ອົງການອຸຕຸນິຍົມໂລກອະນຸຍາດແຜນການຕິດຕາມວັດແທກອາຍພິດເຮືອນແກ້ວໃນທົ່ວໂລກ

2023-03-07 15:11:48 cri

ວັນທີ 6 ມີນານີ້, ສະພາບໍລິຫານຂອງອົງການອຸຕຸນິຍົມໂລກໄດ້ອະນຸຍາດຜ່ານແຜນການພື້ນຖານໂຄງລ່າງຕິດຕາມວັດແທກອາຍພິດເຮືອນແກ້ວໃນທົ່ວໂລກ ເພື່ອເພີ່ມຕື່ມຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ແລະສະໜັບສະໜູນການເຄື່ອນໄຫວທີ່ຫຼຸດການລະບາຍອາຍພິດເຮືອນແກ້ວ.

ອົງການດັ່ງກ່າວແຈ້ງໃຫ້ຮູ້ວ່າ: ປັດຈຸບັນ, ການເຄື່ອນໄຫວຫຼາຍຢ່າງຂອງສາກົນແລະປະເທດຕ່າງໆກ່ຽວກັບອາຍພິດເຮືອນແກ້ວແມ່ນສະໜັບສະໜູນໂດຍວົງການຄົ້ນຄວ້າ, ແຕ່ຍັງບໍ່ມີການແລກປ່ຽນລະດັບສາກົນກ່ຽວກັບການສັງເກດອາຍພິດເຮືອນແກ້ວຢູ່ໜ້າດິນແລະອະວະກາດ ຫຼື ຜະລິດຕະພັນຫຸ່ນຈຳລອງ ຢ່າງຮອບດ້ານແລະທັນທີ.

ອົງການອຸຕຸນິຍົມໂລກຈະພະຍາຍາມປະສານງານພາຍໃນຂອບການຮ່ວມມືສາກົນ, ເສີມຂະຫຍາຍຄວາມສາມາດໃນການຕິດຕາມວັດແທກອາຍພິດເຮືອນແກ້ວທັງໝົດທີ່ມີຢູ່ໃນປັດຈຸບັນພາຍໃນຂອບວຽກງານສັງລວມ ເຊິ່ງລວມມີລະບົບສັງເກດສະພາບແວດລ້ອມອຸຕຸນິຍົມຢູ່ໃກ້ໜ້າດິນແລະຢູ່ໃກ້ອະວະກາດ ລວມທັງຄວາມສາມາດທີ່ກ່ຽວພັນເຖິງການສ້າງຫຸ່ນຈຳລອງແລະຄອບງຳຕົວເລກສະຖິຕິ.