ບຸກຄົນໃນວົງການການເງິນຂອງອາເມລິກາກ່າວເຕືອນ: ການລະເມີດສັນຍາໜີ້ສິນຈະເຮັດໃຫ້ເສດຖະກິດອາເມລິກາຊຸດໂຊມລົງທັນທີ

2023-03-08 11:32:09 CRI

 

   ວັນທີ 7 ມິນານີ້ຕາມເວລາທ້ອງຖິ່ນ, ສະພາຕໍ່າອາເມລິກາໄດ້ຈັດກອງປະຊຸມຟັງຄໍາໃຫ້ການໂດຍໄດ້ເປິກສາຫາລືກ່ຽວກັບຜົນຮ້າຍທີ່ອາດຈະເກີດຂຶ້ນໄດ້ຍ້ອນການບັນລຸເພດານໜີ້ສິນແລະການລະເມີດສັນຍາໜີ້ສິນ. ໃນໂອກາດນີ້, ບຸກຄົນໃນວົງການການເງິນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ຕັກເຕືອນວ່າ: ການເປັນປໍລະປັກກັນກ່ຽວກັບບັນຫາເພດານໜີ້ສິນລະຫວ່າງສອງພັກການເມືອງໃນປັດຈຸບັນນີ້ໄດ້ກາຍເປັນ “ໄພຂົ່ມຂູ່ທີ່ໜັກໜ່ວງ” ຕໍ່ເສດຖະກິດຂອງອາເມລິກາ. ຕາບໃດທີ່ເກີດກໍລະນີການລະເມີດສັນຍາໜີ້ສິນ, ກໍຈະເຮັດໃຫ້ເສດຖະກິດທີ່ບອບບາງຢູ່ແລ້ວນັ້ນຊຸດໂຊມລົງທັນທີ, ປະຊາຊົນອາເມລິກາລ້ານກວ່າຄົນຈະບໍ່ມີວຽກເຮັດງານທໍາ, ສິ່ງນີ້ຈະເຮັດໃຫ້ເກີດຜົນຮ້າຍທີ່ເປັນໄພພິບັດຄືດັ່ງວິກິດການດ້ານການເງິນທີ່ເຄີຍເກີດຂຶ້ນໃນປີ 2008.


   ເດືອນມັງກອນປີນີ້, ລັດຖະບານອາເມລິກາໄດ້ບັນລຸເພດານໜີ້ສິນທີ່ຖືກກໍານົດໄວ້ໃນກົດໝາຍຄື 31.400 ຕື້ ໂດລາ, ຈາກນັ້ນ ກະຊວງການເງິນໄດ້ນໍາໃຊ້ມາດຕະການລາຍຈ່າຍຊົ່ວຄາວເພື່ອຊ່ວຍເຫຼືືອລັດຖະບານຫຼີກເວັ້ນການລະເມີດສັນຍາໜີ້ສິນ. ແຕ່ແນວໃດກໍຕາມ, ປັດຈຸບັນນີ້, ສອງພັກການເມືອງຂອງອາເມລິກາຍັງ ຜິດຖຽງກັນເພື່ອຕໍ່ລອງລາຄາໃນການຍົກລະດັບເພດານໜີ້ສິນໃຫ້ສູງຂຶ້ນຕື່ມອີກແລະຍັງບໍ່ສາມາດບັນລຸສັນຍາໄດ້ເທື່ອ.