“ກ້າແບກຫາບໜ້າທີ່ອັນໜັກໜ່ວງ,ກ້າວເດີນຢູ່ແຖວໜ້າ: ບັນທຶກສະພາບການກ່ຽວກັບທ່ານສີຈິ້ນຜິງເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ2023”(ພາກທີ1)

2023-03-08 15:18:46 cri



 

   ວັນທີ 5 ມີນານີ້, ກອງປະຊຸມຄັ້ງທີໜຶ່ງຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ14 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ, ຕອນບ່າຍມື້ດຽວກັນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໄປເຖິງທີ່ປະຊຸມຂອງຄະນະຜູ້ແທນແຂວງຈ່ຽງຊູທີ່ທ່ານສັງກັດຢູ່ນັ້ນກ່ອນໝູ່ ເພື່ອຮ່ວມກັບບັນດາສະຫາຍເປິກສາຫາລືວຽກງານສຳຄັນຂອງຊາດ.

   ນັບແຕ່ທ່ານສີຈິ້ນຜິງໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກເມື່ອປີ2012ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງຈ່ຽງຊູ4ຄັ້ງ, ໂດຍເພິ່ນໄດ້ໃຫ້ຄຳຊີ້ນຳທີ່ສຳຄັນຫຼາຍເທື່ອ, ໃນທຸກໄລຍະເວລາອັນສຳຄັນ, ເພິ່ນລ້ວນແຕ່ໄດ້ຊີ້ທິດເຍືືອງທາງໃຫ້ແກ່ການພັດທະນາຂອງແຂວງຈ່ຽງຊູ.

 

   ກ່ອນໜ້ານີ້ເດືອນປາຍ, ໃນຖານະເປັນຜູ້ສະໝັກຮັບເລືອກຕັ້ງທີ່ສະເໜີຊື່ໂດຍສູນກາງ, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການເລືອກຕັ້ງຢູ່ແຂວງຈ່ຽງຊູໂດຍໄດ້ຮັບເລືອກຕັ້ງເປັນຜູ້ແທນສະພາປະຊາຊົນແຫ່ງຊາດຈີນຊຸດທີ14ດ້ວຍຄະແນນສຽງ100%.

 

ປີ2023ນີ້ເປັນປີເລີ່ມຕົ້ນແຫ່ງການຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນ, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການເລືອກຕັ້ງຜູ້ແທນສະພາປະຊາຊົນແຫ່ງຊາດຢູ່ແຂວງຈ່ຽງຊູ, ແລະຍັງໄດ້ເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນໃນປີນີ້, ເຊິ່ງມີຄວາມໝາຍອັນເລິກເຊິ່ງ ແລະເພິ່ນໄດ້ຝາກຄວາມຫວັງເປັນຢ່າງຍິ່ງໄວ້ນຳແຂວງຈ່ຽງຊູ.

 

 ຢູ່ທີ່ປະຊຸມ, ທ່ານສີຈິ້ນຜິງໄດ້ທັກທາຍກັບບັນດາສະຫາຍວ່າ: “ດີໃຈຫຼາຍທີ່ໄດ້ຮ່ວມກັບບັນດາສະຫາຍເປິກສາຫາລືວຽກງານສຳຄັນຂອງຊາດໃນຖານະເປັນສະມາຊິກສະພາປະຊາຊົນແຫ່ງຊາດຊຸດໃໝ່ສັງກັດຄະນະຜູ້ແທນແຂວງຈ່ຽງຊູ.”

 



ທ່ານຊ້ານເຈີ່ງໄຫ ທີ່ນັ່ງຢູ່ເຊິ່ງໜ້າທ່ານສີຈິ້ນຜິງຫາກໍປະກອບຄຳເຫັນ, ທ່ານສີຈິ້ນຜິງຈື່ລາວໄດ້ທັນທີແລ້ວຖາມວ່າ: “ມື້ນີ້,ສະຫາຍໄດ້ໃຫ້ສຳພາດຕໍ່ສື່ມວນຊົນຢູ່ເຂດສຳພາດຜູ້ແທນສະພາປະຊາຊົນແມ່ນບໍ່?”

 

ທ່ານຊ້ານເຈີ່ງໄຫຕອບວ່າ: ແມ່ນແລ້ວ.

 

ທ່ານສີຈິ້ນຜິງເວົ້າວ່າ: “ຂ້າພະເຈົ້າໄດ້ເຫັນສະຫາຍແລ້ວ.”

