ບໍ່ອະນຸຍາດໃຫ້ວິກິດການແບບອູແກຣນເກີດຂຶ້ນອີກຢູ່ອາຊີຢ່າງເດັດຂາດ

2023-03-07 15:04:26 CRI


ຕອນເຊົ້າວັນທີ 7 ມີນາ 2023 ນີ້, ກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດກອງປະຊຸມຖະແຫຼງຂ່າວ. ທ່ານສິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບ “ນະໂຍບາຍການຕ່າງປະເທດ ແລະ ການພົວພັນກັບຕ່າງປະເທດຂອງຈີນ”.


ທ່ານສິນກ່າງກ່າວວ່າ,  “ຍຸດທະສາດອິນໂດປາຊີຟິກ” ຂອງອາເມຣິກາອວດອ້າງຄວາມເສລີ ແລະ ການເປີດກວ້າງ, ແຕ່ໃນຄວາມເປັນຈິງແລ້ວເປັນການສ້າງກຸ່ມພັນທະມິດ, ແລະສ້າງວົງແຄບແບບປິດລ້ອມປັດເຂ່ຍປະເທດອື່ນ; ອວດອ້າງການຮັກສາຄວາມໝັ້ນຄົງຂອງພາກພື້ນ, ແຕ່ໃນຄວາມເປັນຈິງແລ້ວເປັນການຍຸແຫຍ່ສ້າງຄວາມເປັນປໍລະປັກກັນ, ມີເຈຕະນາສ້າງ “ກຸ່ມນາໂຕຢູ່ອາຊີປາຊີຟິກ”; ອວດອ້າງວ່າຈະຊຸກຍູ້ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ, ແຕ່ໃນຄວາມເປັນຈິງແລ້ວເປັນການຕັດສາຍພົວພັນ, ທຳລາຍການເຊື່ອມໂຍງເຂົ້າກັນຂອງພາກພື້ນ.


ທ່ານສິນກ່າງກ່າວຕື່ມວ່າ, ໃນຫວ່າງບໍ່ດົນມານີ້, ຜູ້ນຳຫຼາຍປະເທດຂອງພາກພື້ນກ່າວວ່າ, ອາຊຽນບໍ່ຄວນກາຍເປັນນາຍໜ້າຂອງອິດທິກຳລັງພາຍນອກແຕ່ຢ່າງໃດ, ບໍ່ຄວນຕົກຢູ່ໃນວັງນ້ຳວົນແຫ່ງການແຂ່ງຂັນລະຫວ່າງປະເທດໃຫຍ່. ອາຊີຄວນກາຍເປັນເວທີແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ແຕ່ບໍ່ຄວນກາຍເປັນສະໜາມຮົບແຫ່ງການແຂ່ງຂັນດ້ານພູມສາດການເມືອງ. ເດັດຂາດບໍ່ອະນຸຍາດໃຫ້ເກີດມີສົງຄາມເຢັນອີກຄັ້ງໃໝ່ຢູ່ອາຊີ, ເດັດຂາດບໍ່ອະນຸຍາດໃຫ້ເກີດມີວິກິດການຄືວິກິດການອູແກຣນຢູ່ອາຊີ.