ລັດຖະມົນຕີການຕ່າງປະເທດຈີນຫວັງວ່າເອີຣົບຈະສາມາດບັນລຸຄວາມເປັນເຈົ້າຕົນເອງທາງດ້ານຍຸດທະສາດຢ່າງແທ້ຈິງ

2023-03-08 12:48:07 CRI

 

   ຕອນເຊົ້າວັນທີ 7 ມິນານີ້, ກອງປະຊຸມຄັ້ງທີໜຶ່ງຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານ ສິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕອບຄໍາຖາມຂອງນັກຂ່າວທັງພາຍໃນແລະຕ່າງປະເທດກ່ຽວກັບ “ນະໂຍບາຍການຕ່າງປະເທດແລະການພົວພັນຕໍ່ຕ່າງປະເທດຂອງຈີນ” ແລະບັນຫາທີ່ກ່ຽວຂ້ອງ.


   ໃນໂອກາດນີ້, ທ່ານ ສິນກ່າງ ກ່າວວ່າ: ຈີນ-ເອີຣົບແມ່ນສອງອະລິຍະທໍາທີ່ສໍາຄັນ, ສອງຕະຫຼາດໃຫຍ່ທີ່ສໍາຄັນແລະເປັນສອງກໍາລັງແຮງທີ່ສໍາຄັນ. ຈີນ-ເອີຣົບດໍາເນີນການໄປມາຫາສູ່ກັນເປັນທາງເລືອກທີ່ເປັນເອກະລາດບົນພື້ນຖານຜົນປະໂຫຍດທາງດ້ານຍຸດທະສາດຂອງກັນແລະກັນຢ່າງແທ້ຈິງ. ການພົວພັນລະຫວ່າງຈີນ-ເອີຣົບບໍ່ແນໃສ່, ບໍ່ເພິ່ງພາອາໄສ ແລະບໍ່ຖືກຝ່າຍທີ 3 ຄວບຄຸມ.


   ທ່ານ ສິນກ່າງ ກ່າວຕື່ມວ່າ: ບໍ່ວ່າສະພາບການພັດທະນາໄປແນວໃດກໍຕາມຝ່າຍຈີນຍ່ອມຖືສະຫະພາບເອີຣົບເປັນຄູ່ຮ່ວມຍຸດທະສາດຮອບດ້ານຢ່າງສະເໝີຕົ້ນສະເໝີປາຍ ແລະສະໜັບສະໜູນການເຊື່ອມໂຍງເຂົ້າກັນຂອງເອີຣົບ. ພວກຂ້າພະເຈົ້າຫວັງວ່າພາຍຫຼັງເອີຣົບປະສົບກັບໄພສົງຄາມອູແກຣນແລ້ວ, ຈະສາມາດຈົດຈໍາປະສົບການທີ່ເຈັບປວດ, ແລະບັນລຸຄວາມເປັນເຈົ້າຕົນເອງທາງດ້ານຍຸດທະສາດກໍຄືຄວາມໝັ້ນຄົງຖາວອນຢ່າງແທ້ຈິງ.


   ທ່ານ ສິນກາງ ກ່າວຕື່ມອີກວ່າ: ພວກຂ້າພະເຈົ້າຍິນດີພະຍາຍາມຮ່ວມກັບຝ່າຍເອີຣົບ, ຍຶດໝັ້ນລັດທິຫຼາຍຝ່າຍຢ່າງແທ້ຈິງ, ຍຶດໝັ້ນເຄົາລົບນັບຖືເຊິ່ງກັນລະກັນແລະຕ່າງຝ່່າຍຕ່າງມີຜົນປະໂຫຍດ, ຜ່ານຜ່າສີ່ງກີດຂວາງແລະຂໍ້ຫຍຸ້ງຍາກຕ່າງໆນານາ, ລົງເລິກສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ເອີຣົບຢ່າງບໍ່ຢຸດຢັ້ງ, ເພື່ອເພີ່ມຄວາມໝັ້ນຄົງ, ຄວາມແນ່ນອນກໍຄືພະລັງແຮງໃນທາງບວກຫຼາຍກວ່າເກົ່າໃຫ້ກັບໂລກທີ່ສັບສົນປັ່ນປ່ວນ.