ການຄ້າກັບຕ່າງປະເທດຂອງຈີນມີສະພາບໝັ້ນທ່ຽງໃນ 2 ເດືອນຜ່ານມາ

2023-03-08 14:46:14 cri


ວັນທີ 7 ມີນານີ້, ອົງການພາສີຂອງຈີນແຈ້ງໃຫ້ຮູ້ວ່າ: ໄລຍະ 2 ເດືອນຜ່ານມານີ້, ຍອດມູນຄ່າຂາເຂົ້າຂາອອກຂອງຈີນມີເຖິງ 6,180 ຕື້ຢວນ, ໃນນັ້ນ ການສົ່ງອອກສິນຄ້າໄດ້ສ້າງສະຖິຕິສູງສຸດເມື່ອທຽບໃສ່ໄລຍະດຽວກັນໃນປະຫວັດສາດ, ດັ່ງນັ້ນ ການຄ້າກັບຕ່າງປະເທດຂອງຈີນມີສະພາບຄວາມໝັ້ນທຽງໃນການເລີ່ມຕົ້ນ.

ສ່ວນດ້ານການສົ່ງອອກສິນຄ້າ, ໄລຍະ 2 ເດືອນຜ່ານມາ, ຈີນໄດ້ສົ່ງອອກສິນຄ້າຕໍ່ອາຊຽນເປັນມູນຄ່າ 570 ຕື້ຢວນ, ເພີ່ມຂຶ້ນ 17,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ກວມຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນເຖິງ 15,4%.

ນອກນີ້, ມູນຄ່າຂາເຂົ້າຂາອອກຕໍ່ປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ມີເຖິງ 2,120 ຕື້ຢວນ, ເພີ່ມຂຶ້ນ 10,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ຍອດມູນຄ່າຂາເຂົ້າຂາອອກຕໍ່ປະເທດສະມາຊິກສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ອື່ນໆມີເຖິງ 1,910 ຕື້ຢວນ, ເພີ່ມຂຶ້ນ 3,1% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.