ກຸ່ມຄົນຈໍານວນໜຶ່ງຂອງການາດາເຜີຍແຜ່ຄໍາຫຼອກລວງທີ່ບໍ່ມີມູນຄວາມຈິງນັ້ນເປັນເລື່ອງທີ່ຕະຫຼົກຫຼາຍ

2023-03-09 11:43:39 CRI


    ໂດຍແນໃສ່ກໍລະນີທີ່ທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີການາດາແຕ່ງຕັ້ງເຈົ້າໜ້າທີ່ສືບສວນເພື່ອມາສືບສວນເລື່ອງທີ່ວ່າຈີນມີສ່ວນກ່ຽວຂ້ອງກັບການເຂົ້າແຊກແຊງການເລືອກຕັ້ງນາຍົກລັດຖະມົນຕີການາດານັ້ນ, ທ່ານນາງ ເໝົາໜີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 8 ມິນານີ້ວ່າ: ຝ່າຍຈີນຄັດຄ້ານທຸກປະເທດທີ່ເຂົ້າແຊກແຊງວຽກງານພາຍໃນຂອງປະເທດອື່ນມາໂດຍຕະຫຼອດ ເຊິ່ງພວກຂ້າພະເຈົ້າບໍ່ສົນໃຈແລະຈະບໍ່ເຂົ້າແຊກແຊງວຽກງານພາຍໃນຂອງການາດາ. ກຸ່ມຄົນຈໍານວນໜຶ່ງຂອງການາດາເຜີຍແຜ່ຄໍາເວົ້າທີ່ເສກສັນປັ້ນແຕ່ງແລະຄໍາຫຼອກລວງທີ່ບໍ່ມີມູນຄວາມຈິງເພື່ອຫາເລື່ອງໂດຍແນໃສ່ຈີນນັ້ນເປັນເລື່ອງທີ່ຕະຫຼົກຫຼາຍ.