ເດັກນ້ອຍປະມານ1/4ຂອງສະຫະພາບເອີຣົບພວມປະເຊີນກັບຄວາມສ່ຽງແຫ່ງຄວາມທຸກຍາກ

2023-03-08 12:16:43 cri



   ວັນທີ 7 ມີນານີ້, ສະພາຊ່ວຍເຫຼືອເດັກນ້ອຍເຊິ່ງເປັນອົງການການກຸສົນສາກົນໄດ້ເຜີຍແຜ່ບົດລາຍງານໃຫ້ຮູ້ວ່າ: ເດັກນ້ອຍຢູ່ປະເທດສະມາຊິກສະຫະພາບເອີຣົບປະມານ1/4ພວມປະເຊີນກັບຄວາມສ່ຽງແຫ່ງຄວາມທຸກຍາກ, ນີ້ໝາຍຄວາມວ່າ ເຂດສະຫະພາບເອີຣົບມີເດັກນ້ອຍເກືອບ20ລ້ານຄົນພວມດຳລົງຊີວິດຢູ່ໃກ້ຂີດຄວາມທຸກຍາກ.



   ບົດລາຍງານລະບຸວ່າ: ເນື່ອງຈາກໄດ້ຮັບຜົນກະທົບຈາກຄ່າຄອງຊີບເພີ່ມສູງຂຶ້ນ, ການປ່ຽນແປງດ້ານດິນຟ້າອາກາດແລະປັດໄຈອື່ນໆ, ຈຳນວນເດັກນ້ອຍທີ່ພວມປະເຊີນກັບຄວາມສ່ຽງແຫ່ງຄວາມທຸກຍາກຢູ່ເຂດສະຫະພາບເອີຣົບໄດ້ເພີ່ມຂຶ້ນຢ່າງໜ້າຕື່ນຕົກໃຈ, ສ່ວນວິກິດການດ້ານຄ່າຄອງຊີບທີ່ເກີດຈາກການປະທະກັນລະຫວ່າງຣັດເຊຍແລະອູແກຣນພ້ອມດ້ວຍຜົນກະທົບທີ່ແຜ່ລາມອອກມານັ້ນຍິ່ງເປັນສິ່ງທ້າທາຍອັນໜັກໜ່ວງຕໍ່ຊີວິດການເປັນຢູ່ຂອງຄອບຄົວທີ່ມີລາຍຮັບປານກາງແລະຕ່ຳຈຳນວນຫຼາຍຢູ່ເຂດສະຫະພາບເອີຣົບ.