວ, ເມືອງຊິງຊວນແຂວງເສສວນ, ເມືອງກູຈ້າງແຂວງຫູໜານ, ພ້ອມທັງສົ່ງຜູ້ຊ່ຽວຊານເຕັກນິກກະສິກຳໄປປະຈຳຢູ່ທ້ອງຖິ່ນດັ່ງກ່າວເພື່ອຊ່ວຍເຫຼືອທາງດ້ານເຕັກນິກວິຊາການ.

 



ນັກວິຊາການເຕັກນິກກະສິກຳເມືອງອ່ານຈີແຂວງເຈີ້ຈ່ຽງກຳລັງຊີ້ນຳການບົວລະບັດສວນຊາໃຫ້ຊາວກະສິກອນບ້ານຖຸນຊາງເມືອງຜູອ່ານແຂວງກຸ້ຍໂຈ່ວ

ຊາຂາວທີ່ເມືອງອ່ານຈີຊ່ວຍເຫຼືອນັ້ນໄດ້ພາໃຫ້ປະຊາກອນຜູ້ທຸກຍາກ6.600 ກວ່າຄົນຢູ່ທ້ອງຖິ່ນເຫຼົ່ານີ້ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງລາຍຮັບເພີ່ມຂຶ້ນ, ບ້ານທຸກຍາກ 37 ບ້ານທີ່ໄດ້ຮັບການຊ່ວຍເຫຼືອໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ, ອຸດສາຫະກຳຊາຂາວຢູ່ທ້ອງຖິ່ນດັ່ງກ່າວໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ກາຍເປັນອຸດສາຫະກຳຫຼັກແຫຼ່ງໃນການພັດທະນາຊົນນະບົດໃຫ້ຈະເລີນ.

 

ໃບຊາບໍ່ພຽງແຕ່ເຮັດໃຫ້ເມືອງອ່ານຈີແຂວງເຈີ້ຈ່ຽງກັບປະຊາຊົນຢູ່5ເມືອງໃນ3ແຂວງຢູ່ພາກກາງແລະພາກຕາເວັນຕົກຂອງຈີນໄດ້ເກາະແຂນກັນຢ່າງແໜ້ນແຟ້ນ, ຜູ້ຮັ່ງມີຂຶ້ນກ່ອນຊ່ວຍເຫຼືອໃຫ້ຜູ້ອື່ນຮັ່ງມີນຳຫຼັງ, ອຸດສາຫະກຳໃບຊາ ໄດ້ກາຍເປັນອຸດສາຫະກຳເສົາຄ້ຳແຫ່ງການພັດທະນາຊົນນະບົດໃຫ້ຈະເລີນຢູ່ຫຼາຍທ້ອງຖິ່ນ.

 



ວັນທີ 17 ຕຸລາ2022, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກອງປະຊຸມຂອງ ຄະນະຜູ້ ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນ ເພື່ອຮ່ວມກັບບັນດາສະຫາຍເປິກສາ ຫາລືບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກ.  ຫຼັງຈາກນັ້ນ 9 ວັນ,  ທ່ານນາງ ຈູ້ເສລານ ເລຂາໜ່ວຍພັກບ້ານຊ່ານຜິງຕາແສງລິວປາວ ເມືອງຊ່າງອູນະຄອນອູໂຈ່ວເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຫາກໍເມືອຮອດບ້ານກໍອົດບໍ່ໄດ້ ໄດ້ເລົ່າສູ່ຊາວບ້ານຟັງກ່ຽວກັບສະພາບການທີ່ລາວໄດ້ສົນທະນາກັບທ່ານເລຂາທິການໃຫຍ່ສີຈິ້ນຜິງໃນກອງປະຊຸມຄັ້ງນັ້ນວ່າ:

 

