“ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນ “ກັບດັກໜີ້ສິນ” ຫຼື “ຂະໜົມ” ທີ່ເປັນປະໂຫຍດ, ປະເທດພວມພັດທະນາທັງຫຼາຍຈະຮູ້ດີກວ່າ

2023-03-08 16:29:28 CRI

ຕອນເຊົ້າວັນທີ 7 ມີນານີ້, ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານສິນກາງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວ ໂດຍຕອບສະໜອງອັນທີ່ບັນດາປະເທດຕາເວັນຕົກໂຄສະນາບິດເບືອນວ່າ: “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນ “ກັບດັກໜີ້ສິນ” ແລະ ໄດ້ກ່າວຕອບໂຕ້ວ່າ: ອັນທີ່ເອີ້ນວ່າ, “ກັບດັກໜີ້ສິນ” ແມ່ນຂ່າວທີ່ປັ້ນຂຶ້ນເພື່ອໃສ່ຮ້າຍປ້າຍສີຈີນເທົ່ານັ້ນ.


ຄວາມຈິງຍ່ອມບໍ່ໜີຄວາມຈິງ. ຕົວເລກຂໍ້ມູນຂອງອົງການທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ນັບແຕ່ໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” 10 ປີມານີ້, ການສ້າງສາທີ່ກ່ຽວຂ້ອງໄດ້ດຳເນີນໄປຢ່າງໜັກແໜ້ນ, ໂດຍສະເລ່ຍແລ້ວ, ໜີ້ສິນຂອງປະເທດທີ່ກ່ຽວຂ້ອງທີ່ມີຕໍ່ຈີນກວມພຽງ 1,8% ຂອງ GDP ປະເທດຕົນເທົ່ານັ້ນ ເຊິ່ງຕ່ຳກວ່າ 60% ຂອງລະດັບເຕືອນໄພສາກົນຢ່າງຫຼວງຫຼາຍ. 10 ປີມານີ້, ຂໍ້ລິເລີ່ມໄດ້ປ່ຽນຈາກແຜນຜັງໃນອະດີດກາຍມາເປັນສະພາບສ້າງສາຕົວຈິງໃນປັດຈຸບັນ ເຊິ່ງໄດ້ສ້າງຜົນປະໂຫຍດໃຫ້ແກ່ການພັດທະນາຂອງປະເທດຕ່າງໆ ໂດຍສະເພາະແມ່ນປະເທດພວມພັດທະນາທັງຫຼາຍ ແລະ ປະຊາຊົນຂອງປະເທດເຫຼົ່ານັ້ນ ເຊັ່ນ: ທາງລົດໄຟຈີນ-ລາວໄດ້ສ້າງສຳເລັດ ແລະ ເປີດນຳໃຊ້ຢ່າງຮອບດ້ານ, ການກໍ່ສ້າງທາງລົດໄຟຈີນ-ໄທໄດ້ມີຄວາມຄືບໜ້າຢ່າງໜັກແໜ້ນ, ທາງດ່ວນພະນົມເປັນ-ທ່າກຳປັ່ນສີຫານຸຂອງກຳປູເຈຍໄດ້ສ້າງສຳເລັດແລະເປີດນຳໃຊ້…ປີ 2022, ຍອດມູນຄ່າການລົງທຶນໂດຍກົງຂອງວິສາຫະກິດຈີນ ໂດຍບໍ່ແມ່ນການທະນາຄານຂອງປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 7,7%; ຍອດມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງຈີນກັບປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່ໃນປະຫວັດສາດ ໂດຍບັນລຸເຖິງ 13.800 ຕື້ຢວນ. ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງໄດ້ເປັນການຊຸກຍູ້ການພັດທະນາເສດຖະກິດເຂດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີປະສິດທິຜົນ, ໄດ້ສ້າງວຽກເຮັດງານທຳໃຫ້ປະເທດເຫຼົ່ານີ້ 420.000 ຕຳແໜ່ງງານ ແລະ ເຮັດໃຫ້ປະຊາຊົນເກືອບ 40 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ.

ແຮງດຶງດູດໃນສາກົນຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກຳລັງຂະຫຍາຍກວ້າງອອກເລື້ອຍໆ. ມາຮອດກາງເດືອນກຸມພາຜ່ານມານີ້, ຈີນໄດ້ເຊັນເອກະສານການຮ່ວມມື 200 ກວ່າສະບັບກັບ 151 ປະເທດ ແລະ 32 ອົງການຈັດຕັ້ງສາກົນ. ມາຮອດປັດຈຸບັນນີ້, ບໍ່ມີປະເທດໃດໆທີ່ເປັນຄູ່ຮ່ວມມືໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ຍອມຮັບອັນທີ່ເອີ້ນວ່າ “ກັບດັກໜີ້ສິນຈາກຈີນ” ເລີຍ.