 

ທ່ານຊ້ານເຈີ່ງໄຫເປັນຜູ້ແທນສະພາປະຊາຊົນແຫ່ງຊາດທີ່ມາຈາກກຸ່ມບໍລິສັດກົນຈັກວິສະວະກຳສູໂຈ່ວແຂວງຈ່ຽງຊູ. ເທື່ອນີ້ ລາວໄດ້ນຳເອົາຂ່າວດີຂ່າວໜຶ່ງມາໃຫ້ທ່ານສີຈິ້ນຜິງ:

 



“ເຄື່ອງຍົກນ້ຳໜັກຂະໜາດ220ໂຕນທີ່ໃຊ້ງານໄດ້ທຸກພື້ນທີ່ ຕອນທີ່ທ່ານໄດ້ຂຶ້ນນັ່ງຫ້ອງຂັບເມື່ອທ່ານໄປຢ້ຽມຢາມກຸ່ມບໍລິສັດກົນຈັກວິສະວະກຳສູໂຈ່ວໃນປີ2017, ຕົວຊີ້ວັດອັນສຳຄັນທີ່ສຸດແມ່ນໄດ້ຄອງອັນດັບໜຶ່ງຢູ່ໃນໂລກແລ້ວ, ອັດຕາສ່ວນທີ່ຈີນຜະລິດແມ່ນໄດ້ເພີ່ມຂຶ້ນຈາກ71% ເປັນ100%ແລ້ວ.”

 

ທ່ານສີຈິ້ນຜິງໄດ້ສອດແຊກຄຳຖາມວ່າ: “ແຜ່ນຊິບໃນເຄື່ອງຍົກນ້ຳໜັກແມ່ນຜະລິດໂດຍປະເທດເຮົາບໍ່?”

 

ທ່ານຊ້ານເຈີ່ງໄຫຕອບວ່າ: “ແມ່ນ ຜະລິດໂດຍປະເທດເຮົາໝົດ.”

 

ທ່ານຊ້ານເຈີ່ງໄຫຍັງໄດ້ແນະນຳໃຫ້ຮູ້ຕື່ມວ່າ: ບໍລິສັດເຂົາເຈົ້າໄດ້ຍຶດໝັ້ນ ການພັດທະນາດ້ວຍການປະດິດສ້າງ, ເພີ່ມງົບປະມານເຂົ້າໃນການຄົ້ນຄວ້າວິທະຍາສາດ, ອັດຕາສ່ວນການຜະລິດອາໄຫຼ່ກົນຈັກດ້ວຍຕົນເອງໄດ້ເພີ່ມຂຶ້ນຈາກ62%ເປັນ91%.

 

ຕໍ່ກັບເລື່ອງນີ້, ທ່ານສີຈິ້ນຜິງໄດ້ຢືນຢັນວ່າ: “ກົນຈັກວິສະວະກຳຂອງພວກສະຫາຍແມ່ນຜະລິດອອກມາແລ້ວ,ໄດ້ບັນລຸລະດັບນຳໜ້າຂອງໂລກ.ເບິ່ງຈາກສະພາບການໃນທົ່ວໂລກແລ້ວ, ປະເພດແລະຊະນິດສິນຄ້າຂະແໜງການອຸດສາຫະກຳການຜະລິດຂອງພວກເຮົາໃນປັດຈຸບັນແມ່ນຄົບຖ້ວນກວ່າໝູ່. ພ້ອມດຽວກັນນັ້ນ, ພວກເຮົາຍັງຕ້ອງຍົກລະດັບໃຫ້ສູງຂຶ້ນອີກ, ພັດທະນາໄປສູ່ລະດັບປານກາງແລະສູງ, ການພັດທະນາດ້ວຍຄຸນນະພາບສູງຂອງພວກເຮົາແມ່ນຕ້ອງສະແດງອອກຢູ່ໃນບ່ອນນີ້.”

