ປະຊາຊົນສ.ເກົາຫຼີໂຮມຊຸມນຸມປະທ້ວງຕໍ່ແຜນການຊົດເຊີຍຜູ້ຖືກບັງຄັບເກນໃຊ້ເປັນແຮງງານຂອງລັດຖະບານ

2023-03-07 10:24:07 CRI

 

   ວັນທີ 6 ມິນານີ້, ລັດຖະບານ ສ.ເກົາຫຼີ ໄດ້ປະກາດແຜນການແກ້ໄຂບັນຫາຊົດເຊີຍຜູ້ຖືກບັງຄັບເກນໃຊ້ເປັນແຮງງານຂອງຍີ່ປຸ່ນໃນສະໄໝສົງຄາມໂລກຄັ້ງທີສອງ, ໂດຍໄດ້ຕົກລົງມອບໃຫ້ກຸ່ມການເງິນທີ່ສັງກັດກະຊວງພາຍໃນແລະຄວາມໝັ້ນຄົງສ.ເກົາຫຼີລະດົມທຶນແລະຈ່າຍຄ່າຊົດເຊີຍແທນວິສາຫະກິດຍີ່ປຸ່ນທີ່ຖືກຮ້ອງຟ້ອງ. ໃນມື້ດຽວກັນ, ກຸ່ມຄົນທີ່ຖືກບັງຄັບເກນໃຊ້ເປັນແຮງງານນັ້ນໄດ້ຈັດການໂຮມຊຸມນຸມຢູ່ນະຄອນຫຼວງເຊອູນຂອງ ສ.ເກົາຫຼີ ເພື່ອປະທ້ວງຕໍ່ແຜນການແກ້ໄຂຂອງລັດຖະບານສ.ເກົາຫຼີເຊິ່ງເປັນ “ວຽກງານການທູດທີ່ເປັນຕາອັບອາຍຂາຍໜ້າ” ຕໍ່ຍີ່ປຸ່ນ.


   ວັນທີ 6 ມິນານີ້, ກໍາມະກອນທີ່ຖືກບັງຄັບເກນໃຊ້ເປັນແຮງງານພ້ອມດ້ວຍຄອບຄົວແລະຜູ້ຕາງໜ້າປະຊາຊົນຊາວນະຄອນຫຼວງຫຼາຍຮ້ອຍຄົນໄດ້ຈັດການໂຮມຊຸມນຸມຢູ່ສະໜາມຫຼວງຕໍ່ໜ້າສໍານັກງານອົງການປົກຄອງນະຄອນຫຼວງເຊອູນ ເພື່ອປະທ້ວງລັດຖະບານ ສ.ເກົາຫຼີ ແລະ ຍີ່ປຸ່ນທີ່ໄດ້ບັນລຸສັນຍາກ່ຽວກັບບັນຫາການບັງຄັບເກນໃຊ້ແຮງງານແບບມະລຸມມະລ້ວຍ, ພ້ອມທັງຮຽກຮ້ອງໃຫ້ລັດຖະບານຍົກເລີກແຜນການດັ່ງກ່າວ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