ທ່ານສີຈິ້ນຜິງເນັ້ນໜັກໃຫ້ພະຍາຍາມເປີດສະພາບການໃໝ່ແຫ່ງການສ້າງລະບົບແລະຄວາມສາມາດດ້ານຍຸດທະສາດແຫ່ງຊາດແບບເຊື່ອມໂຍງເຂົ້າກັນ

2023-03-09 11:12:03 cri


    ຕອນບ່າຍວັນທີ 8 ມີນານີ້, ໃນເວລາເຂົ້າຮ່ວມກອງປະຊຸມຄົບຄະນະຜູ້ແທນກອງທັບປົດປ່ອຍແລະກອງຕຳຫຼວດປະກອບອາວຸດທີ່ເຂົ້າຮ່ວມກອງປະຊຸມຄັ້ງທີໜຶ່ງຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ14, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເນັ້ນໜັກວ່າ: ການປັບປຸງແລະຍົກສູງລະບົບແລະຄວາມສາມາດດ້ານຍຸດທະສາດແຫ່ງຊາດແບບເຊື່ອມໂຍງເຂົ້າກັນນັ້ນເປັນແຜນຍຸດທະສາດຂອງສູນກາງພັກບົນພື້ນຖານກຳແໜ້ນສະພາບການໃໝ່,ໜ້າທີ່ໃໝ່ແລະຄວາມຮຽກຮ້ອງໃໝ່ທີ່ພວມປະເຊີນຢູ່ໃນການສ້າງສາປະເທດແລະກອງທັບທີ່ເຂັ້ມແຂງ, ສຸມໃສ່ການປະສານສົມທົບເປັນເອກະພາບກັນລະຫວ່າງການພັດທະນາກັບຄວາມໝັ້ນຄົງ, ກໍຄືລະຫວ່າງການກໍ່ສ້າງເສດຖະກິດກັບການກໍ່ສ້າງດ້ານການປ້ອງກັນປະເທດໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ. ການຈັດຕັ້ງປະຕິບັດແຜນຍຸດທະສາດນີ້ໃຫ້ດີ ແມ່ນມີຄວາມສຳຄັນທີ່ສຸດຕໍ່ການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ, ບັນລຸເປົ້າໝາຍສູ້ຊົນຄົບຮອບຮ້ອຍປີຂອງການສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ, ເລັ່ງສ້າງກອງທັບປະເທດພວກເຮົາໃຫ້ເປັນກອງທັບລະດັບແຖວໜ້າຢູ່ໃນໂລກ. ຕ້ອງສ້າງຄວາມເປັນເອກະພາບກັນດ້ານຄວາມຮັບຮູ້ທາງແນວຄິດ, ເພີ່ມທະວີຄວາມຮັບຜິດຊອບແລະພາລະກຳ, ອອກແຮງຈັດຕັ້ງປະຕິບັດວຽກງານໃຫ້ເປັນຮູບປະທຳ, ສຸມຄວາມພະຍາຍາມເພື່ອເປີດສະພາບການໃໝ່ແຫ່ງການສ້າງລະບົບແລະຄວາມສາມາດດ້ານຍຸດທະສາດແຫ່ງຊາດແບບເຊື່ອມໂຍງເຂົ້າກັນ.