ໃນຂະນະດຽວກັນ, ຈີນຍັງໄດ້ “ຫຼຸດໜີ້ສິນ” ໃຫ້ແກ່ບາງປະເທດຢ່າງເປັນເຈົ້າການ. ຜົນການຄົ້ນຄວ້າຂອງທະນາຄານໂລກສະແດງໃຫ້ເຫັນວ່າ, ນັບແຕ່ປີ 2008 ຫາ ປີ 2021, ຈີນໄດ້ປັບໂຄງສ້າງໜີ້ສິນຂອງປະເທດທີ່ມີລາຍໄດ້ຕ່ຳຄືນໃໝ່ຮອດ 71 ເທື່ອ. ປີ 2020, ຈີນໄດ້ຕອບຮັບຂໍ້ລິເລີ່ມຜ່ອນຜັນໜີ້ສິນຂອງກຸ່ມ 20 ປະເທດຢ່າງຕັ້ງໜ້າ, ພຽງແຕ່ໃນປີ 2020 ປີດຽວເທົ່ານັ້ນ, ຈີນກໍໄດ້ໃຫ້ຜ່ອນຜັນໜີ້ສິນຫຼາຍກວ່າ 1,3 ຕື້ໂດລາ ເຊິ່ງໄດ້ກວມເກືອບ 30% ຂອງຍອດມູນຄ່າໜີ້ສິນທີ່ຖືກຜ່ອນຜັນຂອງກຸ່ມ 20 ປະເທດ ແລະ ເປັນປະເທດທີ່ໃຫ້ຜ່ອນຜັນໜີ້ສິນຫຼາຍທີ່ສຸດໃນບັນດາປະເທດສະມາຊິກກຸ່ມ 20 ປະເທດ.

ທີ່ຈິງແລ້ວ, ອາເມຣິກາແລະບັນດາປະເທດຕາເວັນຕົກຈິ່ງແມ່ນຜູ້ທີ່ເຮັດໃຫ້ເກີດ “ກັບດັກໜີ້ສິນ” ຕໍ່ປະເທດພວມພັດທະນາ. ນັບແຕ່ຊຸມປີ 1970 ເປັນຕົ້ນມາ, ເພື່ອສະແຫວງຫາຜົນກຳໄລສູງ, ບາງປະເທດໃນບັນດາປະເທດຕາເວັນຕົກທີ່ນຳພາໂດຍອາເມຣິກາ ໄດ້ຊັກຊວນໃຫ້ປະເທດພວມພັດທະນາພິມຈຳໜ່າຍພັນທະບັດທີ່ມີອັດຕາດອກເບ້ຍອ່າວສູງ ໂດຍອີງໃສ່ເງື່ອນໄຂລະດົມທຶນທີ່ຜ່ອນຜັນ ເຊິ່ງໄດ້ຊຸກຍູ້ໃຫ້ຍອດມູນຄ່າໜີ້ສິນຂອງປະເທດເຫຼົ່ານີ້ເພີ່ມຂຶ້ນຢ່າງວ່ອງໄວ, ຈາກນັ້ນ, ຍັງໄດ້ໃຊ້ວິທີຕ່າງໆ ເຊັ່ນ: ນະໂຍບາຍເງິນຕາທີ່ຮັດກຸມ, ການສວຍໂອກາດດ້ານການທະນາຄານແລະອື່ນໆ ເພື່ອຍຶດຊັບສິນຂອງປະເທດພວມພັດທະນາເຫຼົ່ານີ້, ເຮັດໃຫ້ປະເທດພວມພັດທະນາຫຼາຍປະເທດຕົກເຂົ້າໃນວິກິດການໜີ້ສິນທີ່ໜັກໜ່ວງ. ໃນໜຶ່ງປີປາຍມານີ້, ທະນາຄານກາງອາເມຣິກາ ຫຼື ເຟດ ໄດ້ຂຶ້ນອັດຕາດອກເບ້ຍຢ່າງຫຼວງຫຼາຍ, ໄດ້ກະຈາຍໄພເງິນເຟີ້ ແລະ ຍ້າຍວິກິດການເສດຖະກິດໄປສູ່ປະເທດອື່ນ ໂດຍສວຍໃຊ້ສິດເປັນເຈົ້າອຳນາດຂອງເງິນໂດລາສະຫະລັດ, ເຮັດໃຫ້ເງິນຕາຂອງປະເທດພວມພັດທະນາຈຳນວນໜຶ່ງອ່ອນຄ່າລົງຢ່າງຫຼວງຫຼາຍ ແລະ ເງິນທຶນໄຫຼອອກໄປຕ່າງປະເທດ, ແບກຫາບພາລະດ້ານໜີ້ສິນໜັກໜ່ວງກວ່າເກົ່າ.

ສະຫຼຸບແລ້ວເຫັນວ່າ, ອັນທີ່ເອີ້ນວ່າ “ກັບດັກໜີ້ສິນຈາກຈີນ” ເປັນພຽງເລ່ລ່ຽມຂອງບາງປະເທດທີ່ບໍ່ຫວັງຢາກໃຫ້ຈີນຮ່ວມມືກັບປະເທດພວມພັດທະນາທັງຫຼາຍ ແລະ ຫຼິ້ນກົນອຸບາຍແບບ “ໂຈນຮ້ອງຈັບໂຈນ” ເທົ່ານັ້ນ, ມີເຈຕະນາຢາກຫຼອກຫູລວງຕາ ແລະ ປັດຄວາມຮັບຜິດຊອບຂອງຕົນ ເພື່ອຖິ້ມບັນຫາການສ້າງໜີ້ສິນໃຫ້ຈີນ. ແຕ່ຄວາມຈິງກໍແມ່ນຄວາມຈິງ: “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນ “ກັບດັກໜີ້ສິນ” ຫຼືແມ່ນ “ຂະໜົມ” ທີ່ມີຜົນປະໂຫຍດ? ປະເທດໃດໄດ້ສະໜອງໂອກາດການພັດທະນາ? ປະເທດໃດໄດ້ສ້າງ “ກັບດັກໜີ້ສິນ”? ປະເທດພວມພັດທະນາທັງຫຼາຍຈະຮູ້ດີແລ້ວ.