“ທ່ານເລຂາທິການໃຫຍ່ເວົ້າວ່າ ຊາລິວປາວມີຊື່ສຽງດັງຫຼາຍເນາະ! ເພິ່ນຍັງຖາມຂ້ອຍວ່າ ຊາລິວປາວແມ່ນຊົງກິນຫຼືຕົ້ມກິນໄດ້ບໍ່? ຮັກສາຍິ່ງນານວັນຍິ່ງດີແມ່ນບໍ່? ເພິ່ນຍັງຖາມຕື່ມວ່າ ບ້ານຊ່ານຜິງພວກເຮົາມີຍີ່ຫໍ້ຊາຂອງຕົນເອງບໍ່? ພ້ອມທັງໃຫ້ຄຳຊີ້ນຳວ່າ ຕ້ອງສ້າງຍີ່ຫໍ້ຊື່ດັງເປັນຂອງຕົນເອງ,ພັດທະນາອຸດສາຫະກຳໃບຊາໃຫ້ເຕີບໃຫຍ່ຂະຫຍາຍຕົວ.”

 

 ຊາລິວປາວໄດ້ຊື່ຍ້ອນຖິ່ນກຳເນີດຂອງມັນ, ມີຊື່ສຽງໂດ່ງດັງຍ້ອນມີກິ່ນຫອມພິເສດຂອງໝາກຄ້ຽວ,ນ້ຳຊາເປັນສີແດງ,ເຂັ້ມຂຸ້ນ,ຫອມແບບເກົ່າ ແລະບໍລິສຸດ. ຊາລິວປາວມີກຳມະວິທີການຜະລິດທີ່ໄດ້ມາດຕະຖານສູງຊຸດໜຶ່ງທີ່ສືບທອດກັນມາເປັນເວລາພັນປີແລ້ວ. ແຕ່ວ່າ ກຳມະວິທີການຜະລິດຊາຂອງແຕ່ລະຄອບຄົວຢູ່ບ້ານຊ່ານຜິງບໍ່ເປັນເອກະພາບກັນ, ຄຸນນະພາບໃບຊາກໍແຕກຕ່າງກັນ.

 

ທ່ານນາງຈູ້ເສລານທີ່ກຳເນີດຈາກຄອບຄົວຕະກູນຜະລິດຊາແມ່ນເຕີບໃຫຍ່ຂຶ້ນທ່າມກາງກິ່ນຫອມຂອງຊາມາແຕ່ນ້ອຍ. ເມື່ອເຫັນຕົ້ນຊາທີ່ມີຢູ່ທົ່ວທຸກໜ່ວຍພູຢູ່ພາຍໃນບ້ານ, ລາວຕັດສິນໃຈເປີດເຜີຍກຳມະວິທີການຜະລິດຊາຂອງຄອບຄົວຕົນ.

 

“ສີມືທີ່ສືບທອດມາຈາກບັນພະບຸລຸດຊິຖ່າຍທອດໃຫ້ຄົນພາຍນອກໄດ້ແນວໃດ?”, ຕອນຫາກໍສະເໜີຄວາມຄິດດັ່ງກ່າວອອກມາ,ທ່ານນາງຈູ້ເສລານກໍຖືກຄອບຄົວຄັດຄ້ານທັນທີ, ແຕ່ວ່າລາວໄດ້ຍຶດໝັ້ນໃນທັດສະນະຂອງຕົນຄື “ຄັນຢາກພັດທະນາອຸດສາຫະກຳ, ແນ່ ນອນແລ້ວ, ສູ້ແບບພຽງລຳພັງຈະບໍ່ດີເທົ່າການຈັບກຸ່ມເພື່ອຮ່ວມກັນພັດທະນາ, ມີພຽງແຕ່ສ້າງຍີ່ຫໍ້ຊື່ດັງຂອງຕົນເອງໃຫ້ໄດ້, ຈິ່ງຈະສາມາດພັດທະນາອຸດສາຫະກຳໃຫ້ດີໄດ້ຢ່າງແທ້ຈິງ.”

