ນັກວິຈານຂ່າວທັນເຫດການສິງກະໂປກ່າວວ່າ: ຍີ່ປຸ່ນຄວນຢຸດການກະທຳຜິດກົດໝາຍທີ່ລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-03-09 15:54:21 cri

ລັດຖະບານຍີ່ປຸ່ນບໍ່ເອົາຫົວຊານຳຄວາມເປັນຫ່ວງຢ່າງຫຼວງຫຼາຍຂອງປະຊາຊົນປະເທດຕົນແລະປະຊາຄົມໂລກ ໂດຍຈະເລີ່ມການລະບາຍນ້ຳປົນເປື້ອນລັງສີນິວ   ເຄລຍຢູ່ໂຮງໄຟຟ້າຟູຄູຊິມະລົງສູ່ທະເລຕາມລຳພັງໃຈໃນລະດູໃບໄມ້ປົ່ງປີນີ້.

ຕໍ່ກັບເລື່ອງນີ້, ທ່ານເວີ່ງເຕີເຊິ່ງ ນັກວິຈານຂ່າວທັນເຫດການທີ່ມີຊື່ສຽງຂອງສິງກະໂປໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ແຜນການດັ່ງກ່າວຂອງຍີ່ນປຸ່ນ ແມ່ນໄພພິບັດທີ່ເປັນອັນຕະລາຍຕໍ່ສິ່ງແວດລ້ອມທາງທະເລ ແລະລະບົບນິເວດຂອງໂລກ, ທັງເປັນການທຳລາຍກົດໝາຍສາກົນຢ່າງເປີດແປນ, ຍິ່ປຸ່ນຄວນຢຸດການກະທຳທີ່ຜິດກົດໝາຍແບບນີ້.