 

ຈາກອຸດສາຫະກຳການຜະລິດ, ຈົນເຖິງວິທີການສັດຈະວິພາກກ່ຽວກັບການພັດທະນາກັບຄວາມໝັ້ນຄົງ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ບໍ່ວ່າໃນເວລາໃດກໍຕາມ ຈີນຈະຂາດອຸດສາຫະກຳການຜະລິດບໍ່ໄດ້. ປະເທດໃຫຍ່ທີ່ມີປະຊາກອນຫຼາຍກວ່າ1,4 ຕື້ຄົນ, ອາໄສແຕ່ຕະຫຼາດສາກົນແມ່ນບໍ່ໄດ້, ອາໄສແຕ່“ຄວາມສາມາດພິເສດພຽງຢ່າງດຽວເພື່ອຫາກິນໄດ້ທຸກບ່ອນ” ກໍບໍ່ໄດ້ເຊັ່ນດຽວກັນ, ຕ້ອງເພິ່ງຕົນເອງເພື່ອແກ້ໄຂບັນຫາຂອງຕົນ.

 



 ທ່ານນາງ ເວີ້ຍສຽວ ທີ່ມາຈາກສະຫະກອນວິຊາກົນຈັກກະສິກຳຢົງຊິ່ງເຂດໃໝ່ເຈີ້ນຈ່ຽງນະຄອນເຈີ້ນຈ່ຽງແຂວງຈ່ຽງຊູ ເປັນຊາວໜຸ່ມທີ່ເກີດເມື່ອຊຸມປີ1980 ທີ່ໄດ້ກັບເມືອບ້ານສ້າງທຸລະກິດຢູ່ຊົນນະບົດຜູ້ໜຶ່ງ.

 

ເດືອນເມສາ2017, ເມື່ອໄດ້ພິຈາລະນາຢ່າງຄັກແນ່ແລ້ວ, ທ່ານນາງເວີ້ຍສຽວພ້ອມດ້ວຍສາມີຕ່າງກໍລາອອກຈາກວຽກຢູ່ສະພາບັນດິດວິທະຍາສາດຈີນແລະມະຫາວິທະຍາໄລປັກກິ່ງ,  ຈາກຕົວເມືອງກັບເມືອບ້ານຊົນນະບົດ ແລ້ວໄດ້ກາຍເປັນນັກວິຊາການຜູ້ຊຳນານດ້ານການປູກຝັງແບບດິຈີຕອນຕາມເນື້ອທີ່ຜະລິດກະສິກຳທີ່ກວ້າງຂວາງ.

 

ຢູ່ຕໍ່ໜ້າທ່ານສີຈິ້ນຜິງ, ທ່ານນາງເວີ້ຍສຽວໄດ້ເລົ່າເຖິງຄວາມຄິດໃນເບື້ອງຕົ້ນທີ່ກັບເມືອບ້ານຊົນນະບົດວ່າ: “ຕອນທ່ານເຄື່ອນໄຫວຢ້ຽມຢາມເຂດໃໝ່ເຈີ້ນຈ່ຽງເມື່ອປີ2014, ທ່ານໄດ້ເວົ້າວ່າ: ‘ກະສິກຳປະສິດທິພາບສູງໃນຍຸກປັດຈຸບັນເປັນວິທີທີ່ດີສຳລັບຄວາມຮັ່ງມີໃຫ້ຊາວກະສິກອນ.’ ຂ້ອຍຍັງຈື່ໄດ້ວ່າ ທ່ຽງຄືນມື້ນັ້ນ, ພໍ່ໄດ້ໂທບອກຂ້ອຍວ່າ: ທ່ານປະທານສີຈິ້ນຜິງໄດ້ຍ້ອງຍໍຊົມເຊີຍເປັນຢ່າງສູງຕໍ່ທ່ານຈ້າວຢ້າຟູ ຜູ້ຊ່ຽວຊານດ້ານກະສິກຳ, ພວກລູກທັງສອງແມ່ນຮຽນວິຊາກະເສດ, ຫວັງວ່າ ພວກລູກຈະກັບມາສືບທອດພາລະກິດຂອງພໍ່, ຂຽນບົດວິທະຍານິພົນຢູ່ຕາມທົ່ງໄຮ່ທົ່ງນາຄືກັນກັບທ່ານຈ້າວຢ້າຟູ.”

