ບຸກຄົນຫຼາຍປະເທດຕີລາຄາຢ່າງຕັ້ງໜ້າຕໍ່ຈີນທີ່ສຸມໃສ່ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ

2023-03-09 11:36:35 CRI

 

   ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວຫວ່າງບໍ່ດົນມານີ້, ບຸກຄົນຫຼາຍປະເທດຕີລາຄາຢ່າງຕັ້ງໜ້າຕໍ່ຈີນທີ່ສຸມໃສ່ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ. ພວກເຂົາເຈົ້າໃຫ້ຮູ້ຕື່ມວ່າ: ຈີນໄດ້ພະຍາຍາມຮ່ວມກັບຄູ່ຮ່ວມມືຂອງຈີນປະຕິບັດຕາມລັດທິຫຼາຍຝ່າຍຢ່າງເດັດດ່ຽວ, ຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນ ໂດຍໄດ້ເສີມຂະຫຍາຍຊ່ອງທາງແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງປະເທດຕ່າງໆ.



   ທ່ານ ເອັດຊາມ ຊາຣາຟ ອະດີດນາຍົກລັດຖະມົນຕີເອຢິບກ່າວວ່າ: ປັດຈຸບັນ, ການພັດທະນາເສດຖະກິດຂອງຈີນດ້ານໜຶ່ງແມ່ນອີງຕາມສະພາບການພາຍໃນປະເທດ ໂດຍໄດ້ບັນລຸການພັດທະນາດ້ວຍຄຸນນະພາບສູງ, ແລະສ້າງເປັນການໝູນວຽນທາງພາຍໃນທີ່ເຂັ້ມແຂງ; ອີກດ້ານໜຶ່ງໄດ້ເປີດກວ້າງການເປີດປະຕູສູ່ພາຍນອກຕື່ມອີກໂດຍຜ່ານຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ການທີ່ເສດຖະກິດຈີນພັດທະນາຢ່າງເຂັ້ມແຂງແລະຕໍ່ເນື່ອງນັ້ນ, ຍ່ອມຈະສົ່ງຜົນສະທ້ອນທີ່ຕັ້ງໜ້າໃຫ້ກັບການພັດທະນາເສດຖະກິດຂອງທົ່ວໂລກ. ພ້ອມດຽວກັນນີ້, ຄວາມໄວ້ເນື້ອເຊື່ອໃຈແລະຊື່ສຽງຂອງຈີນທີ່ໄດ້ຮັບຈາກປະຊາຄົມໂລກນັ້ນກໍໄດ້ເພີ່ມທະວີອິດທິພົນຂອງເສດຖະກິດຈີນທີ່ມີຕໍ່ເສດຖະກິດໂລກຕື່ມອີກ.


   ທ່ານ ໂອລິວິອິໂຣ ດິລິເບີໂຕ ຫົວໜ້າຄະນະນິຕິສາດ ມະຫາວິທະຍາໄລໂຣມ ທັງເປັນອະດີດລັດຖະມົນຕີກະຊວງຍຸຕິທໍາອີຕາລີກ່າວວ່າ: ສະຫະພາບເອີຣົບເສີມຂະຫຍາຍການພົວພັນທີ່ມີລັກສະນະສ້າງສັນ, ຕັ້ງໜ້າແລະສ້າງສັນຕິພາບກັບຈີນ, ກໍຄືດໍາເນີນການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ວັດທະນະທໍາແລະວິຊາການກັບຈີນນັ້ນແມ່ນສອດຄ່ອງກັບຜົນປະໂຫຍດຂອງສະຫະພາບເອີຣົບ, ແນ່ນອນແມ່ນສອດຄ່ອງກັບຜົນປະໂຫຍດຂອງຈີນເຊັ່ນດຽວກັນ. ນະໂຍບາຍການຕ່າງປະເທດຂອງຈີນເປັນນະໂຍບາຍທີ່ມີສັນຕິພາບແລະມີໄມຕີຈິດມິດຕະພາບ.