ເມື່ອຮອດໄລຍະທ້າຍຂອງການປະຕິບັດແຜນການ 5 ປີຄັ້ງທີ 14, ທາງລົດໄຟທີ່ໃຫ້ບໍລິການໃນທົ່ວປະເທດຈີນ ຈະມີໄລຍະທາງເຖິງ 165.000 ກິໂລແມັດ

2023-03-08 14:45:03 cri


ທ່ານຫຼິວເຈີ້ນຟ່າງ ຜູ້ອຳນວຍການໃຫຍ່ຂອງກຸ່ມບໍລິສັດເສັ້ນທາງລົດໄຟແຫ່ງຊາດຈຳກັດ, ຜູ້ແທນສະພາປະຊາຊົນແຫ່ງຊາດຈີນທີ່ພວມເຂົ້າຮ່ວມກອງປະຊຸມສອງສະພາໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ເສັ້ນທາງລົດໄຟແມ່ນພື້ນຖານໂຄງລ່າງສຳຄັນຍິ່ງ ທີ່ມີລັກສະນະຍຸດທະສາດ, ນຳໜ້າແລະເປັນຂໍກຸນແຈຂອງປະເທດຊາດ, ມີພາລະກຳແລະໜ້າທີ່ສຳຄັນຫຼາຍໃນການບໍລິການແລະສະໜັບສະໜູນການສ້າງສາຄວາມທັນສະໄໝແບບຈີນ.

ເມື່ອຮອດໄລຍະທ້າຍຂອງການປະຕິບັດແຜນການ 5 ປີຄັ້ງທີ 14, ໄລຍະທາງລົດໄຟທີ່ໃຫ້ການບໍລິການໃນທົ່ວປະເທດຈີນຈະມີໄລຍະທາງເຖິງ 165.000 ກິໂລແມັດ, ໃນນັ້ນ ໄລຍະທາງຂອງລົດໄຟຄວາມໄວສູງ ເຊິ່ງລວມທັງລົດໄຟທີ່ໃຫ້ບໍລິການຢູ່ລະຫວ່າງຕົວເມືອງທີ່ໃກ້ກັນ ມີປະມານ 50.000 ກິໂລແມັດ. ນອກນີ້, ເສັ້ນທາງລົດໄຟຈະປົກຄຸມຕົວເມືອງທີ່ມີພົນລະເມືອງຫຼາຍກວ່າ 200.000 ຄົນເຖິງ 99,5%, ເສັ້ນທາງລົດໄຟຄວາມໄວສູງຈະປົກຄຸມຕົວເມືອງທີ່ມີພົນລະເມືອງຫຼາຍກວ່າ 500.000 ຄົນເຖິງ 98% ເຊິ່ງຈະສາມາດຕອບສະໜອງຄວາມຕ້ອງການດ້ານຊີວິດອັນດີງາມຂອງປະຊາຊົນໃຫ້ດີກວ່າເກົ່າ.