 

ທ່ານນາງເວີ້ຍສຽວແນະນຳໃຫ້ຮູ້ວ່າ: “ດຽວນີ້,ພວກເຮົາໄດ້ປູກເຂົ້າໃນເນື້ອທີ່ນາ1.300 ກວ່າເຮັກຕາ, ສະມັດຕະພາບບັນລຸຫຼາຍກວ່າ 8 ໂຕນຕໍ່ເຮັກຕາ. ຜ່ານຈາກການຄຸ້ມຄອງດ້ວຍລະບົບດິຈີຕອນທີ່ສາມາດຍົກສູງປະສິດທິພາບການອອກແຮງງານໄດ້ຢ່າງຫຼວງຫຼາຍ,ຍັງໄດ້ພາໃຫ້ຊາວກະສິກອນຢູ່ບໍລິເວນໃກ້ຄຽງສ້າງຄວາມຮັ່ງມີຂຶ້ນຢ່າງມີປະສິດທິຜົນ.”

 

ທ່ານສີຈິ້ນຜິງເວົ້າດ້ວຍຄວາມເຫັນດີວ່າ: “1.300ກວ່າເຮັກຕາ, ຢູ່ພາກໃຕ້ຈີນເປັນເນື້ອທີ່ບໍ່ໜ້ອຍ. ດັ່ງນັ້ນ, ຈະສາມາດນຳໃຊ້ກົນຈັກກະສິກຳໄດ້ຢ່າງສະດວກ,ສາມາດພັດທະນາກະສິກຳທີ່ຄວບຄຸມສິ່ງແວດລ້ອມດ້ວຍເຕັກນິກທັນສະໄໝໄດ້. ພໍ່ຂອງສະຫາຍເຄີຍເປັນໄວໜຸ່ມປັນຍາຊົນທີ່ລົງພື້ນຖານຢູ່ຊົນນະບົດມາກ່ອນ, ຈິ່ງມີຄວາມຮັກແພງຕໍ່ດິນແດນຊົນນະບົດ,ຂະນະດຽວກັນ, ສະຫາຍເປັນຜູ້ຮຽນວິຊາກະເສດ, ມີທ່າແຮງໃນດ້ານວິຊາການ.”

 

ຈາກການເລືອກອາຊີບຂອງທ່ານນາງເວີ້ຍສຽວ, ທ່ານສີຈິ້ນຜິງໄດ້ຄົ້ນຄິດຕື່ມອີກໃນບັນຫາກ່ຽວກັບຜູ້ມີຄວາມຮູ້ຄວາມສາມາດດ້ານການພັດທະນາຊົນນະບົດໃຫ້ຈະເລີນ: “ປັດຈຸບັນ, ພວກເຮົາຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ, ຕ້ອງການຜູ້ມີຄວາມຮູ້ຄວາມສາມາດແລະແຮງງານຄຸນນະພາບດີຈຳນວນຫຼວງຫຼາຍ. ຊາວໜຸ່ມ,ປັນຍາຊົນຂອງພວກເຮົາຕ້ອງເຄື່ອນຍ້າຍທັງສອງດ້ານ. ດ້ານໜຶ່ງ ກາຍເປັນຊາວເມືອງໃໝ່ໃນຂະບວນການຫັນເປັນຕົວເມືອງ, ອີກດ້ານໜຶ່ງ ເຂດຊົນນະບົດແມ່ນມີຄວາມຕ້ອງການຢ່າງຫຼວງຫຼາຍໃນດ້ານຜູ້ມີຄວາມຮູ້ຄວາມສາມາດ. ສະຫາຍຜູ້ໄປຊົນນະບົດຄືສະຫາຍເວີ້ຍສຽວ ແມ່ນດີຫຼາຍ! ໃນດ້ານນີ້, ລັດຖະບານຕ້ອງມີທິດຊີ້ນຳນຳພາແລະໃຫ້ການສະໜັບສະໜູນດ້ານນະໂຍບາຍຈຳນວນໜຶ່ງ.”

 



ການຊຸກຍູ້ຄວາມທັນສະໄໝດ້ານກະສິກຳ ເປັນຄວາມຮຽກຮ້ອງອັນຈຳເປັນເພື່ອບັນລຸການພັດທະນາດ້ວຍຄຸນນະພາບສູງ.

 

ໃນເວລາເປິກສາຫາລືກັນ, ທ່ານສີຈິ້ນຜິງໄດ້ມີຂໍ້ຮຽກຮ້ອງຕື່ມອີກມາຍັງແຂວງຈ່ຽງຊູໃຫ້ກ້າວເດີນຢູ່ແຖວໜ້າໃນການຊຸກຍູ້ຄວາມທັນສະໄໝດ້ານກະສິກຳ, ສ້າງອູ່ເຂົ້າອູ່ປາໃນຍຸກໃໝ່ທີ່ກະສິກຳເຂັ້ມແຂງ,ຊົນນະບົດສວຍງາມແລະຊາວກະສິກອນຮັ່ງມີ.

