ບຸກຄົນຕ່າງປະເທດເຫັນວ່າ, ການສ້າງຄວາມສີວິໄລດ້ານນິເວດຂອງຈີນແມ່ນວາດພາບອະນາຄົດທີ່ສົດໃສ

2023-03-08 15:51:20 CRI

 

   ອີງຕາມບົດລາຍງານວຽກງານລັດຖະບານໃນປີນີ້ໄດ້ຊີ້ໃຫ້ເຫັນວ່າ: ໃນຮອບ 5 ປີຜ່ານມາ, ຈີນໄດ້ເພີ່ມທະວີການປົກປັກຮັກສາສິ່ງແວດລ້ອມນິເວດແລະຊຸກຍູ້ການພັດທະນາແບບສີຂຽວແລະກາກບອນຕໍ່າ, ໂດຍໄດ້ຍຶດໝັ້ນແນວຄວາມຄິດພູຂຽວນໍ້າໃສກໍແມ່ນພູເງິນພູຄໍາ. ຕໍ່ກັບເລື່ອງນີ້, ມີບຸກຄົນຕ່າງປະເທດເຫັນວ່າ: ປັດຈຸບັນນີ້, ການສ້າງຄວາມສີວິໄລດ້ານນິເວດໄດ້ເຮັດໃຫ້ເກີດຜົນສະທ້ອນຢ່າງເລິກເຊິ່ງຢູ່ຈີນ, ເຮັດໃຫ້ສິ່ງແວດລ້ອມນິເວດຂອງຈີນເກີດມີການປ່ຽນແປງຢ່າງເດັ່ນຊັດ, ແລະໄດ້ວາດພາບອະນາຄົດທີ່ສົດໃສແຫ່ງມະນຸດກັບທໍາມະຊາດຢູ່ຮ່ວມກັນຢ່າງກົມກຽວຕື່ມອີກ.


   ທ່ານ ຟຣານເຊັສໂກ ລາ ກາເມຣາ ຜູ້ອໍານວຍການໃຫຍ່ອົງການພະລັງງານໝູນວຽນສາກົນກ່າວວ່າ: ພວກຂ້າພະເຈົ້າໄດ້ສັງເກດເຫັນຄວາມພະຍາຍາມອັນມະຫານສານໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງຈີນ ເຊິ່ງຈີນໄດ້ສຸມໃສ່ການສະແຫວງຫາຄວາມດຸນດ່ຽງລະຫວ່າງການພັດທະນາເສດຖະກິດກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອບັນລຸການພັດທະນາແບບຍືນຍົງ. ຈີນໄດ້ພິສູດດ້ວຍການປະຕິບັດຕົວຈິງໃຫ້ເຫັນແລ້ວວ່າ, ຈີນຈະປະຕິບັດຕາມຄໍາໝັ້ນສັນຍາເພື່ອບັນລຸເປົ້າໝາຍທັງໝົດ, ເຊິ່ງພວກຂ້າພະເຈົ້າມີຄວາມໝັ້ນໃຈແລະຄວາມເຄົາລົບນັບຖືຕໍ່ຈີນ.


   ທ່ານ ສະກ໋ອດ ເວົາຢານ ອະດີດຫົວໜ້າສະຖາບັນຄົ້ນຄວ້າການພັດທະນາແບບຍືນຍົງສາກົນກ່າວວ່າ: ຈີນໄດ້ດໍາເນີນບັ້ນຮົບແຫ່ງການປ້ອງກັນແລະຄຸ້ມຄອງມົນລະພິດ, ລວມທັງການປັບປຸງຄຸນນະພາບຂອງອາກາດໃຫ້ດີຂຶ້ນ, ຄຸ້ມຄອງມົນລະພິດ PM 2,5, ຄຸ້ມຄອງມົນລະພິດທີ່ດິນກໍຄືມົນລະພິດອື່ນໆ. ຂ້າພະເຈົ້າຄິດວ່າ, ສິ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງຈີນຢາກສື່ສານເຖິງນັ້ນຄືການເຊື່ອມໂຍງເຂົ້າກັນໃນລະດັບສູງລະຫວ່າງຄວາມທັນສະໄໝ, ການພັດທະນາດ້ວຍຄຸນນະພາບສູງແລະການພັດທະນາແບບສີຂຽວ.