ຍຶດໝັ້ນຮັບປະກັນ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນໃນການພັດທະນາ

2023-03-09 14:20:59 CRI

ເມື່ອປະຊາຊົນມີຄຳຮຽກຮ້ອງແລ້ວ ກໍຕ້ອງມີສຽງຕອບຮັບ.


ໃນເວລາເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູ່ໃນກອງປະຊຸມຄັ້ງທີ 1 ສະພາປະຊາຊົນແຫ່ງຊາດຈີນຊຸດທີ 14, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ສະແດງຄວາມ ເອົາໃຈໃສ່ເປັນຢ່າງສູງຕິດຕາມເບິ່ງຄວາມສຸກ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານເນັ້ນໜັກວ່າ: “ຕ້ອງກຳແໜ້ນ ບັນຫາທີ່ປະຊາຊົນຫວັງຢາກໃຫ້ແກ້ໄຂຢ່າງຮີບດ່ວນ ບັນຫາທີ່ແກ້ໄຂໄດ້ຍາກ, ບັນຫາທີ່ປະຊາຊົນເປັນຫ່ວງເປັນໃຍ ແລະ ສິ່ງທີ່ປະຊາຊົນປາດຖະໜາ, ໃຊ້ມາດຕະການທີ່ສ້າງຜົນປະໂຫຍດ ແລະຄວາມອົບອຸ່ນໃຫ້ປະຊາຊົນຫຼາຍກວ່າເກົ່າ, ປັບປຸງລະບົບການບໍລິການສາທາລະນະຂັ້ນພື້ນຖານໃຫ້ສົມບູນກວ່າເກົ່າ, ອອກແຮງຊ່ວຍເຫຼືອກຸ່ມຄົນຈຸດສຸມໃນການປະກອບອາຊີບ, ປັບປຸງການແບ່ງປັນລາຍຮັບ, ປັບປຸງລະບົບປະກັນສັງຄົມ, ເພີ່ມທະວີການບໍລິການຜູ້ອາຍຸສູງ ແລະ ເດັກນ້ອຍ, ແລະວຽກງານອື່ນໆ.”



 

ໃນຊຸມປີມໍ່ໆມານີ້, ລາຍຈ່າຍງົບປະມານທົ່ວປະເທດຫຼາຍກວ່າ 70%ຂຶ້ນໄປແມ່ນໄດ້ນຳໃຊ້ເຂົ້າໃນວຽກງານປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ.

 

ຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ຮອດກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື ກອງປະຊຸມສອງສະພາລ້ວນແຕ່ໄດ້ສຸມໃສ່ການຮັບປະກັນ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ, ໄດ້ວາງແຜນດຳເນີນງານກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ, ຕົວຢ່າງ: ການປະກອບອາຊີບ, ລາຍຮັບ, ການປິ່ນປົວ, ການສຶກສາ, ວຽກງານ“ຜູ້ອາຍຸສູງ ແລະ ເດັກນ້ອຍ”, ເຮືອນຢູ່ ແລະ ອື່ນໆ, ສິ່ງເຫຼົ່ານີ້ລ້ວນແຕ່ກາຍເປັນສິ່ງຮັບປະກັນໃຫ້ກັບຊີວິດທີ່ມີຄວາມສຸກຂອງປະຊາຊົນ.

 

ການປະກອບອາຊີບແມ່ນພື້ນຖານສຳລັບຊີວິດການເປັນຢູ່ຂອງປະຊາຊົນ.

 


ໃນບົດລາຍງານວຽກງານລັດຖະບານ, ບົດລາຍງານແຜນດຳເນີນງານ, ບົດລາຍງານງົບປະມານຂອງກອງປະຊຸມສອງສະພາປີນີ້, ລ້ວນແຕ່ມີເນື້ອໃນກ່ຽວກັບຊຸກຍູ້ການແກ້ໄຂບັນຫາດ້ານການປະກອບອາຊີບໃຫ້ດີກວ່າເກົ່າ, ຕົວຢ່າງ: “ຈັດເອົາການຊຸກຍູ້ການປະກອບອາຊີບຂອງຊາວໜຸ່ມ ໂດຍສະເພາະແມ່ນນັກສຶກສາທີ່ຮຽນຈົບໃໝ່ ໄວ້ຢູ່ໃນຖານະທີ່ພົ້ນເດັ່ນກວ່າເກົ່າ”, “ລົງເລິກດຳເນີນແຜນການຮັບສະໝັກຕຳແໜ່ງເຝິກງານ 1 ລ້ານຕຳແໜ່ງ” “ງົບປະມານສູນກາງຈັດສັນບ້ວງເງິນອຸດໜູນການປະກອບອາຊີບຈຳນວນ 66,8ຕື້ຢວນ” ແລະອື່ນໆ.

 

ນອກນີ້, ກອງປະຊຸມສອງສະພາຂອງຈີນໃນປີນີ້ຍັງໄດ້ສົ່ງສັນຍານຂ່າວດີຕ່າງໆຕໍ່ປະຊາຊົນ, ເຊັ່ນ: ປີ2023, ຈີນໄດ້ຈັດສັນງົບປະມານຊ່ວຍເຫຼືອປະຊາຊົນຜູ້ມີຄວາມຫຍຸ້ງຍາກ 156,7ຕື້ຢວນ; ວາງແຜນລົງມືປັບປຸງເຂດຊຸມຊົນເກົ່າຫຼາຍກວ່າ 5 ໝື່ນແຫ່ງ, ຍາດແຍ່ງເຮັດໃຫ້ພົນລະເມືອງ 20 ລ້ານຄົນໄດ້ຮັບຜົນປະໂຫຍດ, ແລະອື່ນໆ.

 

ຄືດັ່ງທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກໃນເວລາເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູ່ວ່າ: “ຕ້ອງຖືເອົາຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ອັນດີງາມເປັນຈຸດເລີ່ມຕົ້ນ ແລະ ຈຸດໝາຍ, ຫັນເອົາໝາກຜົນແຫ່ງການພັດທະນາໃຫ້ເປັນຄຸນນະພາບຊີວິດຢ່າງບໍ່ຢຸດຢັ້ງ, ເພີ່ມຄວາມຮູ້ສຶກທີ່ໄດ້ຮັບຜົນປະໂຫຍດ, ຄວາມຮູ້ສຶກທີ່ມີຄວາມສຸກ ແລະ ຄວາມຮູ້ສຶກປອດໄພຂອງປະຊາຊົນຢ່າງບໍ່ຢຸດຢັ້ງ” “ສຸຂະພາບເຂັ້ມແຂງ ແລະ ຄວາມສຸກຂອງປະຊາຊົນແມ່ນເປົ້າໝາຍສຸດທ້າຍຂອງການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ.”