ຜູ້ຕາງໜ້າຈີນແນະນຳຜົນງານແລະການປະກອບສ່ວນຂອງຈີນໃນວຽກງານກ່ຽວກັບຄວາມສະເໝີພາບຍິງ-ຊາຍໃນກອງປະຊຸມອະພິປາຍລະດັບສູງຂອງສະພາຄວາມໝັ້ນຄົງສປຊ

2023-03-08 12:19:22 cri

   ວັນທີ 7 ມີນານີ້, ໃນກອງປະຊຸມອະພິປາຍເປີດກວ້າງລະດັບສູງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ທ່ານນາງຫຼິນຢີ ຮອງຫົວໜ້າຄະນະກຳມະການວຽກງານແມ່ຍິງແລະເດັກນ້ອຍຂອງລັດຖະບານຈີນໄດ້ແນະນຳໃຫ້ຮູ້ກ່ຽວກັບຜົນງານແລະການປະກອບສ່ວນຂອງຈີນໃນວຽກງານກ່ຽວກັບຄວາມສະເໝີພາບຍິງ-ຊາຍ ພ້ອມທັງຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມການລົງທຶນ ເພື່ອເລັ່ງປະຕິບັດຄຳໝັ້ນສັນຍາຕາມວາລະສັນຕິພາບແລະຄວາມປອດໄພຂອງແມ່ຍິງໃຫ້ປາກົດຜົນເປັນຈິງ.

   ຜູ້ຕາງໜ້າຝ່າຍຈີນຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມການລົງທຶນເພື່ອເລັ່ງປະຕິບັດຄຳໝັ້ນສັນຍາຕາມວາລະສັນຕິພາບແລະຄວາມປອດໄພຂອງແມ່ຍິງໃຫ້ປາກົດຜົນເປັນຈິງ. ປະສານສົມທົບກັບການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ2030, ເພື່ອເພີ່ມແຮງຂັບເຄື່ອນອັນໃໝ່ເຂົ້າໃນພາລະກິດເພື່ອຄວາມສະເໝີພາບຍິງ-ຊາຍແລະການພັດທະນາຂອງແມ່ຍິງໃນທົ່ວໂລກ.

   ຜູ້ຕາງໜ້າຝ່າຍຈີນກ່າວຢືນຢັນວ່າ: ຈີນເປັນຜູ້ສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຍິ່ງເປັນຜູ້ປະຕິບັດຕົວຈິງໃນການມອບສິດໃຫ້ແມ່ຍິງ. ໃນຂະບວນການອັນຍິ່ງໃຫຍ່ແຫ່ງການຊຸກຍູ້ຄວາມທັນສະໄໝແບບຈີນ, ຖານະຂອງແມ່ຍິງຈີນໄດ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື, ມີຄວາມຮູ້ສຶກທີ່ໄດ້ຮັບຜົນປະໂຫຍດ, ມີຄວາມສຸກ, ແລະຮູ້ສຶກປອດໄພເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈາກການພັດທະນາຊົນນະບົດໃຫ້ຈະເລີນຮອດການປະດິດສ້າງດ້ານວິທະຍາສາດເຕັກນິກ, ຈາກການຄຸ້ມຄອງສັງຄົມຮອດການໄປມາຫາສູ່ກັນລະຫວ່າງຊາດ, ເພດຍິງຈີນໄດ້ກາຍເປັນຜູ້ນຳໜ້າໃນບັນດາຂົງເຂດແລະຂະແໜງການນັບມື້ນັບຫຼາຍຂຶ້ນ.