 

ທ່ານສີຈິ້ນຜິງໄດ້ເນັ້ນໜັກເປັນພິເສດເຖິງຄວາມໝັ້ນຄົງດ້ານສະບຽງອາຫານ: “ຄຳສຸພາສິດບູຮານເວົ້າວ່າ: ‘ເມື່ອຊູໂຈ່ວຫູໂຈ່ວ(ຢູ່ແຂວງຈ່ຽງຊູໃນປັດຈຸບັນ)ມີຜົນເກັບກ່ຽວທີ່ອຸດົມສົມບູນ ຈະກຸ້ມກິນທົ່ວປະເທດ’, ແຕ່ກີ້ແມ່ນສັບຊ້ອນສະບຽງອາຫານພາກໃຕ້ໄປໃຫ້ພາກເໜືອ, ດຽວນີ້ແມ່ນສະບຽງອາຫານພາກເໜືອສົ່ງໄປໃຫ້ພາກໃຕ້, ເຂົ້າສານແມ່ນອາໄສພາກຕາເວັນອອກສຽງເໜືອ. ແຕ່ວ່າ ພາກໃຕ້ມີເນື້ອທີ່ນາເປັນຂອງຕົນເອງ,ຍັງຕ້ອງປົກປັກຮັກສາດ້ວຍຕົນເອງ. ພວກເຮົາມີລະບຽບການເຈົ້າເມືອງເປັນຜູ້ຮັບຜິດຊອບ ‘ກະຕ່າອາຫານຜັກຊີ້ນ’, ເຈົ້າແຂວງເປັນຜູ້ຮັບຜິດຊອບ ‘ຖົງເຂົ້າ’. ດຽວນີ້, ເນື້ອທີ່ການຜະລິດແລະຜົນຜະລິດສະບຽງອາຫານແມ່ນຫຼຸດໜ້ອຍລົງອີກບໍ່ໄດ້ແລ້ວ, ເມື່ອເກີດບັນຫາແລ້ວກໍໃຫ້ລັດຈັດສັນສະບຽງອາຫານໃຫ້,ເຮັດແນວນີ້ມັນບໍ່ໄດ້. ”

 

ເວົ້າມາຮອດນີ້, ທ່ານສີຈິ້ນຜິງຍັງໄດ້ເລົ່າຄືນຫຼັງໃນອະດີດວ່າ: ຕອນທີ່ຂ້າພະເຈົ້າເຮັດວຽກຢູ່ແຂວງຟູຈ້ຽນ, ແຕ່ລະມື້ຕ້ອງຕິດຕາມບັນຫາການສະໜອງພືດຜັກ. ຊາວຟູຈ້ຽນມັກເວົ້າວ່າ: “ສາມມື້ບໍ່ກິນຜັກພືດຂຽວ, ຈະວິນຫົວເຫັນແສງຍິບຫຍັບ.” ການບໍ່ມີຜັກກິນມັນເປັນບັນຫາການເມືອງ, ສະນັ້ນ,ຈຶ່ງມີສະຕິສູງທີ່ສຸດໃນດ້ານນີ້. ດຽວນີ້, ພະນັກງານຈຳນວນໜຶ່ງບໍ່ມີສະຕິແລະປະສົບການໃນດ້ານນີ້, ຫາກເບິ່ງຂ້າມບັນຫານີ້ແມ່ນບໍ່ໄດ້. ດຽວນີ້ພວກເຮົາເອີ້ນວ່າ ລະບຽບການຮັບຜິດຊອບຕະຫຼອດຊີວິດຕໍ່ເສັ້ນແດງດິນປູກຝັງ, ການນຳຜູ້ໃດຫາກແຕະຕ້ອງເສັ້ນແດງດິນປູກຝັງໃນໄລຍະດຳລົງຕຳແໜ່ງ, ເຖິງຈະອອກພັກຜ່ອນບຳນານແລ້ວ ກໍຕ້ອງຖືກສືບທາວຫາຄວາມຮັບຜິດຊອບເຊັ່ນດຽວກັນ. ເພາະສິ່ງນີ້ແມ່ນສິ່ງທີ່ສຳຄັນຂອງຊາດ.

 

 

 

 

 

 

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