ຈຳນວນຄົນເຂົ້າອອກເມືອງຈີນໃນເດືອນກຸມພາປີນີ້ໄດ້ເພີ່ມຄືນໃໝ່ຢ່າງຫຼວງຫຼາຍ

2023-03-08 15:33:15 cri

ອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນໄດ້ເປີດເຜີຍໃຫ້ຮູ້ວ່າ: ນັບຕັ້ງແຕ່ຈີນປະຕິບັດມາດຕະການປັບປຸງການຄຸ້ມຄອງພະຍາດໂຄວິດ-19ໃຫ້ຄຸ້ມຄອງຕາມປະເພດພະຍາດຕິດແປດລະດັບBໃນວັນທີ 1 ມັງກອນປີນີ້ເປັນຕົ້ນມາ, ນັບມາຮອດວັນທີ7 ມີນານີ້, ອົງການຄຸ້ມຄອງຄົນເຂົ້າເມືອງໃນທົ່ວປະເທດຈີນໄດ້ກວດພົບຜູ້ເຂົ້າອອກເມືອງ39.722.000 ເທື່ອຄົນ, ເພີ່ມຂຶ້ນ112,4%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,  ຍານພາຫະນະເຂົ້າອອກເມືອງ2.487.000 ຄັນ(ລຳ,ຂະບວນ)ເທື່ອ ເພີ່ມຂຶ້ນ59,3%.

 ທ່ານຫຼິນຢົງເຊີ້ງ ຫົວໜ້າພະແນກນະໂຍບາຍແລະກົດລະບຽບທັງເປັນໂຄສົກອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນໃຫ້ຮູ້ວ່າ: ນັບຕັ້ງແຕ່ຈີນປະຕິບັດມາດຕະການປັບປຸງການຄຸ້ມຄອງພະຍາດໂຄວິດ-19ໃຫ້ຄຸ້ມຄອງຕາມປະເພດພະຍາດຕິດແປດລະດັບBເປັນຕົ້ນມາ,ໄປຄຽງຄູ່ກັບຖ້ຽວບິນໂດຍສານສາກົນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຈຳນວນຄົນເຂົ້າອອກເມືອງແລະຮ້ອງຂໍໜັງສືເຂົ້າອອກເມືອງໄດ້ເພີ່ມຂຶ້ນຄືນໃໝ່ຢ່າງຫຼວງຫຼາຍ.