ທ່ານສີຈິ້ນຜິງເນັ້ນໜັກໃຫ້ນຳພາຢ່າງຖືກຕ້ອງເພື່ອໃຫ້ເສດຖະກິດເອກະຊົນພັດທະນາຢ່າງປອດໃສແລະພັດທະນາດ້ວຍຄຸນນະພາບສູງ

2023-03-07 10:30:16 cri



   ຕອນບ່າຍວັນທີ 6 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ໄປຢ້ຽມຢາມສະມາຊິກສະພາເປິກສາການເມືອງປະຊາຊົນແຫ່ງຊາດທີ່ມາຈາກສະມາຄົມປະຊາທິປະໄຕສ້າງຊາດຈີນແລະສະຫະພັນອຸດສາຫະກຳການຄ້າທີ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີໜຶ່ງຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ14 ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມຮ່ວມຈຸເພື່ອຮັບຟັງຄຳຄິດເຫັນແລະຂໍ້ສະເໜີຂອງສະມາຊິກສະພາທັງຫຼາຍ. ທ່ານສີຈິ້ນຜິງເນັ້ນໜັກວ່າ: ຕ້ອງນຳພາວິສາຫະກິດເອກະຊົນແລະນັກທຸລະກິດເອກະຊົນໃຫ້ຮັບຮູ້ແລະເຂົ້າໃຈທິດທາງນະໂຍບາຍຂອງສູນກາງພັກຄອມມູນິດຈີນຢ່າງຖືກຕ້ອງ, ເພີ່ມຄວາມໝັ້ນໃຈ, ວາງພາລະດ້ານແນວຄິດ, ພັດທະນາຢ່າງກ້າຫານ ເພື່ອບັນລຸໃຫ້ເສດຖະກິດເອກະຊົນພັດທະນາຢ່າງປອດໃສແລະພັດທະນາດ້ວຍຄຸນນະພາບສູງ.

   ທ່ານສີຈິ້ນຜິງເນັ້ນໜັກຕື່ມວ່າ: ການພັດທະນາດ້ວຍຄຸນນະພາບສູງມີຂໍ້ຮຽກຮ້ອງສູງກວ່າເກົ່າຕໍ່ການພັດທະນາເສດຖະກິດເອກະຊົນ. ວິສາຫະກິດເອກະຊົນຕ້ອງປະຕິບັດຕາມແນວຄວາມຄິດການພັດທະນາແບບໃໝ່, ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຈຸດອ່ອນທີ່ມີຢູ່ໃນການພັດທະນາເສດຖະກິດເອກະຊົນກໍຄືສິ່ງທ້າທາຍທີ່ພວມປະເຊີນຢູ່, ຫັນປ່ຽນຮູບການພັດທະນາ, ປັບປຸງໂຄງປະກອບອຸດສາຫະກຳ, ຫັນປ່ຽນແຮງຂັບເຄື່ອນການເຕີບໂຕ, ຍຶດໝັ້ນຮັກສາພາລະກິດຕົ້ນຕໍ, ພັດທະນາເສດຖະກິດຮູບປະທຳໃຫ້ເຂັ້ມແຂງ,ມີສະຕິຕື່ນຕົວໃນການກ້າວເດີນໄປຕາມເສັ້ນທາງພັດທະນາດ້ວຍຄຸນນະພາບສູງ. ວິສາຫະກິດເອກະຊົນທີ່ມີຄວາມສາມາດແລະມີເງື່ອນໄຂຕ້ອງເພີ່ມທະວີການປະດິດສ້າງດ້ວຍຕົນເອງ, ເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນການເພິ່ງຕົນເອງ,ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກນິກແລະການຫັນໝາກຜົນດ້ານວິທະຍາສາດເຕັກນິກໃຫ້ເກີດມີປະສິດທິຜົນຕົວຈິງ.