ມິ່ງຂວັນເກາະລູ້ຕາວ

2023-03-09 17:49:57 CRI


    ເດືອນກັນຍາປີ2017, ກອງປະຊຸມສຸດຍອດຜູ້ນຳປະເທດເບຣຊີນ, ຣັດເຊຍ, ອິນເດຍ, ຈີນ ແລະອາຟຣິກາໃຕ້ຫຼື BRICS ໄດ້ຈັດຂຶ້ນຢູ່ນະຄອນເຊ້ຍເມີນ ແຂວງຟູຈ້ຽນ ສປ ຈີນ. ໃນງານລ້ຽງຮັບຮອງ, ທ່ານສີຈິ້ນຜິງໄດ້ແນະນຳຕົວເມືອງທີ່ເພິ່ນເຄີຍເຮັດວຽກໃນເມື່ອກ່ອນຄືແນວນີ້: “ເຊ້ຍເມີນມີທິວທັດທີ່ສວຍສົດງົດງາມ,ອາກາດດີ,ເປັນສວນອຸທິຍານເທິງທະເລທີ່ມີຊື່ສຽງຂອງຈີນ. ກ່ອນໜ້ານີ້ໜຶ່ງເດືອນປາຍ, ກູລ້າງຢີທີ່ມີສົມຍານາມວ່າ ‘ຫໍພິພິທະພັນສະຖາປັດຕະຍະກຳນານາຊາດ’, ‘ເຂດຊຸມຊົມປະຫວັດສາດສາກົນ’ ນັ້ນ ເປັນເກາະນ້ອຍແຫ່ງໜຶ່ງຂອງເຊ້ຍເມີນ ເຊິ່ງຖືກຮັບຮອງເປັນມໍລະດົກວັດທະນະທຳຂອງໂລກຢ່າງເປັນທາງການ, ຖືເປັນການເພີ່ມສີສັນອັນໃໝ່ໃຫ້ກັບຕົວເມືອງແຫ່ງນີ້.”


    ວັນທີ 30 ມັງກອນ2023, ອົງການວັດຖຸບູຮານແຫ່ງຊາດຈີນໄດ້ແຈ້ງໃຫ້ຮູ້ວ່າ: ປີນີ້ ຈີນຈະເພີ່ມທະວີການປະຕິບັດໂຄງການອະນຸລັກວັດຖຸບູຮານຢ່າງຮອບດ້ານ. ດັ່ງທີ່ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ກ່າວເນັ້ນໜັກໃນການຮ່ຳຮຽນແບບລວມໝູ່ຄັ້ງທີ39ຂອງກົມການເມືອງສູນກາງພັກກອມມູນິດຈີນວ່າ: ຕ້ອງຕັ້ງໜ້າຊຸກຍູ້ການອະນຸລັກ-ນຳໃຊ້ວັດຖຸບູຮານແລະການອະນຸລັກ-ສືບທອດມໍລະດົກວັດທະນະທຳ, ຂຸດຄົ້ນຄຸນຄ່າຫຼາຍດ້ານຂອງວັດຖຸບູຮານແລະມໍລະດົກວັດທະນະທຳ, ເຜີຍແຜ່ສິ່ງທີ່ເປັນຂີດໝາຍດ້ານຄຸນຄ່າແລະຜະລິດຕະພັນວັດທະນະທຳທີ່ບັນທຶກວັດທະນະທຳຈີນແລະຈິດໃຈຂອງຈີນໃຫ້ຫຼາຍກວ່າເກົ່າ.