 

ທ່ານນາງຈູ້ເສລານໄດ້ຖືເອົາເຮືອນນ້ອຍຊັ້ນດຽວສຳລັບຂົ້ວຊາຂອງຄອບຄົວຕົນເປັນຫ້ອງຮຽນ, ແລ້ວເປີດຊຸດຮຽນສວນຊາ, ເມື່ອໄດ້ຍິນຂ່າວນີ້ແລ້ວ, ປະຊາຊົນຢູ່ພາຍໃນບ້ານຊ່ານຜິງແລະບ້ານຕ່າງໆຢູ່ບໍລິເວນອ້ອມຂ້າງໄດ້ພາກັນມາຮຽນນຳລາວ, ຜູ້ປະກອບການອຸດສາຫະກຳໃບຊາເກືອບ1000 ຄົນສາມາດກຳໄດ້ກຳມະວິທີການຜະລິດຊາແບບດັ້ງເດີມ ເຊິ່ງເຮັດໃຫ້ກິ່ນຫອມຂອງຊາລິວປາວໃນບ້ານຕ່າງໆນັບມື້ນັບເຂັ້ມຂຸ້ນຕື່ມອີກ.

 

ທຸກມື້ນີ້, ຕາແສງລິວປາວໄດ້ຄົ້ນຄວ້າຮູບແບບພັດທະນາແບບ “ໃບຊາ+ການສົ່ງເສີມສຸຂະພາບ+ການທ່ອງທ່ຽວ”, ຕັ້ງໜ້າສ້າງເຂດສາທິດໃຈກາງອຸດສາຫະກຳໃບຊາລິວປາວ, “ຕາແສງທີ່ມີສີສັນພິເສດລະດັບຊາດ” ແລະອື່ນໆ, ລາຍໄດ້ສະເລ່ຍຕໍ່ຫົວຄົນໃນເຂດຊົນນະບົດບັນລຸຫຼາຍກວ່າ 20.000 ຢວນຕໍ່ປີ, ມູນຄ່າການຜະລິດຂອງເຂດຜະລິດຊາລິວປາວໃຈກາງບັນລຸປະມານ 1 ຕື້ຢວນຕໍ່ປີ.

 

ທ່ານນາງຈູ້ເສລານເວົ້າດ້ວຍຄວາມດີໃຈວ່າ: “ເມື່ອ 10 ກວ່າປີກ່ອນ, ລູກ ໄພ້ມາ ຢາມເຮືອນຂ້ອຍ, ຕ້ອງໄດ້ເດີນທາງຜ່ານເທິງພູເຖິງ 4 ຊົ່ວໂມງປາຍ, ຍັງບໍ່ທັນ ຍ່າງເຂົ້າປະຕູເຮືອນກໍຄິດຢາກກັບເມືອບ້ານແມ່ຕົນເອງແລ້ວ. ແຕ່ວ່າບ້ານຊ່ານຜິງ ໃນທຸກມື້ນີ້, ບໍ່ພຽງແຕ່ຜູ້ສາວຢູ່ພາຍໃນບ້ານບໍ່ຢາກຈາກໄປເທົ່ານັ້ນ, ແມ່ນແຕ່ຜູ້ສາວຕ່າງ ຖິ່ນກໍຢາກມາເປັນໄພ້ຢູ່ບ້ານເຮົາ, ບ່າວນ້ອຍນອກບ້ານຫຼາຍໆຄົນຍັງຢາກມາເປັນ ເຂີຍປະຈຳບ້ານອີກໃດ!”



ທ່ານນາງຈູ້ເສລານ(ຜູ້ທີສອງແຕ່ຂວາຫາຊ້າຍ)ພາຊາວບ້ານເກັບໃບຊາ

 

   ໃບຊາທີ່ປຽບເໝືອນ “ໃບຄຳ” ແຫ່ງການສ້າງຄວາມຮັ່ງມີ ໄດ້ກາຍເປັນອຸດສາຫະກຳທີ່ພາໃຫ້ຊາວບ້ານຢູ່ທ້ອງຖິ່ນບາງແຫ່ງຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີຂຶ້ນ, ເຊິ່ງຈະສືບຕໍ່ເສີມຂະຫຍາຍບົດບາດໃນການສ້າງຄວາມຫວັງໃຫ້ແກ່ພາລະກິດພັດທະນາຊົນນະບົດໃຫ້ຈະເລີນ.